Ad

Ad

24 October 2014

ໂຮງຫມໍຜິວໜັງແຂວງບິ່ງດິງ ແລະ ໂຮງຫມໍແຂວງຈຳປາສັກ ເພີ່ມທະວີການຮ່ວມມືສອງຝ່າຍ



      ໃນຕອນເຊົ້າຂອງວັນທີ 23 ຕຸລານີ້ ຢູ່ໂຮງໝໍແຂວງຈຳປາສັກ ໄດ້ມີພິທີໄຂ ກອງປະຊຸມຮ່ວມມືທາງດ້ານວິຊາການ ລະ ຫວ່າງໂຮງໝໍຜິວຫນັງສູງກາງກຸຍ ຮົວ ແຂວງບິ່ງດິງ ສສ ຫວຽດນາມ  ກັບໂຮງຫມໍແຂວງຈຳປາສັກ ໄດ້ມີຂຶ້ນໃນເຊົ້າວັນທີ 23 ຕຸລານີ້ ຢູ່ເທດສະບານແຂວງຈຳປາສັກໂດຍການເຂົ້າຮ່ວມຂອງທ່ານ ດຣ ຄຳໂພ ຈະເລີນວົງ ຄະນະປະຈຳພັກແຂວງ, ຫົວ ຫນ້າພະແນກສາທາລະນະສຸກແຂວງ ແລະ ດຣ ຫງວຽນແທງເຕິນ ຜູ້ອຳນວຍການໂຮງໝໍດັ່ງກ່າວ ທັງ ເປັນຫົວຫນ້າຄະ ນະພັກຜູ້ແທນທີ່ມາຢ້ຽມຢາມແຂວງ ຈຳປາສັກເພື່ອເພີ່ມທະວີການຮ່ວມມືດ້ານການແພດລະຫວ່າງສອງຝ່າຍ.
       ການຢ້ຽມຢາມໃນຄັ້ງນີ້ ນອກຈາກເປັນການທົບທວນຄືນການຮ່ວມມືທາງດ້ານການແພດ ຂອງສອງຝ່າຍໃນຜ່ານ ມາແລ້ວຄະນະແພດ ຈາກ ສສ ຫວຽດນາມ ຍັງຈະໄດ້ລົງສຳຫລວດ ແລະ ກວດກາພະຍາດຂີ້ທູດ, ພະຍາດຜິວຫນັງ ແລະ ພະຍາດທີ່ ຕິດຕໍ່ທາງເພດສຳພັນຢູ່ແຂວງ ຈຳປາສັກເພື່ອຈະໄດ້ວາງແຜນຊ່ວຍເຫລືອໃນການປິ່ນປົວພ້ອມນັ້ນກໍເພື່ອເປັນການ ແລກປ່ຽນບົດຮຽນລະຫວ່າງສອງໂຮງໝໍດັ່ງກ່າວ.

No comments:

Post a Comment