Ad

Ad

24 October 2014

ໜ່ວຍພັກກົມຈັດຕັ້ງ-ພະນັກງານ ທຫລ ສຳເລັດກອງປະຊຸມຄັ້ງທີ IV



        ກອງປະຊຸມໃຫຍ່ຄັ້ງທີ IV ຂອງໜ່ວຍພັກກົມຈັດຕັ້ງ ແລະ ພະນັກງານ ທະນາຄານແຫ່ງ ສປປ ລາວ ໄດ້ສຳລັດລົງ ໃນ ວັນທີ 22 ຕຸລາ 2014 ຢູ່ຫ້ອງ ປະຊຸມທະນາຄານແຫ່ງ ສປປ ລາວ ນະຄອນຫຼວງວຽງຈັນເຊິ່ງໄດ້ດໍາ ເນີນ ມາເປັນເວລາ ເຄິ່ງມື້ ພາຍໃຕ້ການເປັນປະທານຂອງສະຫາຍ ພານຸສັກ ແກ່ນວົງ ພະຈັນ ຄະນະໜ່ວຍພັກ-ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ໂດຍການ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ດຣ ສົມພາວ ໄຟສິດ ເລຂາຄະນະພັກ, ຜູ້ວ່າ ການທະນາຄານແຫ່ງ ສປປ ລາວ, ພ້ອມນີ້ກໍມີບັນດາຄະນະພັກ, ຄະນະພັກຮາກຖານ-ຄະນະໜ່ວຍພັກ, ອົງການມະຫາຊົນ ແລະ ສະມາຊິກພັກທີ່ເປັນພະນັກ ງານປະຕິວັດອາວຸໂສບຳນານ ແລະ ພະນັກງານປະຈຳການ ເຂົ້າຮ່ວມຢ່າງພ້ອມພຽງ.
          ກອງປະຊຸມໃຫຍ່ໃນຄັ້ງນີ້ ສະຫາຍ ພານຸສັກ ແກ່ນວົງພະຈັນ ຄະນະໜ່ວຍພັກໄດ້ນໍາສະເໜີບົດລາຍງານການເມືອງ ທີ່ສ່ອງແສງໃຫ້ເຫັນເຖິງຜົນງານ ແລະ ການເຄື່ອນໄຫວໃນການຈັດຕັ້ງປະຕິບັດຕະຫຼອດໄລຍະຜ່ານມາໂດຍພາຍ ໃຕ້ການ
ຊີ້ນຳ-ນຳພາໂດຍກົງຂອງຄະນະພັກທະນາຄານແຫ່ງ ສປປ ລາວ, ໜ່ວຍພັກໄດ້ຖືສຳຄັນວຽກງານສຶກສາການເມືອງນຳພາແນວ ຄິດ ເອົາວຽກງານນີ້ສອດຫ້ອຍ-ເຄື່ອນໄຫວເປັນປົກກະຕິຢູ່ພາຍໃນສາຍພັກ, ສາຍລັດ ແລະ ອົງການຈັດຕັ້ງມະຫາຊົນສາມາດ ເຮັດສຳເລັດໜ້າທີ່ການເມືອງ-ວິຊາສະເພາະຂອງຕົນໄດ້ເປັນຢ່າງດີກາຍເປັນເສນາທິການ ແລະ ມີພາລະບົດບາດຊ່ວຍຄະ
ນະປະ ຈຳພັກ, ຄະນະພັກ-ຄະນະຜູ້ວ່າການທະນາຄານແຫ່ງ ສປປ ລາວ ໃນວຽກງານສຶກສາອົບຮົມການເມືອງ-ແນວຄິດ, ວຽກ ງານຈັດຕັ້ງ, ວຽກງານພະນັກງານ, ວຽກງານນະໂຍບາຍ ແລະ ວຽກງານອົງການຈັດຕັ້ງມະຫາຊົນ, ຜ່ານການຊີ້ນໍານຳ ພາຂອງ ໜ່ວຍພັກສາມາດຕີລາຄາຜົນສຳເລັດໃນຫຼາຍດ້ານ, ໂດຍສະເພາະໄດ້ເປັນເຈົ້າການຊ່ວຍຄະນະພັກ-ຄະນະຜູ້ວ່າການ ໃນການສຶກ ສາການເມືອງນຳພາແນວຄິດໃຫ້ສະມາຊິກພັກ-ພະນັກງານໃນທົ່ວລະບົບທະນາຄານ, ເປັນເຈົ້າການປັບປຸງ ການຈັດຕັ້ງຮາກຖານ ພັກແຕ່ລະຂັ້ນໃຫ້ມີຄວາມປອດໃສ, ໜັກແໜ້ນ ແລະ ເຂັ້ມແຂງ, ຄົ້ນຄວ້າປັບປຸງການຈັດຕັ້ງລັດ ໃຫ້ເປັນລະບົບຄົບຊຸດ ແລະ ຄົ້ນຄ້ວາຫັນນິຕິກຳກ່ຽວ ກັບວຽກງານນະໂຍບາຍຂອງ ຂັ້ນເທິງມາເປັນອັນສະເພາະ ຂອງທະນາຄານແຫ່ງ ສປປ ລາວ. 
