Ad

Ad

24 October 2014

ສານ​ນະຄອນຫລວງ​ຕັດ​ສີນ​ລົງໂທດ​ຜູ້ຄ້າ​ຢາ​ເສບ​ຕິດ​ຈຳ​ຄຸກ 5 ປີ



     ​ເມື່ອ​ບໍ່​ດົນ​ມານີ້, ສານ​ປະ ຊົນ​ນະຄອນຫລວງ​ວຽງ​ຈັນ,​ ໄດ້​ຕັດ​ສີນ​ລົງ​ໂທດ​ທ້າວ ບົວ​ພາ ອາຍຸ 55 ປີ, ນາງ ຈັນ ອາຍຸ 50 ປີ ​ແລະ ທ້າວ ກິ ອາຍຸ 26 ປີ​ຢູ່​ບ້ານ​ດອນ​ສາງ​ໄພ ເມື​ອງປາກງື່ມ ນະ​ຄອນ​ຫລວງ​ວຽງ​ຈັນ ​ແລະ ທັງ​ສາມ​ຄົນເປັນພໍ່​ແມ່​ ແລະ ລູກໃນ ຄອບຄົວ​ກັນໃຫ້​ຈຳ​ຄຸກ​ຜູ້​ລະ 5 ​ປີ ພ້ອມ​ປັບ​ໃໝ 10 ລ້ານ,​ ໂດຍ​ທັງ​ສາມ​ຄົນ​ຖືກ​ເຈົ້າ​ໜ້າ​ທີ່​ຈັບ​ຕົວ​ໄດ້​ເມື່ອ​ທ້າຍ​ເດືອນ​ພະຈິກ 2013 ​ໃນ​ຂໍ້​ຫາ​ຄ້າຂາຍ​ຢາ​ເສບ​ຕິດ​ພ້ອມ​ຂອງ​ກາງ​ຢາ​ບ້າ​ເກືອ​ບ 50 ​ເມັດ.​ເຈົ້າໜ້າ​ທີ່​ໃຫ້​ຮູ້​ວ່າ: ຄອບຄົວ​ດັ່ງກ່າວ​​ເລີ່​ມມີ​ການ​ເຄື່ອນ​ໄຫວ​ຄ້າຂາຍຢາ​​ເສບ​ຕິດ​ມາ​ໃຫ້​ກັບ​ໄວ​ລຸ້ນ​ໃນ​ເຂດ​ເມືອງ​ປາກງື່ມ​ແຕ່​ປີ 2011​ ​ແຕ່​ການ​ເຄື່ອນ​ໄຫວ​ມີ​ລັກ ສະນະ​ເລິກ​ແລ​ບແນບ​ນຽນຈຶ່ງ​ບໍ່​ມີ​ຫລັກ​ຖານ​ໃນ​ການ​ຈັບ​ກຸມ ແລະ ຕົກ​ມາ​ຮອດ​ທ້າຍ​ປີ 2011 ຈຶ່ງ​ສາມາດ​ຈັບ​ຕົວ​ພວກ​ກ່ຽວ​ມາ​ດຳ​ເນີນ​ຄະດີ​ຕາມ​ລະບຽບ​ກົດໝາຍ.

No comments:

Post a Comment