Ad

Ad

24 October 2014

ກອງປະຊຸມຄະນະບໍລິຫານງານ ປປ ລາວ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີຄັ້ງທີ I



     ກອງປະຊຸມຄະນະບໍລິຫານງານຊາວໜຸ່ມຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີຄັ້ງທີ I ໄດ້ຈັດຂຶ້ນໃນວັນທີ 23 ເດືອນຕຸລາ ປີ 2014 ຢູ່ກະຊວງດັ່ງ ກ່າວ ໃຫ້ກຽດເຂົ້າຮ່ວມໂດຍສະຫາຍ ດຣ. ວິໄລວົງ ບຸດດາຄຳ ເລຂາຄະນະບໍລິ ຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ສະຫາຍ ສຈ.ດຣ. ບໍ່ວຽງຄຳ ວົງດາລາ ເລຂາຄະນະພັກ, ລັດຖະມົນຕີວ່າການກະ ຊວງວິທະຍາສາດ ແລະ ເຕັກໂນໂລຊີ, ມີສະຫາຍ ນາງ ສີດາ ຢູຕຣີຈັນທະຈັກ ເລຂາຄະນະບໍລິຫານງານຊາວ ໜຸ່ມກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ, ຄະນະຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມກະຊວງດັ່ງກ່າວຈຳນວນ 150 ສະຫາຍ ເຂົ້າຮ່ວມ.
         ສະຫາຍ ນາງ ສີດາ ຢູຕຣີ ຈັນທະຈັກໄດ້ຂຶ້ນຜ່ານບົດລາຍງານການເມືອງຂອງຄະນະບໍລິຫານງານຊ່າວໜຸ່ມກະຊວງວິ ທະຍາສາດ ແລະ ເຕັກໂນໂລຊີວ່າ: ຕະຫລອດໄລຍະຜ່ານມາຄະນະບໍລິຫານງານຊາວໜຸ່ມກະຊວງວິທະຍາສາດ ແລະ ເຕັກ ໂນໂລຊີ ພ້ອມດ້ວຍສະມາຊິກຊາວໜຸ່ມໄດ້ເອົາໃຈໃສ່ຄົ້ນຄ້ວາຮ່ຳຮຽນ ແລະ ເຊື່ອມຊຶມແນວທາງນະໂຍ ບາຍຂອງພັກ-ລັດ,
ຈົ່ງຮັກພັກດີ,  ມີແນວຄິດຫລັກໝັ້ນ, ເຊື່ອໝັ້ນຕໍ່ ແນວທາງປ່ຽນແປງໃໝ່ຂອງພັກ ແລະ ລັດ, ຮັກສາໄດ້ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ມີຄວາມຫ້າວຫັນ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍພ້ອມທັງ ປະຕິບັດໃຫ້ສຳເລັດຢ່າງມີປະສິດທິພາບ, ສະມາຊິກຊາວໜຸ່ມໃນແຕ່ລະໜ່ວຍມີຄວາມສາມັກຄິກັນ, ຈິງໃຈກໍ່ສ້າງຊ່ວຍເຫລືອ ເຊິ່ງກັນ ແລະ ກັນ, ມີການດຳລົງຊີວິດການເມືອງ, ສຳຫລວດ, ກວດກາເສຍເງິນບຳລຸງເປັນປົກກະຕິ, ມີສະຕິຕໍ່ການຈັດຕັ້ງ, ປະຕິບັດລະບຽບຂອງຊາວໜຸ່ມຢ່າງເຂັ້ມງວດ.
         ກອງປະຊຸມໃນຄັ້ງນີ້ຍັງ ໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານງານຊາວໜຸ່ມກະຊວງວິທະຍາສາດ ແລະ ເຕັກໂນ ໂລຊີຊຸດໃໝ່ເຊິ່ງມີຜູ້ລົງສະໝັກທັງໝົດ 15 ສະຫາຍ ເລືອກເອົາ 13 ສະຫາຍໃນນັ້ນທີ່ປະຊຸມໄດ້ເປັນເອ ກະພາບເລືອກເອົາສະ ຫາຍ ມະໄລທອງ ກົມມະສິດ ເປັນເລຂາ, ສະຫາຍ ແກ້ວອຸດອນ ລຸນແສງຈັນ, ສະຫາຍ ນາງ ສົມສະໄໝ ແພງສີ  ແລະ ສະ ຫາຍ ຄຳ ຫລ້າ ພູມິນ ເປັນຮອງເລຂາ  ສະຫາຍ ພຸດທະສັກ ວິຈິດຕຣາ  ເປັນປະທານກວດກາ, ສະຫາຍ ສຸລິຍາ ແສງດາລາວົງ ເປັນ ຮອງປະທານກວດກາ.

No comments:

Post a Comment