Ad

Ad

27 October 2014

ຫາລືກ່ຽວກັບການກຳນົດເປົ້າຫມາຍເພື່ອການພັດທະນາແບບຍືນຍົງພາຍຫລັງປີ 2015



      ກອງເລຂາຄະນະຊີ້ນຳລະດັບຊາດວ່າດ້ວຍການຈັດຕັ້ງປະຕິບັດເປົ້າຫມາຍສະ ຫັດສະວັດດ້ານການພັດທະນາ MDGs ກະຊວງການຕ່າງປະເທດ ຮ່ວມກັບກະ ຊວງແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການກຳ ນົດເປົ້າຫມາຍເພື່ອການພັດທະນາແບບຍືນຍົງ ພາຍຫລັງປີ 2015 ຂຶ້ນໃນວັນທີ 24 ຕຸລານີ້ ຢູ່ນະຄອນຫລວງວຽງຈັນ ໂດຍ ການເປັນປະທານຂອງທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດມີພະນັກງານຂະ ແຫນງການທີ່ກ່ຽວຂ້ອງຕ່າງໆເຂົ້າຮ່ວມ.
      ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການຊີ້ແຈງເຖິງຄວາມເປັນມາຂອງຂະບວນການປຶກສາຫາລື ໃນລະດັບສາກົນເພື່ອກຳ ນົດເປົ້າຫມາຍການພັດທະນາແບບຍືນຍົງ ( Sustianable Development Goals ) ແລະ ວາລະການພັດທະນາພາຍ ຫລັງປີ 2015 ( Post- 2015 Development Agenda ) ລວມທັງທິດທາງຂອງແຜນພັດທະນາເສດຖະກິດ-ສັງຄົມ 5
ປີ ຄັ້ງທີ 8 ( 2016-2020) ແລະ ການຈັດຕັງຜັນຂະຫຍາຍເປົ້າຫມາຍການພັດທະນາແຫ່ງຊາດ ໂດຍອີງໃສ່ຈຸດພິດເສດໂຕ ຈິງ ແລະ ຄວາມຮຽກຮ້ອງຕ້ອງການດ້ານການພັດທະນາຂອງລາວ. ພ້ອມນັ້ນ ຍັງໄດ້ຕີລາຄາຄືນສະພາບຄວາມຄືບຫນ້າ ແລະ ສິ່ງທ້າ ທາຍໃນການຈັດຕັ້ງປະຕິບັດເປົ້າ ຫມາຍ MDGs ໃນໄລຍະຜ່ານຢູ່ລາວ ໂດຍໄດ້ສຸມໃສ່ບາງຄາດໝາຍທີ່ຍັງບໍ່ສາມາດ ບັນລຸໄດ້ ເຊັ່ນ : ບັນຫາໂພຊະນາການສຳລັບເດັກນ້ອຍ, ການບັນລຸການສຶກສາຂັ້ນປະຖົມຢ່າງທົ່ວເຖິງ, ການຫລຸດຜ່ອນອັດຕາ ການຕາຍ ຂອງເດັກເກີດໃຫມ່, ການປັບປຸງສຸຂະພາບຂອງແມ່ ແລະ ບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງທີ່ຍັງສືບຕໍ່ເປັນສິ່ງທ້າ ທາຍ ແລະ ເປັນອຸປະສັກດ້ານການພັດທະນາຢູ່ ສປປ ລາວ.

No comments:

Post a Comment