Ad

Ad

24 October 2014

ລັດຖະມົນຕີກະຊວງກະສິກຳ-ປ່າໄມ້ອອກຄຳສັ່ງສ້າງຂະບວນການອະນາໄມຄອງຊົນລະປະທານ



     ເຖິງວ່າກົດໝາຍວ່າດ້ວຍຊົນລະປະທານຫາກໍຖືກຮັບຮອງ ແລະ ປະກາດໃຊ້ໃນ ປີ 2013 ນີ້ກໍ ຕາມ, ແຕ່ກໍມີຫລາຍ ທ້ອງຖິ່ນໄດ້ ພ້ອມກັນຈັດຕັ້ງຂະບວນການອະ ນາໄມລະບົບຄອງເໜືອງ, ກວດ ກາຫົວງານ ແລະ ອາຄານຕ່າງໆ ຕາມຄອງ ຊົນລະປະທານຕິດພັນ ກັບຂະບວນການແຂ່ງຂັນພາຍ ໃຕ້ຫົວຂໍ້ “ຮັກຊາດ ແລະ ພັດທະ ນາ” ເພື່ອປະກອບສ່ວນເຂົ້າໃນ ວຽກງານຕ້ານແລ້ງ - ຕ້ານຖ້ວມ ແລະ ສະເພາະປີນີ້, ກໍແມ່ນ ບັ້ນ ທ້າຍຂອງການຈັດຕັ້ງປະຕິບັດ ແຜນພັດທະນາເສດ ຖະກິດ-ສັງ ຄົມແຫ່ງຊາດ 5 ປີ ຄັ້ງທີ VII. ສະນັ້ນ, ເພື່ອບັນລຸຄາດໝາຍການຜະລິດເຂົ້າເປືອກໃນສົກປີ 2014-2015 ໃຫ້ໄດ້ 4,2 ລ້ານໂຕນ, ເພື່ອສາມາດຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ສົ່ງເສີມການຜະລິດເປັນ ສິນຄ້າ ແລະ ແກ້ໄຂຄວາມ ທຸກຍາກຂອງປະຊາຊົນລາວບັນດາເຜົ່າຕາມທິດຍືນຍົງ.
     ລັດຖະມົນຕີວ່າການກະຊວງກະສິກຳ ແລະ ປ່າໄມ້ ຈຶ່ງ ໄດ້ອອກຄຳສັ່ງຄື ໃຫ້ກົມຊົນລະປະທານລົງສົມທົບກັບພະແນກ ກະສິກຳ ແລະ ປ່າໄມ້ປະຈຳ ແຂວງ, ນະຄອນຫລວງວຽງຈັນ, ອົງການປົກຄອງທ້ອງຖິ່ນ ແລະ ຂະແໜງການທີ່ກ່ຽວຂ້ອງສືບຕໍ່ ໂຄສະນາເຜີຍແຜ່ເນື້ອໃນຕົ້ນຕໍ ຂອງກົດໝາຍວ່າດ້ວຍຊົນລະປະທານດ້ວຍຫລາຍຮູບແບບ, ຫຼາຍລະດັບ ແລະ ຫລາຍວິທີ
ການຕາມຈຸດພິເສດຂອງແຕ່ລະເປົ້າ ໝາຍໂດຍຜ່ານສື່ຕ່າງໆຂອງລັດເຊັ່ນ: ໜັງສືພິມ, ໂທລະພາບ, ວິ ທະຍຸກະຈາຍສຽງ, ຈັດຕັ້ງກິດ ຈະກຳຖາມ-ຕອບ, ແຈກຢາຍປຶ້ມກົດໝາຍ, ສິ່ງພິມ ແລະ ວາ ລະສານວິຊາການຕ່າງໆໃຫ້ແກ່ ພະນັກງານ, ທະ ຫານ, ຕຳຫລວດ, ພໍ່ຄ້າຊາວຂາຍຕະ ຫລອດຮອດປະຊາຊົນບັນດາ ເຜົ່າ, ໂດຍຍົກໃຫ້ເຫັນຄວາມ ໝາຍຄວາມສຳຄັນຂອງ ວຽກງານຊົນລະປະທານ, ຕໍ່ກັບວຽກ ງານການຜະລິດ ແລະ ຊີວິດການ ເປັນຢູ່ຂອງປະຊາຊົນເພື່ອໃຫ້ ເຂົາເຈົ້າໄດ້ຮັບຮູ້, ເຂົ້າໃຈ ແລະ ເຂົ້າຮ່ວມຈັດຕັ້ງປະຕິບັດຢ່າງ ມີປະສິດທິພາບ, ປະຕິບັດຕາມ ທິດນຳທີ່ວ່າ: ພັກນຳພາ, ລັດ ຄຸ້ມຄອງ, ປະຊາຊົນເປັນເຈົ້າ; ໃຫ້ພະແນກກະສິກຳ ແລະ ປ່າ ໄມ້ແຂວງ ແລະ ນະຄອນຫລວ ວຽງຈັນຂໍທິດຊີ້ນຳຈາກການນຳຂອງ ແຂວງ ແລະ ນະຄອນ ຫລວງ ໂດຍມີການປະສານສົມ ທົບກັບພາກສ່ວນກ່ຽວຂ້ອງປຸກ ລະດົມຂົນຂວາຍແຮງງານຊາວໜຸ່ມ, ນັກຮຽນ-ນັກສຶກສາ ແລະ ພໍ່ແມ່ນປະຊາຊົນເພື່ອພ້ອມກັນ ຈັດຕັ້ງຂະບວນການອອກແຮງງານ (ວັນເສົາແດງ) ອະນາໄມ ລະ ບົບຄອງເໝືອງ, ປະຕູນ້ຳ ແລະ ອາຄານຕ່າງໆຕາມຄອງຊົນລະປະທານໃຫ້ເປັນຂະບວນຟົດ ຟື້ນ ເພື່ອໃຫ້ນ້ຳໄຫລສະດວກ, ຫລຸດ ຜ່ອນການຮົ່ວຊຶມຂອງນ້ຳ, ຮັບ ປະກັນການສະໜອງນ້ຳເຂົ້າສູ່ການຜະລິດຢ່າງພຽງພໍ ແລະ ຕໍ່ເນື່ອງ; ສຳລັບການຈັດຕັ້ງພິ ທີເນື່ອງໃນໂອກາດວັນຊົນລະປະທານແຫ່ງຊາດວັນທີ 3 ພະຈິກນີ້, ໃຫ້ອີງໃສ່ສະພາບເງື່ອນໄຂຂອງແຕ່ລະທ້ອງຖິ່ນແຕ່ຕ້ອງຮັບ ປະກັນເນື້ອໃນເປັນຕົ້ນຕໍ ແລະ ຮູບການເປັນສຳຄັນ, ບົນຈິດໃຈປະຢັດມັດທະຍັດ, ໃຫ້ຖືເອົາວັນດັ່ງ ກ່າວນີ້ ເຜີຍແຜ່ຜົນສຳ ເລັດຂະແໜງການໃນຊຸມປີຜ່ານມາ ພ້ອມທັງສະຫລຸບຖອດຖອນບົດຮຽນໄປພ້ອມ ແລະ ຮຽກຮ້ອງ ໃຫ້ຊາວກະສິກອນປະ ຕິບັດທິດ ທີ່ວ່າ: ລັດ ແລະ ປະຊາຊົນ ພ້ອມກັນເຮັດ; ມອບໃຫ້ກົມຊົນລະປະທານອອກຄຳແນະນຳ ດ້ານວິຊາການເພື່ອ ຜັນຂະຫຍາຍຄຳສັ່ງສະບັບນີ້ ເປັນອັນລະອຽດ ໃຫ້ແກ່ຂະແໜງການສາຍຕັ້ງ ຂອງຕົນຢູ່ທ້ອງຖິ່ນເພື່ອຈັດຕັ້ງ ປະຕິບັດໃຫ້ປະສົບຜົນສຳເລັດ.

No comments:

Post a Comment