Ad

Ad

27 October 2014

ກອງປະຊຸມລັດຖະມົນຕີອາຊຽນດ້ານສິ່ງແວດລ້ອມບໍ່ເປັນທາງການຄັ້ງທີ 15 ຈະໄຂຂຶ້ນຢູ່ນະຄອນຫລວງວຽງຈັນ



    ກອງປະຊຸມລັດຖະມົນຕີອາຊຽນດ້ານສິ່ງແວດລ້ອມບໍ່ເປັນທາງການຄັ້ງທີ 15 ຈະໄດ້ໄຂຂຶ້ນຢູ່ນະຄອນຫລວງວຽງຈັນແຕ່ ວັນທີ 27 - 31 ຕຸລານີ້, ເພື່ອປືກສາ ຫາລືກ່ຽວກັບບັນຫາສິ່ງແວດ ລ້ອມໂລກ, ມົນລະພິດ, ຊັບພະຍາກອນທຳມະຊາດ ແລະ ຊີວະນາໆພັນ, ແຫລ່ງນ້ຳ ແລະ ການປ່ຽນແປງຂອງດິນຟ້າອາກາດ. ໂດຍສະເພາະຈະໄດ້ທົບທວນຄືນຄວາມຄືບໜ້າຂອງການ ຈັດຕັ້ງປະຕິບັດແຜນວຽກທີ່ໄດ້ຮັບຮອງເອົາໃນກອງປະຊຸມຄັ້ງຜ່ານມາ, ພ້ອມທັງກຳນົດວິໄສທັດ, ແຜນການ ແລະ ຈັດລຽງ ບູລິມະສິດການຮ່ວມມືອາຊຽນດ້ານສິ່ງແວດລ້ອມ ແລະ ພິຈາລະນາຮັບຮອງເອົາບົດລາຍງານຂອງກອງປະຊຸມເຈົ້າໜ້າທີ່ອາວຸ ໂສອາຊຽນດ້ານສິ່ງແວດລ້ອມຄັ້ງທີ 25 ແລະ ກອງປະຊຸມປິ່ນອ້ອມອື່ນໆເຊິ່ງ ໄດ້ຈັດຂຶ້ນເມື່ອວັນທີ 25 - 29 ສິງຫາ 2014 ຢູ່ນະຄອນຫລວງວຽງຈັນ ຄືຮັບຮອງເອົາແຜນດຳເນີນງານ ແລະ ແຜນງົບປະມານປະຈຳປີ 2015 ຂອງສູນຊີວະນາໆ ພັນອາ ຊຽນ, ສະໜັບສະໜູນການສືບຕໍ່ຈັດຕັ້ງປະຕິບັດແຜນດຳເນີນງານປ້ອງກັນມົນລະພິດໝອກຄວັນຂ້າມຜ່ານຊາຍແດນ, ຮັບ ຮອງຮ່າງຖະແຫລງການຮ່ວມອາຊຽນກ່ຽວກັບການປ່ຽນແປງດິນຟ້າອາກາດ, ຮັບຮອງຂັນລາງວັນທີ່ຈະມອບໃຫ້ບັນດາຕົວ
ເມືອງທີ່ມີຄວາມຍືນຍົງທາງດ້ານສິ່ງແວດລ້ອມ ເຊິ່ງປີນີ້ ເມືອງຫລວງພະບາງໄດ້ຖືກຄັດເລືອກໃຫ້ເປັນຕົວແທນຂອງ ສ ປປ ລາວ ແລະ ບັນຫາສຳຄັນ ອື່ນໆ, ພ້ອມນີ້ຍັງມີກອງປະຊຸມຄະນະວິຊາການຄັ້ງທີ 3 ຂອງຄະນະກຳມະການຊີ້ນຳວ່າດ້ວຍມົນ ລະພິດໝອກຄວັນຂ້າມຜ່ານຊາຍແດນ, ກອງປະຊຸມຄັ້ງທີ 10 ຂອງ ໜ່ວຍປະຕິບັດງານໝອກຄວັນຂ້າມຜ່ານຊາຍແດນໃນ ອານຸພາກພື້ນແມ່ນ້ຳຂອງ, ກອງປະຊຸມຄັ້ງທີ 10 ຂອງຄະນະກຳມະການບັນດາປະເທດພາຕີຕໍ່ຂໍ້ຕົກລົງອາຊຽນວ່າດ້ວຍມົນລະ ພິດໝອກຄວັນຂ້າມຜ່ານຊາຍແດນ, ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນດ້ານສິ່ງແວດລ້ອມເພື່ອກະກຽມເນື້ອໃນໃຫ້ກອງ ປະຊຸມລັດຖະມົນຕີອາຊຽນດ້ານສິ່ງແວດລ້ອມບໍ່ເປັນທາງການ, ກອງປະຊຸມຂັ້ນລັດຖະມົນຕີຄັ້ງທີ 4 ຂອງຄະນະກຳມະການ ຊີ້ນຳວ່າດ້ວຍມົນລະພິດໝອກຄວັນຂ້າມຊາຍແດນໃນອານຸພາກພື້ນແມ່ນນ້ຳຂອງ, ພິທີມອບຮັບລາງວັນບັນດາຕົວເມືອງອາ ຊຽນທີ່ມີຄວາມຍືນຍົງດ້ານສິ່ງແວດລ້ອມຄັ້ງທີ 2, ກອງປະຊຸມລັດຖະມົນ ຕີດ້ານສິ່ງແວດລ້ອມອາຊຽນ+3 ຄັ້ງທີ 13, ກອງ ປະຊຸມລັດຖະມົນຕີດ້ານສິ່ງແວດລ້ອມອາຊີຕາເວັນອອກ-ອາຊຽນ (EAS EM M) ແລະ ກອງປະຊຸມລະດັບລັດຖະມົນຕີ ອາຊຽນ-ອິນເດຍດ້ານສິ່ງແວດລ້ອມນຳອີກ.

No comments:

Post a Comment