Ad

Ad

27 October 2014

ນ້ຳ​ປະປາ​ຊີ້ແຈງຂຶ້ນລາຄາ​​ເພື່ອຫລຸດຜ່ອນການຖົມຂຸມທຶນຮອນຂອງລັດ​



    ລັດ​ວິ​ສາ​ຫະກິດ​ນ້ຳ​ປະປາ​ນະຄອນຫລວງ​ໄດ້​ປັບ​ຂຶ້ນລາຄາ​ຕື່ມ 550 ກີບ​ຄື ຈາກ 1.350 ກີບ ມາ​ເປັນ 1900 ກີບຕໍ່​ແມັດ​ກ້ອນ​,​ຫລັງ​ຈາກ​ເຫັນ​ວ່າ​ລາຄາ​ທີ່​ນຳ​ໃຊ້​​ໃນ​ໄລຍະ 5 ປີຜ່ານມາ​ນັ້ນ​ແມ່ນ ຍັງ​ຢູ່​ລະດັບຕ່ຳ​ກວ່າ​ຕົ້ນ​ທຶນການ​ຜະລິດ, ເຊິ່ງ​ບໍ່​ສອດ ຄ່ອງກັບ​ກົນ​ໄກ​ເສດຖະກິດ​ຕະຫລາດ​ ແລະ ເປັນ​ພາລະ​ໜັກໜ່ວງໃຫ້​ລັດຖະບານ​ຕ້ອງ​ໄດ້​ຖົມ​ຂຸມດ້ານ​ທຶນຮອນເປັນຈຳນວນ ບໍ່ໜ້ອຍໃນແຕ່ລະປີ.
    ທ່ານ​ອຳນວຍ​ການ​ລັດ​ວິ​ສາ​ຫະກິດ​ນ້ຳ​ປະປາ​ນະຄອນຫລວງ​ວຽງ​ຈັນ ຄຳ​ເຜີຍ ວົງສາ​ຄຳ​ຜຸຍ ໃຫ້​ຮູ້​ສາ​ເຫດ​ຂອງ​ການ​ປັບ​ລາຄາ​ນ້ຳ​ປະປາ​ເທື່ອ​ນີ້​ວ່າ: ປັດຈຸບ​ັນ, ສະພາບ​ການ​ເໜັງ​ຕິງ​ທາງ​ເສດ ຖະກິດ​ແມ່ນ​ສູງ​ຂຶ້ນ​ເຮັດ​ໃຫ້​ວັດຖຸ​ດິບ, ອຸປະ​ກອນ, ກະ​ແສ​ໄຟຟ້າ, ກົນ​ຈັກ​ການຜະລິດ​ ​ແລະ ຄ່າ​ແຮງ​ງານ​ມີ​ມູນ​ຄ່າ​ເພີ່ມ​ຂຶ້ນຕາມ​ສະພາບ​ກົນ​ໄກ​ເສດຖະກິດ​ຕະຫລາດ​ ຈຶ່ງ​ເຮັດ​​ໃຫ້​ລາຄາ​ນ້ຳ​ປະປາ​ທີ່​ເຄີຍ​ປະຕິບັດ​ມາ​ແຕ່​ປີ 2009 ​​ໃນ​ລາຄາ 1.350 ກີບ​ຕໍ່​ແມັດ​ກ້ອນ​ບໍ່​ສາມາດ​ດຸ່ນດ່ຽງ​ຕົ້ນ​ທຶນ​ຕົວ​ຈິງ​ໄດ້,​ ເນື່ອງ​ຈາກ​ລາ ຄາ​ຕົ້ນ​ທຶນການ​ຜະລິດ​ນ້ຳ​ປະປາ​ຕົວ​ຈິງ​ໃນ​ປັດຈຸບັນ​ແມ່ນ​ຕົກ​ຢູ່​ປະມານ
