Ad

Ad

23 October 2014

ບໍລິສັດບໍ່ທອງ-ຄຳເຊໂປນ ມອບເງິນປັນຜົນໃຫ້ລັດຖະບານລາວ 5 ລ້ານໂດລາສະຫະລັດ



      ໃນວັນທີ 21 ຕຸລານີ້, ທີ່ກະຊວງການເງິນ, ທ່ານ ຣິກ ວັດສ໌ ຝອດ ຜູ້ຈັດການ ໃຫຍ່ບໍລິສັດບໍ່ ທອງ-ຄຳເຊໂປນ (MMG LXML Sepon) ໄດ້ມອບເຊັກເງິນ ປັນຜົນ 5 ລ້ານໂດລາສະຫະລັດ ໃຫ້ແກ່ທ່ານນາງ ຄຳຜາຍ ວິທະໄຊ ຫົວໜ້າກົມຄຸ້ມ ຄອງການເງິນລັດວິສາຫະກິດ ຂອງກະຊວງ ການເງິນ ສຳລັບເງິນປັນຜົນ ເບື້ອງຕົ້ນ ປະຈຳປີ 2014 ທີ່ໄດ້ມາຈາກການຂຸດຄົ້ນ ແລະ ຜະລິດແຮ່ ທາດທີ່ບໍ່ຄຳ-ທອງເຊໂປນ.
     ລັດຖະບານລາວຖືຮຸ້ນ 10% ຂອງບໍລິສັດ LXML ແລະ ໄດ້ຮັບ ລາຍຮັບໂດຍກົງ 1,3 ຕື້ໂດລາສະຫະລັດ ອັນລວມມີອາ ກອນ, ພາສີຊັບພະຍາກອນແຮ່ທາດ ແລະ ເງິນປັນຜົນຈາກບໍ່ຄຳ-ທອງເຊໂປນ ນັບແຕ່ໄດ້ເລີ່ມຂຸດຄົ້ນ ແລະ ຜະລິດແຮ່ທາດ ໃນປີ 2003 ເປັນ ຕົ້ນມາ.

No comments:

Post a Comment