Ad

Ad

24 October 2014

ມາຮູ້ຈັກກັບບຸນນະມັດສະການພະທາດຫລວງຕື່ມອີກ



     ຖ້ານັບຖອຍຫລັງກໍຍັງອີກປະມານສອງອາທິດບຸນນະມັດສະການພະທາດ ຫລວງອັນເປັນບຸນປະເພນີໃຫຍ່ໜຶ່ງຂອງຊາວ ພຸດລາວກໍຈະໄດ້ໝູນວຽນມາບັນ ຈົບຄົບຮອບອີກວາລະໜຶ່ງ ແລະ ເພື່ອຄວາມເຂົ້າໃຈຕື່ມອີກກ່ຽວກັບປະຫວັດ ຄວາມເປັນ ມາຂອງວັນບຸນດັ່ງກ່າວທ່ານພະອາຈານ ເວດຮອງປະທານຜູ້ປະຈຳການ ສູນກາງອົງການພຸດທະສາສະໜາສຳພັນແຫ່ງປະເທດ ລາວ, ທັງເປັນເຈົ້າອະທິການ ວັດສີສະເກດ ໄດ້ເລົ່າໃຫ້ຮູ້ວ່າ: ໃນປີ ພສ 2036 ຫລັງຈາກພິທີທຳສັງຄະຍານາຄັ້ງທີ 3 ສິ້ນສຸດລົງ ຢູ່ປະ ເທດອິນເດຍ, ໄດ້ມີພະສົງຈາກ ລາວ 5 ອົງ ກໍໄດ້ສຳເລັດສຶກສາວິຊາທາງພະພຸດທະສາສະໜາ ຢູ່ທີ່ນັ້ນ ແລະ ເມື່ອກັບ ມາໄດ້ນຳເອົາພະບໍລົມສາລີລິຄະທາດ ຫລື ກະດູກຫົວເນົ່າຂອງພະພຸດທະ ເຈົ້າກັບມານຳ, ເມື່ອມາຮອດແລ້ວ ກໍໄດ້ຊັກຊວນ ພະຍາຈັນທະບູລີ ປະສິດທິສັກ ຜູ້ຄອງນະຄອນຫລວງວຽງຈັນ ໃນສະໄໝນັ້ນ, ພ້ອມດ້ວຍປະຊາຊົນຊາວ ວຽງຈັນ ໄດ້ພ້ອມພາ ກັນສ້າງພະທາດອຸບມົງກວມເອົາອັດທິຂອງພະພຸດທະເຈົ້າ ແລະ ການກໍ່ສ້າງມີລັກສະນະຄ້າຍຄືກັບ
ໂອຂວ່ຳ ຫລື ເອີ້ນວ່າພະ ທາດໝາກໂມເຊິ່ງປະກົດມີຢູ່ຫລາຍແຂວງຂອງລາວ. ພະທາດດັ່ງກ່າວມີລວງກວ້າງແຕ່ລະຂ້າງ ແມ່ນ 5 ວາ, ໜາ 2 ວາ, ສູງ 5 ວາ 3 ສອກ. ຕໍ່ມາໄດ້ດຳເນີນການປະຕິສັງຂອນເປັນຄັ້ງທີ 2 ເມື່ອປີ ພສ 2109 ຫລື ຄສ 1566 ໂດຍພະເຈົ້າໄຊເສດຖາທິ ລາດພ້ອມປະຊາຊົນທົ່ວປະເທດໂດຍໄດ້ສ້າງພະທາດໃຫຍ່ກວມເອົາພະທາດອຸບມົງເມື່ອກ່ອນ, ເຊິ່ງເປັນພະທາດໃຫຍ່ດັ່ງທີ່ ໄດ້ປະກົດເຫັນຢູ່ໃນທຸກມື້ນີ້ ແລະ ເອີ້ນກັນວ່າພະທາດຫລວງມີລວງສູງ 45 ແມັດ, ລວງຍາວຕີນທາດດ້ານຕາເວັນອອກ ແລະ ຕາເວັນຕົກ ເບື້ອງລະ 69 