Ad

Ad

23 October 2014

ກອງປະຊຸມຄະນະກຳມາທິການຮ່ວມຄັ້ງທີ 7 ລະຫວ່າງສະຫະພາບເອີຣົບ ແລະ ສປປ ລາວ ອັດລົງດ້ວຍຜົນສຳເລັດຈົບງາມ



     ກອງປະຊຸມຄະນະກຳມາທິການຮ່ວມຄັ້ງທີ 7 ລະຫວ່າງ ສະຫະພາບເອີຣົບ ແລະ ສປປ ລາວ, ໄດ້ຈັດຂຶ້ນໃນວັນທີ 20 ຕຸ ລາ 2014, ຢູ່ນະຄອນຫລວງ ບຣຸກ ແຊນ ປະເທດແບນຊິກ, ພາຍໃຕ້ການເປັນປະທານ ຮ່ວມ ຂອງທ່ານ ຂວັນຕາ ຜາລີວົງ ຫົວໜ້າກົມເອີຮົບ ແລະ ອາເມລິກາ ກະຊວງການຕ່າງປະເທດຂອງ ລາວ ແລະ ທ່ານ ອຸຍໂກ ອັສຕຸຍ ໂຕຜູ້ອຳນວຍການຮັບຜິດ ຊອບຂອບເຂດອາຊີໃຕ້ ແລະ ອາຊີ ຕາເວັນອອກສ່ຽງໃຕ້ຂອງສຳນັກງານການຕ່າງປະເທດສະຫະພາບເອີຮົບ ໂດຍມີຄະນະຜູ້ ແທນລະດັບສູງຂອງທັງສອງຝ່າຍເຂົ້າຮ່ວມ.
     ການປຶກສາຫາລືທີ່ມີລັກສະ ນະເປີດກວ້າງ ແລະ ກວມເອົາຫລາຍບັນຫາໃນການພັດທະນາດ້ານການເມືອງ ແລະ ເສດ ຖະກິດໃນ ສປປ ລາວ ແລະ ອີຢູ. ຝ່າຍອີຢູໄດ້ເນັ້ນເຖິງຄວາມສຳຄັນຕໍ່ກັບຄວາມມຸ່ງໝັ້ນອັນເຂັ້ມແຂງຂອງ ສປປ ລາວ ໃນ ການຈັດຕັ້ງປະຕິບັດກົນໄກທົບທວນຄືນປະຈຳໄລຍະ (UPR) ຂອງສະຫະປະຊາຊາດກ່ຽວກັບວຽກງານສິດທິມະນຸດ. ນອກ
ນີ້ຍັງມີການແລກປ່ຽນຄວາມຄິດເຫັນທີ່ເປັນປະໂຫຍດກ່ຽວກັບການກະກຽມການເຈລະຈາຂໍ້ຕົກລົງຄູ່ຮ່ວມແບບສະໝັກໃຈ ກ່ຽວກັບການບັງຄັບໃຊ້ກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ (Voluntary Partnership Agree ment (VPA) On forest law enforcement, governance and trade (FLEGT)). ວຽກງານໃນລະດັບພາກພື້ນກໍ ໄດ້ຖືກຍົກຂຶ້ນເພື່ອປຶກສາຫາລືໂດຍໄດ້ເນັ້ນໃສ່ພາກພື້ນອາຊຽນໂດຍສະເພາະແມ່ນໃນຂອບເຂດວາລະການເຊື່ອມໂຍງ ແລະ ພາກພື້ນແມ່ນ້ຳຂອງ. ຝ່າຍ ສປປ ລາວ ໄດ້ນຳສະເໜີແຜນ ແລະ ບັນດາບູລິມະສິດຂອງຕົນໃນການເປັນປະທານອາຊຽນ ໃນປີ 2016. ຂະນະທີ່ອີຢູໄດ້ຢ້ຳຄືນເຖິງການຊ່ວຍເຫລືອຂອງຕົນຕໍ່ອາຊຽນ ແລະ ຄວາມພ້ອມທີ່ຈະແບ່ງປັນປະສົບການອັນແທດ ເໝາະຂອງອີຢູໃຫ້ກັບອາຊຽນໃນພາລະກິດແຫ່ງການເຊື່ອມໂຍງ.
