Ad

Ad

23 October 2014

ໂຮງໝໍ​ມະ​ໂຫສົດເລີ່​ມໃຫ້​ບໍລິ ການ​ຢາ​​ຄຸມ​ກຳ​ເນີ​ດແບບໃໝ່



     ໃນ​ວັນ​ທີ 22 ​ຕຸລານີ້, ໂຮງໝໍ​ມະ​ໂຫສົດ, ໄດ້​ເລີ່​ມ​ໃຫ້​ບໍລິການ​ຢາ​ຄຸມ​ກຳ​ເນີ​ດແບບໃໝ່ (ຊະນິດ ຝັງ) ແລະ ມີ​ການ​ແນະນຳ ​ແລະ ​ໃຫ້​ຄຳ​ປຶກສາ​ແກ່​ແມ່ຍິງ​ທີ່​ຕ້ອງ ການ​ໃຊ້ຢາ​ຝັງ​ຄຸມ​ກຳ​ເນີ​ດດັ່ງ ກ່າວ.
       ທ່ານນາງ ພິມ​ມະ​ສອນ ສິລິ​ມະ​ໂນ​ທຳ ຮອງຫົວໜ້າ​ພະ​ແນ​ກ ອອກລູກ ​ແມ່ ​ແລະ ​ເດັກ ໂຮງໝໍ​ມະໂຫສົດ ​ໃຫ້ຮູ້ວ່າ:​ຢາຝັງ​ຄຸມ​ກຳ​ເນີ​ດຈະ​ມີ​ຄວາມ​ແຕກ​ຕ່າງ​ຈາກ​ວິທີການ​ຄຸມ​ກຳ​ເນີ​ດທົ່ວ​ໄປ ​ເນື່ອງ​ຈາກ​ມີ​ຄວາມສະດວກ​, ມີ​ປະສິດທິ​ຜົນ​ສູງ ​ແລະ ສາມາດ​ໃຊ້​ໄດ້​ດົນ​ເຖິງ 3 ປີ​, ບໍ່​ຈຳ​ເປັນຕ້ອງທຽວ​ໄປ​ຫາ​ແພດໝໍ​ຫລາຍ​ເທື່ອ, ສາມາດ​ມີ​ລູກ​ໄດ້​ທັນທີ​ເມື່ອ​ເອົາ​ຢາ​ຄຸມ​ກຳ​ເນີ​ດອອກ ​ແລະ ສາ ມາດ​ເຮັດ​ວຽກ​ໜັກ​ໄດ້​ເປັນ​ປົກກະຕິ, ເປັນ​ວິທີ​ທີ່​ເໝາະ​ສົມ​ສຳລັບ​ແມ່ຍິງ​ທີ່​ຍັງ​ບໍ່​ພ້ອມ​ມີ​ລູກ ​ແລະ ຕ້ອງການ​ຢາກ​ມີ​ລູກ​ຫ່າງ, ສາ ມາດປ້ອງ​ກັນ​ການ​ຖືພາ​ຢ່າງ​ມີ​ປະສິດທິ​ຜົນ​ 99% ​ແຕ່ບໍ່​ສາມາດ​ປ້ອງ​ກັນພະຍາດ​ຕິດຕໍ່​ທາງ​ເພດ​ສຳພັນ
​ແລະ ພະຍາດ​ເອສໄດ້. ສຳລັບ​ຜົນ​ຂ້າງຄຽງໃນ​ການ​ໃຊ້​ຢາ​ດັ່ງກ່າວ​ແມ່ນປະຈຳ​ເດືອນ​ຈະ​ມີ​ການ​ປ່ຽນ​​ແປງ, ບາງ​ຄົນ​ອາດ ມີ​ອາການ​ເຈັບຫົວ,​ ເປັນ​ສິວ, ວິ​ນຫົວ, ປວກ​ຮາກ, ອາການ​ສົນ​ ໃນ​ໄລຍະ​ນຳໃຊ້ເບື້ອງຕົ້ນ ແລະ ແມ່ຍິງ​ສາມາດ​ໃຊ້​ຢາ​ຝັງ​ຄຸມ​ກຳ​ເນີ​ດ​ໄດ້​ທຸກ​ເວລາ​ທີ່​ຕ້ອງການຖ້າ​ຫາກ​ມີ​ຄວາມ​ແນ່ນອນ​ວ່າ​ບໍ່​ໄດ້​ຖືພາ, ແມ່​ຍິງ​ທີ່​ເກີດ​ລູກ​ໄດ້ 6 ອາທິດຂຶ້ນ​ໄປສາມາດ​ຝັງ​ຢາ​ຄຸມ​ກຳ​ເນີ​ດ​ໄດ້​ເມື່ອ​ຄົບ​ກຳນົດ 3 ປີ ຕ້ອງ​ໄດ້​ເອົາ​ຢາ​ຝັງ​ຄຸມ​ກຳ​ເນີ​ດ ອອກ ​ແລະ ສາມາດ​ໃສ່​ຢາໃໝ່​ໄດ້​ທັນທີ, ແຕ່​ຢາ​ຝັງ​ຄຸມ​ກຳ​ເນີ​ດນີ້ບໍ່​ຄວນ​ໃຊ້​ກັບ​ແມ່ຍິງ​ທີ່​ຖືພາ, ແມ່ຍິງ​ທີ່​ຫາກໍ່​ເກີດ​ລູກ​ໄດ້ 6 ​ເດືອນ ແລະ ລ້ຽງລູ​ກດ້ວຍ​ນົມ​​ແມ່, ແມ່ ຍິງ​ເປັນ​ພະຍາດ​ຕັບ​ຮ້າຍ​ແຮງ ແລະ ​ເປັນ​ພະຍາດ​ເສັ້ນ​ເລືອດ​ອຸດ​ຕັນ.
     ໃນ​ວັນ​ດຽວ​ກັນ, ຢູ່​ໂຮງໝໍ​ເສດຖະທິລາດ, ນະຄອນຫລວງ​ວຽງ​ຈັນ ກໍ​ໄດ້​ເປີດ​ໃຫ້​ຄຳ​ປຶກສາ ແລະ ບໍລິການ​ຢາ​ຝັງ​ຄຸມ​ກຳ​ເນີ​ດ​ເຊັ່ນ​ດຽວ​ກັນ.

No comments:

Post a Comment