Ad

Ad

23 October 2014

ຫາລືການຮັບປະກັນຄວາມຖືກຕ້ອງທາງກົດໝາຍຂອງໄມ້ໃນອາຊຽນ



      ກອງເລຂາອາຊຽນ (ASEAN Secretariat), ລັດຖະບານລາວ ແລະ ແຜນງານການ ບັງຄັບໃຊ້ກົດໝາຍປ່າໄມ້, ການ ຄຸ້ມຄອງ ແລະ ການຄ້າໄມ້ສະຫະ ພາບເອີຣົບ (EU FLEGT Facility) ໄດ້ຮ່ວມກັນຈັດກອງປະຊຸມເຝິກ ອົບຮົມ ກ່ຽວກັບ ການຮັບປະກັນຄວາມຖືກຕ້ອງທາງກົດໝາຍຂອງໄມ້ (TLAS) ເຊິ່ງ ໄດ້ຮັບການສະໜັບສະໜູນໂດຍ ສະຖາບັນປ່າໄມ້ເອີຣົບ (European Forest Institute) ເຊິ່ງມີຄະນະຜູ້ແທນຂັ້ນສູງຈາກບັນດາປະເທດອາຊຽນ, ສະຫະພາບເອີ ຣົບ (EU) ແລະ ອິນເດຍ ເຂົ້າຮ່ວມ. ເປົ້າໝາຍຂອງກອງປະຊຸມເພື່ອສ້າງຄວາມອາດສາມາດ, ແລກປ່ຽນປະສົບການ ແລະ ເສີມຂະຫຍາຍການ ພົວພັນຮ່ວມມືລະຫວ່າງອົງການ ແລະ ກຸ່ມຜູ້ທີ່ໄດ້ຮັບຜົນປະໂຫຍດໃນອາຊີຕາເວັນອອກສຽງໃຕ້ທີ່ປະ ຕິບັດງານຮ່ວມກັນກ່ຽວ ກັບຄວາມຖືກຕ້ອງທາງກົດໝາຍຂອງໄມ້.

