Ad

Ad

27 October 2014

ແຂວງອຸດົມໄຊຈະເປີດລາຍການໂທລະພາບໃໝ່



     ໃນຕົ້ນເດືອນພະຈິກທີ່ຈະເຖິງນີ້, ແຂວງອຸດົມໄຊ ຈະມີລາຍການໂທລະພາບ ໃໝ່ວ່າ: “ອຸດົມໄຊໃໝ່”, ເຊິ່ງຈະອອກອາກາດຜ່ານທາງສະຖາທີ່ໂທລະພາບ ແຫ່ງຊາດລາວທຸກໆວັນຈັນ ໃນສອງພາກຄື ພາກເຊົ້າເວລາ 9:15 ຫາ 9:45 ໂມງ ແລະ ພາກ ຄ່ຳເວລາ 21:15 ຫາ 21:45 ໂມງ. ລາຍການນີ້ມີເນື້ອໃນ ເວົ້າເຖິງການ ສ້າງສາພັດທະນາ, ການຂະຫຍາຍຕົວທາງດ້ານ ເສດຖະກິດ-ສັງຄົມຂອງແຂວງ, ວຽກດີຄົນເດັ່ນ, ທຸກວຽກງານ ທີ່ແຂວງໄດ້ມີການເຄື່ອນໄຫວ ແລະ ຂະບວນການ ຫ້າງຫາກະກຽມໃຫ້ແກ່ການເປັນເຈົ້າພາບໃນງານມະຫະກຳກິລາແຫ່ງ ຊາດຄັ້ງທີ 10 ທີ່ຈະຈັດຂຶ້ນໃນທ້າຍປີນີ້.
     ທ່ານ ຄຳຫລ້າ ລິ້ງນະສອນ ເຈົ້າແຂວງໆອຸດົມໄຊ ກ່າວວ່າ: ລາຍການໂທລະພາບໃໝ່ນີ້ຈະ ນຳສະເໜີຈະນຳສະເໜີ ກ່ຽວ ກັບການສ້າງສາພັດທະນາເສດຖະ ກິດຂອງສັງຄົມຂອງແຂວງແລ້ວ ຍັງຈະເປັນເວທີເຜີຍແຜ່ການ ເຄື່ອນໄຫວຂອງສຳ ນວນ
ງານ, ອົງການຈັດຕັ້ງຕະຫລອດຮອດ ການດຳລົງຊີວິດ, ການຜະລິດ ຂອງພໍ່ແມ່ນປະຊາຊົນພາຍໃນ ແຂວງຕື່ມອີກ, ພ້ອມກັນ ນັ້ນ ຍັງເປັນການຜະລິດລາຍເພື່ອກະກຽມຮອງຮັບໃນການກະຈາຍສູ່ສາຍຕາທັງພາຍໃນ ແລະ ຕ່າງ ປະເທດພາຍ ຫລັງ ທີ່ສະ ຖານີວິ ທະຍຸ-ໂທລະພາບຫລັງໃໝ່ທີ່ກຳລັງສ້າງຂຶ້ນ ແລະ ຈະສຳເລັດ ໃນມໍ່ໆນີ້, ທັງໝົດນີ້ສະແດງໃຫ້ ເຫັນເຖິງ ຄວາມເອົາໃຈ ໃສ່ຊຸກຍູ້ສົ່ງເສີມຂອງການນຳແຂວງກໍ ຄືທຸກພາກສ່ວນທີ່ກ່ຽວຂ້ອງໃນ ການເຮັດໃຫ້ວຽກງານສື່ມວນ ຊົນໂດຍສະ ເພາະກໍຄື ແຂວງອຸດົມໄຊມີບາດກ້າວຂະຫຍາຍຕົວ ຢ່າງຕໍ່ເນື່ອງ.

No comments:

Post a Comment