     ອີງຕາມນະໂຍບາຍຂອງອີຢູ ທີ່ວາງໄວ້ໃນກອບວາລະແຫ່ງ ການປ່ຽນແປງໃໝ່, ວົງເງິນ ການຊ່ວຍເຫລືອທີ່ຈະອະນຸມັດ ໃຫ້ແກ່ ສປປ ລາວ ພາຍໃຕ້ກອບ ແຜນການຊ່ວຍເຫລືອທາງການ ເງິນແຕ່ປີ 2014-2020 ອາດບັນລຸ ເຖິງ 207 ລ້ານເອີໂຣ. ໃນກອບ ໄລຍະເວລາດັ່ງກ່າວແມ່ນຈະໄດ້ແບ່ງອອກເປັນສອງພູດໃຫຍ່ເຊິ່ງເອີ້ນວ່າແຜນງານລະບຸການຊ່ວຍເຫລືອຫລາຍປີ (MIP), ເຊິ່ງກຳ ນົດເອົາຍຸດທະສາດດ້ານການພັດທະນາຂອງອີຢູ ແລະ ບັນດາບູລິມະສິດຕ່າງໆໃນ ສປປ ລາວ. ແຜນງານລະ ບຸການຊ່ວຍເຫລືອຫລາຍປີ ປະຈຳສົກ 2014-2015 ແມ່ນຈະສືບຕໍ່ສະໜັບສະໜູນແຜນພັດທະນາເສດຖະກິດແຫ່ງຊາດຄັ້ງ ທີ 7 ຂອງ ສປປ ລາວ ໃນວົງເງິນທີ່ອາດສູງເຖິງ 60 ລ້ານເອີໂຣ ສຳລັບຂະແໜງການບູລິມະສິດຄືການສຶກສາຂັ້ນພື້ນຖານ, ກະສິກຳທີ່ຍືນຍົງ, ໂພຊະນາການ ແລະ ການຄ້ຳປະກັນສະບຽງອາຫານ ແລະ ການເກັບກູ້ລະເບີດທີ່ຍັງບໍ່ທັນແຕກ ແລະ ການ ປົກຄອງ, ສິດທິມະນຸດ ແລະ ການສ້າງລັດແຫ່ງກົດໝາຍ. ນອກນີ້ອີຢູຍັງໄດ້ແຈ້ງໃຫ້ທີ່ປະຊຸມຮັບຊາບວ່າອີຢູ ແລະ ປະເທດສະ ມາຊິກຂອງຕົນໄດ້ຍົກສູງຂອດປະສານງານການຮ່ວມມືສອງຝ່າຍຂອງຕົນໃນກອບການສ້າງແຜນງານຮ່ວມກັນ.
     ທັງສອງຝ່າຍໄດ້ຕົກລົງຮ່ວມກັນທີ່ຈະເພີ່ມທະວີການຕິດຕໍ່ ແລະ ປະສານຮ່ວມມືທັງຢູ່ໃນນະຄອນຫລວງວຽງຈັນ ແລະ ນະຄອນຫລວງບຣຸກແຊນ ແລະ ຈະໄດ້ຈັດກອງປະຊຸມຄັ້ງຕໍ່ໄປຂອງຕົນໃນປີ 2016 ທີ່ ສປປ ລາວ.
     ສາຍພົວພັນລະຫວ່າງສະຫະພາບເອີຮົບ ແລະ ສປປ ລາວ ແມ່ນອີງໃສ່ຂໍ້ຕົກລົງວ່າດ້ວຍການຮ່ວມມືຂອງສອງຝ່າຍລົງ ນາມໃນປີ 1997, ເຊິ່ງຖືວ່າເປັນພື້ນຖານທາງດ້ານນິຕິກຳແກ່ກອງປະຊຸມຄະນະກຳມາທິການຮ່ວມ. ກອງປະຊຸມຄະນະກຳມາ ທິການຮ່ວມນີ້ຈະພົບປະກັນທຸກໆສອງປີໂດຍຈະໜູນວຽນກັນຈັດລະຫວ່າງນະຄອນຫລວງວຽງຈັນ ແລະ ນະຄອນຫລວງ ບຮຸກແຊນ. ມັນໄດ້ເປັນເວທີອຳນວຍຄວາມສະດວກແກ່ອີຢູ ແລະ ສປປ ລາວ ໃນການນຳສະເໜີບັນດາຂໍ້ແນະນຳຂອງແຕ່ລະ ຝ່າຍ ແລະ ວາງບູລິມະສິດຮ່ວມກັນ. ນອກນີ້ ອີຢູ ແລະ ສປປ ລາວຍັງມີການຮ່ວມມືກັນໃນລະດັບພາກພື້ນ ແລະ ສາກົນ ເຊັ່ນ: ເວທີອາຊຽນ, ອາເຊັມ ແລະ ຫວ່າງບໍ່ດົນມານີ້ ກໍແມ່ນກອບອົງການການຄ້າໂລກເຊິ່ງລາວໄດ້ເຂົ້າພາຄີ ໃນປີ 2013.

No comments:

Post a Comment