Ad

Ad

23 October 2014

ອຸດົມໄຊຂຸ້ນຂ້ຽວສ້ອມແປງເສັ້ນທາງຫລາຍສາຍໃນເທດສະບານໃຫ້ສຳເລັດທັນງານກິລາແຫ່ງຊາດຄັ້ງທີ X



     ທ່ານ ສີນວນ ຄຳດີ ຜູ້ຮັກ ສາການຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງອຸດົມໄຊໃຫ້ສຳພາດຕໍ່ສື່ ເມື່ອວັນທີ 21 ຕຸລານີ້, ກ່ຽວກັບ ການກຽມ ຄວາມພ້ອມໃຫ້ແກ່ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ X ເຊິ່ງແຂວງອຸດົມໄຊໄດ້ ຮັບກຽດເປັນເຈົ້າພາບຈັດແຕ່ວັນທີ 13-21 ທັນວາ 2014 ວ່າ: ການພັດທະນາພື້ນ ຖານໂຄງລ່າງແມ່ນຄວາມຮັບຜິດຊອບ ຮ່ວມກັນລະຫວ່າງກະຊວງ ແລະ ແຂວງ ໂດຍສະເພາະໂຄງການກໍ່ສ້າງສ້ອມແປງເສັ້ນທາງ ແລະ  ໂຄງການກໍ່ສ້າງນ້ຳປະປາ ແຫ່ງໃໝ່, ໃນນັ້ນມີການກໍ່ສ້າງສ້ອມແປງເສັ້ນທາງເລກ 13 ເໜືອແຕ່ເມືອງໄຊ ແຂວງອຸດົມໄຊ ຫາປາກມອງເມືອງນ້ຳບາກ ແຂວງຫຼວງພະບາງ ແມ່ນໃຊ້ທຶນກູ້ຢືມຈາກ ສປ ຈີນ ເຊິ່ງການກໍ່ສ້າງແມ່ນ ເນັ້ນໃສ່ເສັ້ນທາງໃນຕົວເມືອງ (ເທສະບານແຂວງ) ມີລວງຍາວ 5 ກິໂລແມັດ, ປັດຈຸບັນແມ່ນໄດ້ ລົງຊັ້ນພື້ນທາງ ແລະ ຕິດຕັ້ງເສົາ ໄຟເຍືອງທາງຮອດບ້ານຫ້ວຍ ຂຸມ. ສ່ວນ
ຕອນທາງແຕ່ບ້ານ ຫ້ວຍຂຸມຫາປາກມອງນັ້ນແມ່ນຈະເກດ ແລະ ປັບປຸງໜ້າທາງຢຽບໃຫ້ແໜ້ນເພື່ອໃຫ້ສະດວກໃນການສັນ ຈອນ. ນອກນັ້ນຍັງ ມີເສັ້ນທາງ 2 E ແຕ່ເມືອງໄຊຫາ ເມືອງຂວາ ແຂວງຜົ້ງສາລີ ໄປຫາໄຕຈາງ ສສ ຫວຽດນາມ ແມ່ນໄດ້ຮັບການປັບປຸງ ແລະ ສາມາດແລ່ນໄດ້ສະດວກ, ເສັ້ນ ທາງ 2 W ແຕ່ເມືອງໄຊຫາເມືອງ ປາກແບ່ງແຂວງອຸດົມໄຊ ແມ່ນໄດ້ຮັບການປັບປຸງ ແລະ ສາມາດແລ່ນໄດ້ປົກກະຕິຮັບປະກັນການເດີນທາງອອກສູ່ຕ່າງ ແຂວງ. ສຳລັບການກໍ່ສ້າງ ແລະ ສ້ອມແປງເສັ້ນໃນເທສະບານ ແຂວງຄື ເສັ້ນທາງອອກຈາກ ສະຖານີໂດຍສານພັນມີໄຊໄປຫາບ້ານດອນແກ້ວປັດຈຸບັນສຳເລັດ ການກໍ່ສ້າງໂດຍພື້ນຖານ  ແລະ ຢູ່ໃນຂັ້ນຕອນການຕິດຕັ້ງປ້າຍ ແລະ ຂີດເສັ້ນຈະລາຈອນຄືນໃໝ່, ສ່ວນການສ້ອມແປງເສັ້ນ ທາງເຊື່ອມຕໍ່ແຕ່ທາງ 2 E ຫາ ເສັ້ນທາງອ້ອມສະໜາມກິລາໃໝ່ພວມປູຢາງຄາດວ່າຈະສຳເລັດ ທັນການເປີດງານມະຫະກຳກິ ລາແຫ່ງຊາດຄັ້ງທີ X ຢ່າງແນ່ນອນ. ສ່ວນໂຄງການກໍ່ສ້າງ ນ້ຳປະປາແຫ່ງໃໝ່ຢູ່ບ້ານທຽວມີບໍລິມາດການຜະລິດ 3 ພັນແມັດ ກ້ອນຕໍ່ວັນໂດຍໄດ້ຮັບທຶນຊ່ວຍເຫລືອຈາກກອຍກາ ສ ເກົາຫລີ ເຫັນວ່າມີຄວາມຄືບໜ້າຊ້າທາງຄະນະຮັບຜິດຊອບໄດ້ສະເໜີ ກະຊວງກໍຄືກົມເຄຫາຜັງເມືອງລົງມາກວດກາຕົວຈິງດ້ານເຕັກນິກ ແລະ ການເພີ່ມກຳລັງການຜະລິດສະຖານີນ້ຳປະປາພູຂຽວ 3.800 ແມັດກ້ອນຂຶ້ນເປັນ 5.400 ແມັດກ້ອນ ພວມຂຸ້ນຂ້ຽວປະຕິບັດ ແລະ ຈະໃຫ້ສຳເລັດກ່ອນວັນເປີດງານຢ່າງແນ່ ນອນ. ພິເສດການຂົນສົ່ງທາງອາກາດເຊິ່ງບໍລິສັດການບິນລາວຈະເພີ່ມຖ້ຽວບິນຂຶ້ນເປັນ 4 ຖ້ຽວຕໍ່ວັນ ແລະ ຈະເລີ່ມແຕ່ວັນທີ 1 ທັນວາ 2014.
    ທ່ານ ສີນວນ ຄຳດີ ກ່າວ ວ່າ: ຄະນະກຳມະການຝ່າຍຂົນສົ່ງໄດ້ຮັບງົບປະມານຈຳນວນ 859 ລ້ານກີບ ເພື່ອນຳໃຊ້ໃນການ ປະຕິບັດໜ້າວຽກທີ່ໄດ້ຮັບການມອບໝາຍຄືການຈັດສັນພາຫະນະຮັບໃຊ້ການນຳ, ການຈັດສັນສະຖານທີ່ຈອດລົດ, ການປະ ສານງານກັບເຈົ້າໜ້າທີ່ກ່ຽວຂ້ອງຈັດວາງເສັ້ນທາງຈະລາຈອນສຳລັບການນຳໃນມື້ເປີດ-ປິດ ແລະ ນັກ ກິລາໄປແຕ່ລະສະໜາມ, ການ ອົບຮົມຜູ້ຂັບລົດຮັບແຂກ ແລະ ຂັບລົດບໍລິການ, ການຕັ້ງສູນບັນຊາການ, ການຈັດລະບົບລົດ ຂົນສົ່ງເຂົ້າ-ອອກພາຍໃນ ແຂວງມາຮອດປັດຈຸບັນສາມາດສຳເລັດຫລາຍໜ້າວຽກ ແລະ ຮັບປະກັນຈະສຳເລັດກ່ອນມື້ເປີດງານຢ່າງແນ່ນອນ. ໃນຂະນະ ດຽວກັນທ່ານ ສະໝານ ຈຸນລະມະນີ ຫົວໜ້າໜ່ວຍງານທີ່ປຶກສາໂຄງການປັບປຸງກໍ່ສ້າງເສັ້ນທາງຫລວງແຫ່ງຊາດເລກ 13 ຕອນທາງປາກມອງ-ເມືອງໄຊ ໃຫ້ຮູ້ວ່າ: ການກໍ່ສ້າງທາງດັ່ງ ກ່າວມີຄວາມຍາວ 82 ກິໂລ ແມັດ, ກວ້າງ 7-9 ແມັດໂດຍ ແມ່ນ ບໍລິສັດ ຢຸນນານ ຊັນນີ ສປ ຈີນ ເປັນຜູ້ຮັບເໝົາກໍ່ສ້າງໃນ ມູນຄ່າ 82,5 ລ້ານໂດລາສະຫະລັດ, ໄດ້ເລີ່ມລົງມືໃນກາງປີນີ້ ແລະ ໄລຍະກໍ່ສ້າງເປັນຊ່ວງລະດູຝົນເຮັດໃຫ້ມີຫລາຍຍ່ານທາງຖືກເຊາະເຈື່ອນຈາກໄພທຳມະຊາດຈຶ່ງເຮັດໃຫ້ການກໍ່ສ້າງມີຄວາມ ຊັກຊ້າ.

1 comment:

  1. ໄປມາອາທິດແລ້ວ! ເຫັນແລ້່ວໜ້າເປັນຫ່ວງ ເພາະຫຼາຍອັນຫຼາຍແນວກະຍັງບໍ່ແລ້ວ.

    ReplyDelete