Ad

Ad

24 October 2014

ມ້າງຂະບວນການລັກຕັດໄມ້ຫວງຫ້າມຢູ່ປ່າສະຫງວນແຫ່ງຊາດຫ້ວຍນ້ຳເຢັນ



     ​ໃນ​ເວລາ​ປະມານທ່ຽງຄືນ​ໂມງຂອງ​ວັນ​ທີ 20 ຕຸລາ​ຜ່ານ​ມານີ້, ເຈົ້າ​ໜ້າ​ທີ່​ທະຫານປະ​ຈຳ​ຢູ່​ບ້ານ​ຫ້ວຍ​ນ້ຳ​ເຢັນ ​ເມືອງ​ນາ​ຊາຍ​ທອງ ນະຄອນຫລວງ​ວຽງ​ຈັນ ໄດ້ນຳ​ກຳລັງ​ເຂົ້າມ້າງ​ຂະ​ບວນການລັກລອບ​ຕັດ​ໄມ້​ຫວງ​ຫ້າມ (​ໄມ້​ດູ) ຢູ່​ປ່າສະຫງວນ​ແຫ່ງ​ຊາດ​ຫ້ວຍ​ນ້ຳ​ເຢັນ ​ແລະ ສາມາດ​ຈັບ​ຜູ້​ຕ້ອງ​ຫາ​ໄດ້​ຄື ທ້າວ ຕຸ້ຍ ພານ​ໄທ ອາຍຸ 43 ປີ, ທ້າວ ອຳ​ຄາ ວິລະ​ວົງສາ​ ຢູ່​ບ້ານ​ຫ້ວຍ​ນ້ຳ​ເຢັນ, ພ້ອມ​ຂອງ​ກາງ​ໄມ້​ດູ່ 24 ທ່ອນ, ມີບໍລິ​ມາດຫລາຍກວ່າ 1,29 ແມັດ​ກ້ອນຢູ່​ເທິງ​ລົດ​ຕ໋ອກໆ​ສາມ​ຄັນ​, ເຈົ້າໜ້າ​ທີ່​ຈຶ່ງ​ໄດ້​ຍຶດ​ໄວ້​ເປັນ​ຫລັກ​ຖານ​​ເພື່ອ​ດຳ​ເນີນ​ຄະດີ​ຕາມ​ລະບຽບ​ກົດໝາຍ, ຂະນະທີ່​​ທ້າວ ປາ ວໍ​ລະ​ວົງສາ ອາຍຸ 55 ປີຢູ່​ບ້ານ​ຫ້ວຍ​ນ້ຳ​ເຢັນ​ (​ເຊິ່ງ​ເປັນ​ພໍ່​ຂອງ​ທ້າວອຳ​ຄາ) ​​ແລະ ເປັນ ຫົວ​ໂປ່​ໂຕ​ການ​ຂອງຂະ​ບວນ ການ​ລັກລອບ​ຕັດ​ໄມ້​ໃນ​ຄັ້ງນີ້ ພວມຫລົບ​ໜີ​ການ​ຈັບ​ກຸ່ມຂອງ​ເຈົ້າໜ້າ​ທີ່ຢູ່.​ ຜ່ານ​ການ​ສຶບສວນ- ສອບ​ສວນຂອງ​ເຈົ້າ​ໜ້າ​ທີ່ທັງ​ສອງ​ຄົນຮັບ​ສາລະພາບວ່າ: ​ໃນ​ວັນ​ທີ 16 ຕຸລາ 2014
ໄດ້ພ້ອມ​ກັບ​ໝູ່ຮ່ວມ​ຂະ​ບວນການ​ທັງ​ໝົດ 6 ຄົນ ​ໄດ້​ລັກລອບ​ເຂົ້າ​ໄປ​ຕັດ​ໄມ້​​ໃນປ່າ​ເລິກ​ເຂດ​ຂົວ 3 ບ້ານ​ສີສະ​ຫວາດ ເມືອງ​ນາ​ຊາຍ​ທອງ ເພື່ອ​ຈະເອົາມາ​ຂາຍ​ໃຫ້​ລູກ​ຄ້າ​ທີ່​ສັ່ງ​ຊື້ ​ແລະ ຕົກ​ມາ​ຮອດ​ວັນ​ທີ 20 ຕຸລາ 2014 ຈຶ່ງ​ໄດ້​ນຳລົດ​ຕ໋ອກໆ​ເຂົ້າ​ໄປ​ແກ່​ເອົາ​ໄມ້​ດັ່ງກ່າວ,​ ແຕ່​​ຈຶ່ງ​ຖືກ​ເຈົ້າໜ້າ​ທີ່​ຈັບ​ຕົວ​ໄດ້​ເສຍ​ກ່ອນ.
    ​ເຈົ້າ​ໜ້າ​ທີ່ ​ໃຫ້​ຮູ້​ວ່າ: ປັດຈຸບັນ,​​ແມ່ນໄດ້​ມີ​ການສຶກສາ​ອົບຮົມ ແລະ ປັບ​ໃໝ​ພວກກ່ຽວ​ຕາມ​ລະ ບຽບ​ກົດໝາຍ​​ເພື່ອ​ບໍ່​ໃຫ້​ກັບ​ມາ​ກະທຳ​ຜິດ​ອີກ ​ແລະ ​​ໃຫ້​ກັບ​ຄືນສູ່​ຄອບຄົວ, ຍ້ອນ​ເປັນ​ການ​ກະທຳ​ຜິດ​ຄັ້ງທຳ​ອິດ, ສ່ວນ​ໄມ້​ຂອງ​ກາງ​ທັງ​ໝົດແມ່ນ​ຮີບ​ໄວ້​ເປັນ​ຂອງ​ລັດ.

No comments:

Post a Comment