      ຕະຫລາດໄມ້ທົ່ວໂລກໄດ້ໂຕ້ຕອບຕໍ່ກັບບັນຫາໄມ້ເຖື່ອນ ແລະ ການຄ້າໄມ້ດັ່ງກ່າວເພີ່ມຂຶ້ນເນື່ອງຈາກຄວາມຕ້ອງການ ຂອງລູກຄ້າທີ່ເພີ່ມຂຶ້ນຕໍ່ກັບໄມ້ທີ່ຖືກກົດໝາຍ. ຕະຫລາດຜູ້ບໍລິໂພກ ເຊັ່ນ: ສະຫະພາບເອີຣົບ, ສະຫະລັດອາເມລິກາ ແລະ ອົດສະຕຣາລີ ໄດ້ອອກລະບຽບການຕ່າງໆ ເພື່ອເຮັດໃຫ້ການນຳເຂົ້າໄມ້ເຖື່ອນໃນຕະຫລາດດັ່ງກ່າວເປັນການເຮັດຜິດກົດ ໝາຍ. ອັດຕາສ່ວນຂອງໄມ້ ແລະ ຜະລິດຕະພັນໄມ້ຈຳນວນຫລາຍຈາກບັນດາປະເທດອາຊຽນແມ່ນໄດ້ຖືກສົ່ງອອກໄປຍັງຕະ ຫລາດປະເທດດັ່ງກ່າວ.
     ທ່ານ ດຽນ ສຸມາຈາຍາ ຊ່ຽວຊານອາວຸໂສດ້ານປ່າໄມ້ ຈາກພະແນກອຸດສາຫະກຳການກະເສດ ແລະ ຊັບພະຍາກອນທຳ ມະຊາດ, ກອງເລຂາອາຊຽນ ກ່າວວ່າ: ຜະ ລິດຕະພັນໄມ້ສົ່ງອອກຕະຫລາດທີ່ຖືກຕ້ອງຕາມກົດໝາຍສ່ວນໃຫຍ່ແມ່ນນຳໃຊ້ ໄມ້ທີ່ປູກຈາກປະເທດສະມາຊິກອາຊຽນ ແລະ ຖືກປຸງແຕ່ງຢູ່ອີກປະເທດໜຶ່ງ. ສິ່ງນີ້ເຮັດໃຫ້ການປະສານງານລະຫວ່າງບັນ ດາປະເທດອາຊຽນກ່ຽວກັບບັນຫາດັ່ງກ່າວຍິ່ງມີຄວາມສຳຄັນຂຶ້ນຕື່ມ. ຂະນະດຽວກັນ, ແຜນງານການຮັບປະກັນຄວາມຖືກ ຕ້ອງທາງກົດໝາຍຂອງໄມ້ເຫລົ່ານີ້ ຈະຊ່ວຍຮອງຮັບຄວາມຕ້ອງການຜະລິດຕະພັນໄມ້ທີ່ເພີ່ມຂຶ້ນພາຍໃນພາກພື້ນອາຊຽນ.
      5 ປະເທດຂອງອາຊຽນ ໄດ້ມີສ່ວນຮ່ວມໃນຂະບວນການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະ ໝັກໃຈ (Voluntary Partnership Agreements) ກັບສະຫະພາບເອີຣົບ ໃນນີ້ມີໜຶ່ງປະເທດພວມຈັດຕັ້ງປະຕິບັດ ແລະ 4 ປະເທດກຽມ ການເຈລະຈາ. ປະເທດດັ່ງກ່າວ ລວມມີ ອິນໂດເນເຊຍ, ລາວ, ມາເລເຊຍ, ໄທ ແລະ ຫວຽດນາມ. ຂໍ້ ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈນີ້ ແມ່ນຂໍ້ຕົກລົງການຄ້າລະຫວ່າງສະຫະພາບເອີຣົບ ແລະ ບັນດາ ປະເທດຜະລິດໄມ້ ເຊິ່ງມີເປົ້າໝາຍທີ່ຈະຢຸດຢັ້ງການຕັດໄມ້ຜິດກົດໝາຍ ແລະ ການຄ້າໄມ້ເຖື່ອນ.
       ການຮ່ວມມືນີ້ແມ່ນເພື່ອໃຫ້ແນ່ໃຈວ່າມີພຽງແຕ່ຜະລິດຕະພັນໄມ້ທີ່ຖືກກົດໝາຍເທົ່ານັ້ນທີ່ສາມາດນຳເຂົ້າຕະຫລາດສະ ຫະພາບເອີຣົບ, ສົ່ງເສີມການຄຸ້ມຄອງປ່າໄມ້ທີ່ດີ ແລະ ການບັງຄັບໃຊ້ກົດໝາຍໃນປະເທດຜະລິດໄມ້ ແລະ ຍັງຄຳນຶງເຖິງສະ ພາບແວດລ້ອມ ແລະ ສັງຄົມຢ່າງກວ້າງຂວາງ.
    ທ່ານ ທອງພັດ ວົງມະນີ ຫົວຫນ້າກົມປ່າໄມ້ກະຊວງກະສິກຳ ແລະ ປ່າໄມ້ ກ່າວວ່າ: ສປປ ລາວ ພວມຈັດຕັ້ງປະຕິບັດ ວຽກງານ ເພື່ອສົ່ງເສີມການຄຸ້ມຄອງປ່າໄມ້ພາຍໃນປະເທດ. FLEGT VPA ແມ່ນໜຶ່ງໃນກົນໄກທີ່ສາມາດປະກອບສ່ວນ ເຂົ້າໃນວຽກງານດັ່ງກ່າວໄດ້. ການຄຸ້ມຄອງທີ່ດິນຂອງຂະແໜງປ່າໄມ້ຈະຊ່ວຍໃຫ້ພວກເຮົາສ້າງໂອກາດເພີ່ມຂຶ້ນໃຫ້ແກ່ການປຸງ ແຕ່ງໄມ້ໃນປະເທດ, ສ້າງມູນຄ່າເພີ່ມໃຫ້ແກ່ຜະລິດຕະພັນຂອງພວກເຮົາ, ສ້າງວຽກງານໃນຂະແໜງປ່າໄມ້ ແລະ ເປີດກວ້າງຕະ ຫລາດສົ່ງອອກຂຶ້ນຕື່ມ. ຖ້າ FLEGT VPA ດຳເນີນການຢ່າງເຕັມສ່ວນ, ຜະລິດຕະພັນໄມ້ຈາກ ສປປ ລາວ ຈະຕ້ອງປະ ຕິບັດຕາມລະບຽບການຄຸ້ມຄອງໄມ້ຂອງ EU ຢ່າງ ຮອບດ້ານ ເຊິ່ງຫ້າມການຈຳ ໜ່າຍໄມ້ເຖື່ອນໃນຕະຫລາດ EU. ຂໍ້ຕົກລົງດັ່ງກ່າວນີ້ຍັງຊ່ວຍໃຫ້ພວກເຮົາເຂົ້າເຖິງຕະຫລາດອື່ນໄດ້ງ່າຍຂຶ້ນເຊັ່ນ: ສະຫະລັດອາເມລິກາ ແລະ ອົດສະຕຣາລີ.
     ທ່ານ ສະເຕຟານ ຊະເລີນນິ໋ງ ຫົວໜ້າຝ່າຍຮ່ວມມືສຳນັກງານຜູ້ຕາງໜ້າສະຫະພາບເອີຣົບ ປະຈຳລາວ ກ່າວວ່າ: ຂະບວນ ການ FLEGT VPA ຍັງຊ່ວຍປະກອບສ່ວນໃຫ້ການຄຸ້ມຄອງປ່າໄມ້ດີຂຶ້ນ. ຂະບວນການດັ່ງກ່າວນີ້ສະໜັບສະໜູນການພັດ ທະນາລະບົບການອອກໃບອະນຸຍາດໃຫ້ແກ່ຜະລິດຕະພັນໄມ້, ຈັດຕັ້ງ ແລະ ສະໜັບສະໜູນການປຶກສາຫາລືກັບຫລາຍພາກ ສ່ວນ ແລະ ຊ່ວຍໃຫ້ປະເທດກ້າວໄປຫາການບໍລິຫານຈັດການປ່າໄມ້ແບບຍືນຍົງ, ຮັບປະກັນການຊົມໃຊ້ຊັບພະຍາກອນ ປ່າໄມ້ໃນໄລຍະຍາວໃນປະເທດລາວ.

1 comment:

  1. ຂໍອະນຸຍາດໃຫ້ຂໍ້ມູນທີ່ຖືກຕ້ອງແດ່.

    ທ່ານ ທອງພັດ ວົງມະນີ, ຫົວຫນ້າກົມປ່າໄມ້, ກະຊວງ ກະສິກໍາ ແລະ ປ່າໄມ້, ເປັນຜູ້ເຂົ້າຮ່ວມເປີດກອງປະຊຸມ ພ້ອມທັງໃຫ້ໂອວາດ, ບໍ່ແມ່ນ ທ່ານ ຄຳໄພ ມະນີວົງ ຮອງຫົວໜ້າກົມປ່າໄມ້.

    ຂໍຂອບໃຈ

    ReplyDelete