Ad

Ad

24 October 2014

ພຽງ 2 ມື້ ຢູ່ນະຄອນຫລວງວວຽງຈັນມີອຸປະຕິເຫດເກີດຂຶ້ນ 8 ກໍລະນີເສຍຊີວິດ 2 ຄົນ



     ພຽງໄລຍະ 2 ວັນຂອງອາທິດນີ້ຄືໃນວັນທີ 21-22 ຕຸລານີ້, ຢູ່ນະຄອນຫລວງ ວຽງຈັນມີອຸປະຕິເຫດຕາມທ້ອງຖະໜົນ ເກີດຂຶ້ນ 8 ກໍລະນີ ສົ່ງຜົນໃຫ້ມີເສຍຊີວິດ 2 ຄົນ ແລະ ບາດເຈັບສາຫັດ 1 ຄົນ.
     ເຈົ້າໜ້າທີ່ຈະລາຈອນ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ກໍລະນີທີໜຶ່ງເກີດຂຶ້ນ ຢູ່ທີ່ບ້ານ ຫ້ວຍຫົງ ເມືອງຈັນທະບູລີ ນະ ຄອນຫລວງວຽງຈັນ ໃນເວລາ 1 ໂມງເຊົ້າ ຂອງວັນທີ 21, ໄດ້ມີລົດຕູ້ຕຳລົດຈັກ, ສົ່ງຜົນໃຫ້ຜູ້ຂັບຂີ່ລົດຈັກ ເສຍຊີວິດຄາ ທີ່ສ່ວນ ຜູ້ຂັບຂີ່ລົດຕູ້ໄດ້ຖືກເຈົ້າໜ້າທີ່ກັກຕົວໄວ້ເພື່ອດຳເນີນຄະດີຕາມ ລະ ບຽບກົດໝາຍ ແລະ ອີກກໍລະນີທີສອງເກີດຂຶ້ນໃນເວ ລາຫົວຄ່ຳຂອງວັນທີ 22 ຕຸລາ, ຢູ່ເຂດບ້ານໂນນຂີ້ເຫລັກເມືອງ ສີໂຄດຕະບອງ ນະຄອນຫລວງວຽງຈັນ ລົດຈັກຕຳກັນຢ່າງຮຸນ ແຮງ, ເຮັດໃຫ້ຜູ້ຂັບຂີ່ລົດຈັກຄົນໜຶ່ງທີ່ເປັນຜູ້ຍິງອາຍຸ 20 ປີ, ຢູ່ບ້ານຕາດທອງ ເສຍຊີວິດຄາທີ່, ສ່ວນອີກຜູ້ໜຶ່ງທີ່ເປັນ ຜູ້ຊາຍ ອາຍຸ 31 ປີ ຢູ່ບ້ານດ່ານຄຳ ໄດ້ຮັບບາດເຈັບສາຫັດ, ຊຶ່ງປັດຈຸບັນທາງເຈົ້າໜ້າທີ່ກຳລັງສືບສວນຊອກຫາສາເຫດຂອງການເກີດອຸ ປະຕິເຫດແຕ່ກໍເປັນການຍາກ ເນື່ອງຈາກ ວ່າຄູ່ກໍລະນີຝ່າຍໜຶ່ງເສຍຊີວິດ ແລະ ອີກຝ່າຍບາດເຈັບສາຫັດເພື່ອດຳເນີນຄະດີຕາມ ລະບຽບກົດໝາຍ ແລະ ກໍລະ ນີອື່ນໆເກີດຂຶ້ນຢ່າງລຽນຕິດ, ຊຶ່ງສາເຫດສ່ວນໃຫຍ່ກໍແມ່ນຍັງຂາດສະຕິ, ບໍ່ເຄົາລົບນັບຖືລະ ບຽບຈະລາຈອນ, ແລ່ນລົດໄວເກີນຂອບເຂດ.

No comments:

Post a Comment