1.900 ກີບ​ຕໍ່​ແມັດ​ກ້ອນ, ໝາຍວ່າ​ລາຄາ​ທີ່​ປັບ​ໃໝ່​ນີ້ກໍ​​ແມ່ນເກັບຕາມ​ລາຄາ​ຕົ້ນ​ທຶນ​ການ​ຜະລິດ​ເທົ່າ​ນັ້ນ ​ແລະ ກໍ​ໄດ້​ເລີ່​ມ​ຈັດຕັ້ງປະຕິບັດ​ຫົວໜ່ວຍ​ຄາ​ລາ​ໃໝ່​​ແຕ່​ເດືອນກັນຍາ 2014 ເປັນຕົ້ນ​ມາ, ທັງ​ນີ້ກໍ​ເພື່ອ​ໃຫ້​ແທດ​ເໝາະ​ກັບ​ສະພາບ​ຕົວ​ຈິງ​ຂອງ​ເສດຖະກິດ​ໃນ​ປັດຈຸບັນ,​ ເຮັດ​ໃຫ້​ລັດ​ວິ​ສາ​ຫະກິດ​ນ້ຳ​ປະປາມີ​ຄວາມ​ສາມາດ​ກຸ້ມ​ຕົນ​ເອງ​ດ້ານ​ການ​ເງິນ​ໃນ​ການ​ຊຳລະ​ຄ່າ​ໃຊ້​ຈ່າຍ​ຕ່າງໆ ​ແລະ ສິ່ງ​ສຳຄັນ​ແມ່ນ​ຫລີກ​ເວັ້ນການ​ຖົມ​ຂຸມ​ຂອງ​ລັດ ຖະບານ ​ແລະ ​ເຊື່ອ​ໝັ້ນວ່າ ການ​ປັບ​ຂຶ້ນລາຄາຄື​ດັ່ງກ່າວ, ຈະ​ບໍ່​ກະທົບ​ຕໍ່​ສັງຄົມ​ປານ​ໃດ​​   ເພ​າະວ່າ​ຕາມ​ການຄິດໄລ່ຂອງ ທະ ນາຄານ​ພັດທະນາ​ອາຊີ (ADB) ຄ່ານ້ຳ​ປະປາ​ກວມ​ປະ ມານ 4% ຂອງ​ລາຍ​ຈ່າຍ​ໃນ​ຄົວ​ເຮືອນ ຕົວຢ່າງ:​ ໃຊ້​ນ້ຳ​ປະມານ 30 ​ແມັດ​ກ້ອນ​ຕໍ່​ເດືອນ​ຕໍ່​ຄົວ​ເຮືອນຕາ​ມລາຄາ​ເກົ່າ​ຈະ​ຕົກ​ຢູ່ ປະມານ 31 ພັນ​ກີບ, ​ແຕ່​ຖ້າ​ຄິດ​ໄລ່ຕາມ​ລາຄາ​ໃໝ່​ກໍ​ຈະ​​ຕົກ​ຢູ່ປະມານ 35 ພັນ​ກີບຕໍ່​ເດືອນ​ຕໍ່​ຄົວ​ເຮືອນ.
    ທ່ານ​ອຳນວຍ​ການ​ລັດ​ວິ​ສາ​ຫະກິດ​ນ້ຳ​ປະປາ ກ່າວ​ວ່າ: ​ຕາມ​ແຜນ​ພັດທະນາ​ຂອງ​ລັດ​ວິ​ສາ​ຫະກິດ​ນ້ຳ​ປະປາ​ນະຄອນຫລວງ​ວຽງ​ຈັນໃນ​ປີ 2015 ນີ້ ຈະ​ໃຫ້​ປະຊາຊົນ​​ໃນ 7 ​ເມືອງຂອງນະ ຄອນຫລວງ​ມີ​ນ້ຳ​ປະປາຊົມ​ໃຊ້ກວມ​ປະມານ 80-85% ​ແລະ ​ໃຫ້​ກວມ​ປະມານ 90-95% ​ໃນ 2020 ຄຽງ​ຄູ່​ກັນ​ນີ້, ກໍຂໍຮຽກຮ້ອງໃຫ້​ສັງຄົມຈົ່ງ​ໃຊ້​ນ້ຳ​ຢ່າງ​ປະຢັດ ແລະ ​ໃຫ້​ເກີດ​ປະ​ໂຫຍ​ດ ສູງ​ສຸດເພື່ອ​ຊ່ວຍ​ຫລຸດຜ່ອນ​ລາຍ​ຈ່າຍ ແລະ ປະກອບສ່ວນປົກ​ປັກ​ຮັກສາ​ແຫ​ລ່ງນ້ຳ ​ແລະ ທຳ​ມະ​ຊາດ​ໃຫ້​ຍືນ​ຍົງ.

No comments:

Post a Comment