Ad

Ad

23 October 2014

ການນຳໃຊ້ພະລັງງານຢ່າງປະຢັດເປັນສິ່ງສຳຄັນຕໍ່ການພັດທະນາແບບຍືນຍົງ



     ທ່ານ ສຸລິວົງ ດາລາວົງ ລັດຖະມົນຕີວ່າການກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ມີຄຳເຫັນໃນໂອກາດສະເຫລີມສະຫລອງ ມື້ພະລັງງານໂລກວັນທີ 22 ຕຸລາ 2014, ໂດຍທ່ານ ໄດ້ເນັ້ນໃຫ້ເຫັນເຖິງຄວາມສຳຄັນ ແລະ ສິ່ງທ້າທາຍຕໍ່ການນຳໃຊ້ ພະລັງງານຢູ່ ສປປ ລາວ ໃນຍຸກພັດທະນາເສດຖະກິດໄລຍະໃໝ່ໂດຍໃຫ້ທຸກຄົນ ຢູ່ໃນສັງຄົມຕ້ອງໄດ້ພະ ຍາຍາມໃນການນຳໃຊ້ພະລັງງານຢ່າງປະຢັດ, ມີຄວາມ ປອດໄພ, ມີປະສິດທິພາບ ແລະ ປະສິດທິຜົນສູງ.
     ທ່ານກ່າວວ່າ: ມື້ພະລັງງານໂລກໄດ້ມີການສະເຫລີມສະຫລອງໃນແຕ່ລະປີດ້ວຍຫລາຍກິດຈະກຳເພື່ອສ້າງຈິດສຳນຶກ ເຖິງຄວາມສຳຄັນຂອງການປະຢັດພະລັງງານ ແລະ ການນຳໃຊ້ພະລັງງານຢ່າງມີເຫດຜົນ, ພ້ອມ ດຽວກັນກໍເປັນການສະໜັບ ສະໜູນເປົ້າໝາຍຫັນໄປສູ່ການພັດທະນາພະລັງງານແບບຍືນຍົງ. ໃນນີ້ ສຳລັບຢູ່ ສປປ ລາວ ພັກ ແລະ ລັດຖະບານໄດ້ຖືເອົາ ການສະໜອງພະລັງງານທີ່ທັນສະໄໝເປັນຕົ້ນພະລັງງານໄຟຟ້າ, ນ້ຳມັນເຊື້ອໄຟໃຫ້ແກ່ປະຊາຊົນໃນທົ່ວປະເທດເປັນບູລິມະ
ສິດທີ່ສຳຄັນອັນໜຶ່ງຢູ່ໃນນະໂຍບາຍແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກ ແລະ ສູ້ຊົນໃຫ້ຫລຸດພົ້ນອອກຈາກປະເທດດ້ອຍ ພັດທະນາ. ດັ່ງນັ້ນ ໃນປີ 1995 ມີພຽງ 128.000 ຄອບຄົວ ທີ່ໄດ້ຊົມໃຊ້ໄຟຟ້າ, ກວມເອົາ 17% ຂອງຄອບຄົວໃນທົ່ວ ປະເທດ. ຮອດປີ 2020 ພັກ ແລະ ລັດຖະບານ ໄດ້ວາງເປົ້າໝາຍໃຫ້ຄອບຄົວທົ່ວປະເທດໄດ້ຊົມໃຊ້ໄຟຟ້າເຖິງ 90% ມາຮອດດຽວນີ້ປະຕິບັດໄດ້ເຖິງ 87% ຂອງຄອບຄົວທົ່ວປະເທດພ້ອມນີ້ ການຜະລິດ ແລະ ບໍລິການພະລັງງານໄຟຟ້າຂອງ ສປປ ລາວ ກໍຍັງໄດ້ດຳເນີນໄປຕາມທິດເນັ້ນໜັກພະລັງງານທົດແທນເຊັ່ນ: ພະລັງງານນ້ຳການດຳເນີນການກໍ່ສ້າງພັດທະນາ ແມ່ນເປັນໄປຕາມທິດເປັນມິດກັບສິ່ງແວດລ້ອມ, ທຳມະຊາດ ແລະ ສັງຄົມທັງພັດທະນາພະລັງງານ ເພື່ອມີໄວ້ຊົມໃຊ້ ພາຍ ໃນປະເທດທັງເປັນແຫລ່ງລາຍຮັບເອື້ອອຳນວຍໃຫ້ແກ່ການພັດທະນາຂະແໜງການອື່ນໆ, ຍັງເປັນການພັດທະນາຊົນນະ ບົດຍົກສູງລະດັບການດຳລົງຊີວິດທີ່ສະດວກສະບາຍຂອງປະຊາຊົນໄປພ້ອມໆກັນ.
     ເຖິງຢ່າງໃດກໍດີຕໍ່ບັນຫາດັ່ງກ່າວທ່ານລັດຖະມົນຕີຍັງໄດ້ ເນັ້ນຕື່ມວ່າ: ຕໍ່ສິ່ງທ້າທາຍໃນໄລຍະໃໝ່ນີ້ພວກເຮົາຍັງຈະຕ້ອງ ໄດ້ພະຍາຍາມຫລາຍໃນການນຳໃຊ້ພະລັງງານຢ່າງປະຢັດ, ມີປອດໄພ, ມີປະສິດທິພາບ ແລະ ປະສິດທິຜົນສູງນຳໃຊ້ເພື່ອສ້າງ ລາຍຮັບຕ່າງໆດ້ວຍການຜະລິດເປັນສິນຄ້າ ແລະ ບໍລິການ. ເພື່ອ ເຮັດໃຫ້ການສະໜອງພະລັງງານມີຄວາມຍືນຍົງ, ມີລາຄາ ສົມເຫດສົມຜົນ, ມີສະຖຽນລະພາບຕໍ່ເນື່ອງ  ແລະ ສະໝ່ຳສະເໝີ, ເປັນການລົງທືນມີປະສິດທິຜົນທາງດ້ານເສດຖະກິດ-ສັງ ຄົມ ແລະ ເປັນການນຳໃຊ້ຊັບພະຍາກອນທຳມະຊາດຢ່າງກຸ້ມຄ່າທັງມີອັນແຮ່ໄວ້ໃຫ້ກັບລຸ້ນລູກລຸ້ນຫລານຂອງພວກເຮົາໃນ ພາຍໜ້າ.

No comments:

Post a Comment