ໃນວັນທີ 24 ຕຸລານີ້, ຢູ່ສຳນັກງານອົງການສະຫະປະຊາຊາດປະຈຳລາວ,
ຢູ່ນະຄອນຫລວງວຽງຈັນ, ໄດ້ຈັດງານສະ ເຫລີມສະຫລອງວັນສ້າງຕັ້ງ ອົງການສະ ຫະປະຊາຊາດຄົບຮອບ
69 ປີ (1945-2014) ຂຶ້ນ, ໂດຍ ການເຂົ້າຮ່ວມຂອງທ່ານ ທ່ານ ສຈ.ດຣ ເອກສະຫວ່າງ ວົງວິຈິດ ລັດຖະມົນຕີວ່າການກະຊວງສາທາລະນະ ສຸກ,
ທ່ານ ສະເຫລີມ ໄຊ ກົມມະສິດ ລັດຖະມົນຕີຊ່ວຍ ວ່າການກະຊວງການຕ່າງ ປະ ເທດພ້ອມດ້ວຍພະນັກງານຂັ້ນ
ສູງຈາກສຳນັກງານອົງການລັດຖະບານ, ທູ ຕານຸທູດ ແລະ ຜູ້ ຕາງໜ້າອົງການຈັດຕັ້ງສາກົນ ຕ່າງໆປະຈຳລາວກໍໄດ້ເຂົ້າຮ່ວມເປັນຈຳນວນຫລາຍ.
ໃນໂອກາດນີ້, ຜູ້ປະສານງານອົງການສະຫະປະຊາຊາດປະຈຳ
ສປປ ລາວ ໄດ້ສະແດງຄວາມຍິນດີຕໍ່ລັດຖະບານລາວ ທີ່ມີ ຄວາມພະຍາຍາມສູງໃນການພັດທະນາປະເທດຊາດໃຫ້ເຕີບໃຫຍ່ເຂັ້ມແຂງນັບຕັ້ງແຕ່ເຂົ້າເປັນສະມາຊິກອົງການສະ
ຫະປະຊາຊາດ ໃນປີ 1955 ເປັນຕົ້ນມາ. ນອກນັ້ນ ສປປ ລາວ ປະກອບສ່ວນເຂົ້າໃນພາລະກິດລວມຂອງໂລກ,
ເພື່ອບັນ
ລຸເປົ້າໝາຍສະຫັດສະຫວັດດ້ານການ ພັດທະນາ ແລະ ໄດ້ປະສົບຜົນສຳເລັດຫລາຍດ້ານຢ່າງໜ້າເພິ່ງພໍໃຈ
ແລະ ຄຽງຄູ່ກັນນັ້ນ ອົງການສະຫະປະຊາຊາດຍັງໄດ້ໃຫ້ການສະໜັບສະໜູນສົ່ງເສີມການຂະຫຍາຍຕົວແບບຍືນຍົງ
ແລະ ຮອບດ້ານ, ຍົກລະດັບ ການຕອບສະໜອງສິ່ງທີ່ຈຳເປັນໃຫ້ແກ່ປະຊາຊົນລາວນັບແຕ່ທ້າຍປີ 1950
ເປັນຕົ້ນມາ, ທ່ານຜູ້ປະສານງານອົງການສະຫະ ປະຊາຊາດກ່າວວ່າ: ຈະສືບຕໍ່ຮ່ວມເຮັດວຽກໃນພາລະກິດຂອງອົງການສະຫະປະຊາຊາດເພື່ອນຳມາເຊິ່ງຜົນປະໂຫຍດຕໍ່
ສປປ ລາວ ແລະ ພົນລະເມືອງລາວຫລາຍຂຶ້ນ.
ວັນສ້າງຕັ້ງອົງການສະຫະປະຊາຊາດເປັນຂີດໝາຍແຫ່ງການຈັດຕັ້ງປະຕິບັດທຳມະນູນຂອງອົງການສະຫະປະຊາຊາດ
ໃນປີ 1954 ອົງການດັ່ງກ່າວໄດ້ ຖືກກໍ່ຕັ້ງຂຶ້ນຢ່າງເປັນທາງການດ້ວຍການໃຫ້ສັດຕະຍາບັນໃນການກໍ່ຕັ້ງຂອງບັນດາປະເທດ
ສະມາຊິກລວມທັງສະມາຊິກຖາວອນສະພາຄວາມໝັ້ນຄົງທັງ 5 ປະເທດ, ໂດຍມີຈຸດປະສົງເພື່ອໃຫ້ທຸກໆປະເທດໃນໂລກມີ
ຄວາມສາມັກຄີກັນ, ເຮັດວຽກຮ່ວມກັນເພື່ອສັນຕິພາບ ແລະ ຄວາມກ້າວ ໜ້າຂອງໂລກ. ໂດຍອີງໃສ່ຫລັກການຄວາມຍຸ
ຕິທຳ, ເຄົາລົບກຽດສັກສີຂອງມະນຸດ ແລະ ຄວາມຢູ່ເຢັນເປັນສຸກຂອງມວນມະນຸດໃນໂລກ.

No comments:
Post a Comment