ແມັດ, ດ້ານທິດເໜືອ ແລະ ທິດໃຕ້ເບື້ອງລະ 68 ແມັດ, ມີທາດປິລະມິດອ້ອມ ພະທາດ 30 ທາດ ດ້ວຍກັນ, ມີປະຕູເຂົ້າ-ອອກທັງ 4 ດ້ານ ຫລື ເອີ້ນ ໃນພາສາບາລີວ່າ: ເຈດີຈຸນລະມະນີ ໂລກາ. ຫລັງຈາກພະເຈົ້າ ໄຊເສດຖາ ທິລາດໄດ້ສ້າງສຳເລັດແລ້ວ, ກໍໄດ້ເຮັດບຸນສຫລອງໃຫຍ່, ຊຶ່ງເອີ້ນກັນວ່າ: ບຸນນະມັດສະການພະທາດຫລວງຢູ່ໃນເດືອນ 12 ເພັງລາວທີ່ສືບທອດກັນມາເຖິງປັດຈຸບັນນີ້.
     ທ່ານພະອາຈານ ຮອງປະທານອົງການພຸດທະສາສະໜາສຳພັນລາວ ໄດ້ກ່າວວ່າ: ບຸນພະທາດຫລວງເປັນບຸນປະເພນີຂອງ ລາວທີ່ໃຫຍ່ກວ່າບຸນອື່ນໆໃນຮອບປີ, ເຊິ່ງມັນສະແດງອອກເມື່ອບຸນນະມັດສະການພະທາດໄດ້ເປີດຂຶ້ນປະຊາຊົນລາວທີ່ຢູ່ ທັງພາຍໃນ ແລະ ຕ່າງປະເທດ ຕ່າງໆກໍຈະພາກັນຫລັ່ງໄຫລເຂົ້າມາສູ່ນະຄອຫລວງວຽງຈັນຢ່າງຄັບຄາໜາແໜ້ນບໍ່ວ່າຈະ ຢູ່ໃນວັດ ຫລື ໂຮງແຮມ, ເຮືອນພັກ ແລະ ສະຖາທີ່ອື່ນໆເພື່ອຈະໄດ້ຮ່ວມເຮັດບຸນສຳຄັນດັ່ງກ່າວ ແລະ ຖືວ່າເປັນບຸນທີ່ໃຫຍ່ ລະດັບຊາດ, ລະດັບສາກົນຂອງຊາວພຸດກໍວ່າໄດ້.  ສຳລັບປະເພນີຂອງການເຮັດບຸນພະທາດຫລວງປະກອບມີ 2 ຂັ້ນຕອນຄື: ເປັນບຸນປະເພນີ ແລະ ເປັນບຸນຈັດແບບທາງການ ຄື: ສຳລັບບຸນປະເພນີເນື່ອງ ຈາກບັນພະບູລຸດລາວເຮົາໄດ້ບັນຍັດໄວ້ໃນຮີດ 12 ຄອງ 14 ໄວ້ ວ່າ: ເດືອນ 12 ເພັງ ເປັນບຸນນະມັດສະການພະທາດຫລວງ, ເປັນບຸນປະເພນີໄດ້ເຮັດພຽງ 3 ມື້, ຊຶ່ງເລີ່ມແຕ່ ມື້ຂຶ້ນ 13 ຄ່ຳ-15 ຄ່ຳ ເດືອນ 12 ລາວຂອງທຸກໆປີ ອັນນີ້ເປັນບຸນທີ່ເຮັດຕາມປະເພນີເກົ່າແກ່ໃນທາງພຸດທະສາສະໜາ ຢ່າງແທ້ ຈິງ. ສ່ວນບຸນທີ່ຈັດຂຶ້ນແບບທາງການນັ້ນແມ່ນພາຍຫລັງທີ່ປະເທດຊາດບ້ານເມືອງມີຄວາມສະຫງົບ, ຈະເລີນສີວິ ໄລ, ປະຊາ ຊົນອຸດົມຮັ່ງມີເພິ່ນຈຶ່ງໄດ້ຂະຫຍາຍການຈັດງານບຸນນະມັດສະການພະທາດຫຼວງນີ້ຫລາຍຂຶ້ນ, ໂດຍຈະເລີ່ມແຕ່ມື້ ຂຶ້ນ 8 ຄ່ຳ ໄປຈົນເຖິງມື້ຂຶ້ນ 15 ຄ່ຳ ຫລື 1 ອາທິດ ກ່ອນໜ້າບຸນນະມັດສະການພະທາດຫລວງທາງພັກ-ລັດຖະບານໄດ້ມອບໃຫ້ ເຈົ້າຄອງ ນະຄອນຫລວງພ້ອມ 9 ຕົວເມືອງອ້ອມຂ້າງ ແລະ ປະທານ ອພສ ນະຄອນຫລວງ ຮ່ວມເປັນເຈົ້າການຈັດງານບຸນດັ່ງກ່າວ.
     ສ່ວນຂັ້ນຕອນຂອງປາງບຸນໃຫຍ່ດັ່ງກ່າວແມ່ນເລີ່ມແຕ່ມື້ຂຶ້ນ 13 ຄ່ຳ ເດືອນ 12 ໄດ້ມີການ ຫ້າງຫາກະກຽມຕົ້ນເຜິ້ງ, ຕົ້ນ ກາລະພຶກ, ໝາກເບັງ ແລະ ເຄື່ອງບູຊາຕ່າງໆມາເຕົ້າໂຮມກັນຢູ່ທີ່ວັດສີເມືອງເພື່ອນຳໄປບວງສວງ ແລະ ຄອບໄຂວ້ ຫໍຫລັກ ເມືອງ, ເຈົ້າແມ່ສີເມືອງ ແລະ ຕົກມາ ໃນຕອນບ່າຍຂອງມື້ຂຶ້ນ 14 ຄ່ຳ ເດືອນ 12 ຄະນະ ອພສ, ທ່ານ ເຈົ້າຄອງນະຄອນ ຫລວງ, ເຈົ້າເມືອງ ແລະ ຊາວນະຄອນຫລວງວຽງຈັນ ຕ້ອງໄດ້້ມາເຕົ້າໂຮມ ກັນແຮ່ພະສາດເຜິ້ງຈາກຫໍຫລັກ ເມືອງ, ວັດສີ ເມືອງ ເຂົ້າສູ່ພະທາດຫລວງ ແລະ ແຮ່ອ້ອມພະທາດຫລວງ 3 ຮອບ, ຈາກນັ້ນກໍ ມີການໄຫວ້ພະ, ຮັບສິນ, ຟັງທຳ ມະເທສະ ນາອື່ນໆ ແລະ ມື້ຂຶ້ນ 15 ຄ່ຳເດືອນ 12 ກໍໄດ້ມີພິທີໃສ່ບາດ ຖວາຍສັງຄະທານແດ່ພະສົງ, ໂດຍຈະມີບັນດາຜູ້ນຳພັກ-ລັດ ຕະຫລອດເຖິງຊາວພຸດ ແລະ ປະຊາຊົນຜູ້ມີຈິດໃຈສັດທາຈາກທົ່ວປະເທດເຂົ້າຮ່ວມພິທີໃສ່ບາດ, ຈາກນັ້ນ ໃນຕອນບ່າຍຈະ ມີພິທີແຮ່ລູກຄີເຂົ້າສູ່ພະທາດຫລວງ ເພື່ອທຳການຂ່ຳມາຄາລະວະ ແລະ ຕໍ່ມາກໍໄດ້ມີການຕີຄີຢູ່ໜ້າ ເດີ່ນພະທາດລະຫວ່າງຝ່າຍ ລັດຖະບານ ແລະ ປະຊາຊົນ ເພື່ອເປັນການທຳນາຍດວງຊະຕາ ຂອງປະເທດຊາດບ້ານເມືອງຄື ດັ່ງທີ່ໄດ້ປະຕິບັດກັນມາທຸກໆປີ ແລະ ຕອນຄ່ຳວັນດຽວກັນກໍຈະ ພິທີວຽນທຽນ ແລະ ມີການຈູດ ບັ້ງໄຟດອກເພື່ອບູຊາພະທາດທັງ 4 ດ້ານຕາມຮີດຄອງປະ ເພນີທີ່ມີມາ.

No comments:

Post a Comment