    ດ້ວຍການເຄື່ອນໄຫວຢ່າງ ຕັ້ງໜ້າໃນວຽກງານວິຊາສະ ເພາະຂອງໜ່ວຍພັກເຊິ່ງໄດ້ເປັນການປະກອບສ່ວນເຮັດໃຫ້ການ ຈັດຕັ້ງປະຕິບັດວຽກງານວິຊາ ສະເພາະຢູ່ບັນດາໜ່ວຍພັກ ແລະ ກົມກອງຕ່າງໆໄດ້ມີການເຄື່ອນ ໄຫວຢ່າງຄ່ອງຕົວ ແລະ ໜັກ
ແໜ້ນຍິ່ງຂຶ້ນ, ສະພາບ ແລະ ປາກົດການຫຍໍ້ທໍ້ດ້ານຕ່າງໆໄດ້ຮັບການປັບປຸງ-ແກ້ໄຂໃຫ້ນັບມື້ຫຼຸດໜ້ອຍຖອຍລົງ ແລະ ຂະ ແໜງການທະນາຄານໄດ້ຮັບການພັດທະນາໃຫ້ມີບາດກ້າວຂະຫຍາຍຕົວຢ່າງໜັກແໜ້ນ, ເຂັ້ມແຂງ ແລະ ທັນສະໄໝເປັນ ກ້າວໆ.     
    ກອງປະຊຸມຍັງໄດ້ຜ່ານທິດທາງແຜນການເຄື່ອນໄຫວໃນສະເພາະໜ້າ, ຈາກນັ້ນກໍໄດ້ດຳເນີນການປ່ອນບັດຄັດເລືອກເອົາ ຄະນະໜ່ວຍພັກຊຸດໃໝ່ເພື່ອເປັນໃຈກາງໃນການເຕົ້າໂຮມຄວາມສາມັກຄີເປັນເອກະພາບພາຍໃນ ແລະ ຊີ້ນໍາ ນໍາພາກົມກອງ ເພື່ອເຮັດສຳເລັດໜ້າທີ່ທີ່ຂັ້ນເທິງມອບໝາຍໃຫ້, ສະຫາຍ ພານຸສັກ ແກ່ນວົງພະຈັນ ໄດ້ຮັບການເລືອກເປັນເລຂາໜ່ວຍ ພັກ ກົມຈັດຕັ້ງ ແລະ ພະນັກງານທະນາຄານແຫ່ງ ສປປ ລາວ, ສະຫາຍ ນາງໄກສອນ ໄຊຍະພອນ ເປັນຮອງເລຂາ ແລະ ສະຫາຍ ເສີມ ທະວີ ສີຫາຜົນ ເປັນກຳມະການທັງປັນຜູ້ກວດກາໜ່ວຍພັກ ແລະ ໃນເວລາຕໍ່ມາກໍໄດ້ມີການປ່ອນ ບັດເລືອກຄັດເລືອກ ເອົາຜູ້ແທນຂອງໜ່ວຍພັກເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ III ຂອງອົງຄະນະພັກທະນາຄານແຫ່ງ ສປປ ລາວ ທີ່ຈະເປີດຂຶ້ນ ໃນຕໍ່ໜ້ານີ້, ຕອນທ້າຍສະຫາຍເລຂາຄະນະພັກທະນາຄານແຫ່ງ ສປປ ລາວ ກໍໄດ້ກ່າວສະແດງຄວາມຍ້ອງຍໍສັນລະເສີນ ແລະ ຕີລາຄາສູງຕໍ່ການຊີ້ນຳນຳພາຂອງໜ່ວຍພັກໃນໜຶ່ງສະໄໝຜ່ານມາ ແລະ ຍັງ ໄດ້ໃຫ້ທິດຊີ້ນຳຕໍ່ກອງປະຊຸມໃນຫຼາຍບັນຫາທັງ ນີ້ກໍເພື່ອໃຫ້ຄະນະໜ່ວຍພັກຊຸດໃໝ່ ແລະ ສະມາຊິກພັກນຳໄປຈັດຕັ້ງຜັນຂະຫຍາຍແນໃສ່ເພື່ອເຮັດສຳເລັດໜ້າທີ່ການເມືອງ ຂອງຕົນໃນຕໍ່ໜ້າ.

No comments:

Post a Comment