Ad

Ad

24 October 2014

ຫາລື​​ຮ່າງ​ກົດໝາ​ຍ ວ່າ​ດ້ວຍ​ການ​ຕ້ານ ​ແລະ ສະກັດ​ກັ້ນການ​ໃຊ້​ຄວາມ​ຮຸ່ນ​ແຮງ​ຕໍ່​ແມ່​ຍິງ-​ເດັກນ້ອຍ



    ໃນ​ວັນ​ທີ 23 ​​ຕຸລານີ້, ຢູ່ນະຄອນຫລວງວຽງຈັນ, ສະພາ​ແຫ່ງ​ຊາດຮ່ວມ​ກັບກະຊວງ​ຍຸຕິ​ທຳ, ຄະນະ​ກຳມາ​ທິການ​ເພື່ອ​ແມ່ ​ແລະ ​ເດັກແຫ່ງ​ຊາດ ​ແລະ ພາກ ສ່ວນ​ກ່ຽວຂ້ອງ, ໄດ້​ປຶກສາ​ຫາລື ແລະ ​ແລກປ່ຽນບົດຮຽນ​ກ່ຽວ​ກັບ​ຮ່າງກົດໝາຍວ່າ​ດ້ວຍ​ການ​ຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ ​ແລະ ​ເດັກນ້ອຍ​ໃນ ສປປ ລາວ ​ ພາຍ​ໃຕ້​ການ​ເປັນ​ປະທານ​ຂອງທ່ານ ດຣ. ​ໄຊ​ສົມ​ພອນ ພົ​ມ ວິຫານ ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ລາວ ​ແລະ ທ່ານນາງ ມາ​ຕາ ຊັນ​ໂທສ໌ ​ໄພສ໌ ຜູ້ຕາງໜ້າ​ພິ​ເສດ​ຂອງ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ ທີ່​ເຮັດ​ວຽກ​ກ່ຽວ​ກັບ​ວຽກ​ງານ​ການ​ຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​​ເດັກ, ມີທ່ານ​ນາງ ຫົງ​ເວີຍ ​ເກົາ ຜູ້ຕາງໜ້າ​ອົງການ​ອຸຍ​ນີ​ເຊັບປະຈຳ​ລາວ ແລະ ບັນດາ​ຄະ ນະ​ກຳມາ​ທິການ​ກົດໝາຍເຂົ້າ​ຮ່ວມ.
      ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ ກ່າວ​ຕໍ່​ກອງ​ປະຊຸມ​ວ່າ: ປັດຈຸບັນ ສປປ ລາວ ກຳລັງ​ຮ່າງ​ກົດໝາຍ​ວ່າ ດ້ວຍ​ການ​ຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ ແລະ ​ເດັກນ້ອຍ, ເປັນ​ກົດໝາຍທີ່​ລະບຸ​ສະ​ເພາະ​ກ່ຽວ​ກັບ​​ການ​ຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​
ແມ່ຍິງ ແລະ ​ເດັກນ້ອຍ ​ເຊິ່ງມັນ​ສອດ​ຄ່ອງ​ກັບ​ແຜນ​ດຳ​ເນີນ​ງານ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ​ແກ້​ໄຂ​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ ແລະ ​ເດັກນ້ອຍ ທັງ​ຈະ​ຊ່ວຍໃຫ້​ວຽກ​ງານ​ດ້ານ​ນິຕິ​ກຳ ​ເພື່ອ​ປົກ​ປ້ອງ​ແມ່ຍິງ ​ແລະ ​ເດັກນ້ອຍ ຈາກ​ຄວາມ​ຮຸນ​ແຮງ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ​ກວ່າ​ເກົ່າ ​ເຊິ່ງສາມາດ​ຕອບ​ຂໍ້ສະ​ເໜີ​ແນະ​ຂອງ​ຄະນະ​ກຳມະການ​ສົນທິສັນຍາ​ວ່າ​ດ້ວຍ​ສິດທິ​ເດັກຂອງ​ອົງການ​ສະຫະ​ປະຊາ​ຊາດ ​ແລະ ຄະນະ​ກຳມະ ການ​ວ່າ​ດ້ວຍ​ການ​ລຶບ​ລ້າງທຸກ​ຮູບ​ແບບ​ຂອງ​ການຈຳ​ແນ​ກຕໍ່​ແມ່ຍິງ. ໂດຍ​ຮ່າງ​ກົດໝາຍ​ດັ່ງ ກ່າວປະກອບ​ມີ 9 ພາກ 83 ມາດ ຕາ.
     ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ກ່າວ​ຕື່ມ​ວ່າ: ຄວາມ​ຮຸນ​ແຮງ​ຕໍ່​ເດັກເມື່ອ​ເກີດ​ຂຶ້ນ​ແລ້ວ ແມ່ນ​ສ້າງ​ຄວາມ​ສູນ​ເສຍ​ຢ່າງ​ຫລວງ​ຫລາຍ​ຕໍ່​ຊຸມ​ຊົນ, ສັງຄົມ ແລະ ປະ​ເທດ​ຊາດ ຕໍ່​ບັນຫາ​ດັ່ງ​ກ່າວ​ລັດຖະບານລາວ, ໄດ້​ເອົາ​ໃຈ​ໃສ່​ໃນ​ການ​ແກ້​ໄຂ​ຄວາມ​ຮຸນ​ແຮງ​ຕໍ່​ເດັກ​ໃນ​ທຸກ​ລະດັບ ​ເພື່ອ​ຮັບປະກັນ​ໃນ​ການ​ປົກ​ປ້ອງ​ເດັກ​ຈາກ​ຄວາມ​ຮຸນ​ແຮງ ຊຶ່ງສະ​ແດງ​ອອກ​ໃນ​ການ​​ເຂົ້າ​ຮ່ວມ​ກັບ​ບັນ ດາ​ປະ​ເທດ​ໃນ​ພາກພື້ນ ​ແລະ ສາ ກົນ ​ໂດຍ​ສະ​ເພາະ​ແມ່ນ​ການ​ໃຫ້​ສັດຕະຍາບັນຕໍ່​ສົນທິສັນຍາ​ວ່າ​ດ້ວຍ​ສິດທິ​ເດັກໃນ​ປີ 1991, ຮັບ ຮອງ​ເອົາ​ຖະ​ແຫລ​ງການ​ອາ​ຊຽນ ກ່ຽວ​ກັບ​ການ​ລຶບລ້າງ​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ ​ແລະ ຄວາມ​ຮຸນ​ແຮງ​ຕໍ່​ເດັກໃນ​ປີ 2013 ​ແລະ ຖະ​ແຫລ​ງການ​ນິວ​ເດັນ​ລີໃນ​ຂອບ​ການ​ຮ່ວມ​ມືລະຫວ່າງບັນດາ​ປະ​ເທດ​ກຳລັງພັດທະນາກ່ຽວ​ກັບ​ສິດທິ​ເດັກໃນ​ປີ 2013.       
     ປັດຈຸບັນ, ສປປ ລາວ ມີ​ຄວາມ​ຄືບ​ໜ້າ​ຫລາຍ​ດ້ານ​ໃນ​ການ​ແກ້​ໄຂ​ບັນຫາ​ຄວາມ​ຮຸນ​  ແຮ​ງຕໍ່​ເດັກເຊິ່ງລັດຖະບານ​ໄດ້​ຮັບ ຮອງ​ເອົາ​​ແຜນ​ດຳ​ເນີນ​ງານ​ແຫ່ງ​ຊາດ​ເພື່ອ​ປ້ອງ​ກັນ ​ແລະ ລຶບ ລ້າງ​ຄວາມ​ຮຸນ​ແຮງ​ຕໍ່​ແມ່​ຍິງ ແລະ ຄວາມ​ຮຸນ​ແຮງ​ຕໍ່​ເດັກ 2014-2020 ​ເພື່ອ​ກ້າວ​ໄປ​ເຖິງ ການລຶບລ້າງ​ຄວາມ​ຮຸນ​ແຮງ​ຕໍ່​ແມ່​ຍິງ ​ແລະ ຄວາມ​ຮຸນ​ແຮງ​ຕໍ່​ເດັກ​ແບບ​ຍືນ​ຍົງ, ແຜນ​ດຳ​ເນີນ​ງານ​ໄດ້​ກຳນົດ​ຂອບ​ການ​ປະ ສານ​ງານ​ກັບ​ທຸກຂະ​ແໜງ​ການ ເພື່ອ​ປ້ອງ​ກັນ ​ແລະ ​ແກ້​ໄຂ​ທຸກ​ຮູບ​ແບບ​ຂອງ​ຄວາມ​ຮຸນ​ແຮງ. ໄປ​ຄຽງ​ຄູ່​ກັນນັ້ນລັດຖະບານ​ລາວກຳລັງ​ດຳ​ເນີນ​ການ​ສຶກສາ​ຄົ້ນຄວ້າ​ກ່ຽວ​ກັບ​ຂະໜາ​ດ ​ແລະ ລັກສະນະ​ຂອງ​ຄວາມ​ຮຸນ​ແຮງ​ທີ່​ສົ່ງ​ຜົນ​ກະທົບ​ຕໍ່​ແມ່ຍິງ ​ແລະ ເດັກນ້ອຍ.  

No comments:

Post a Comment