Ad

Ad

27 October 2014

ຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ຢ້ຽມຢາມໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳ ຫີນບູນ



       ໃນວັນທີ 18 ຕຸລາ 2014 ທີ່ ຜ່ານມາ, ທ່ານ ສົມສະຫວາດ ເລ່ັງສະຫວັດ ກຳມະການກົມການເມືອງສູນກາງພັກ ຮອງນາ ຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານ ເສດຖະກິດຂອງລັດຖະບານ ພ້ອມທ່ານ ຄຳໃບ ເລຂາພັກ ແຂວງ ເຈົ້າແຂວງໆຄຳ ມ່ວນ, ທ່ານ ດຣ. ຄຳມະນີ ອິນທິລາດ ລັດຖະມົນຕີຊ່ວຍວ່າການກະ ຊວງພະ ລັງງານ-ບໍ່ແຮ່ ໄດ້ລົງ ຢ້ຽມຢາມໂຄງການກໍ່ສ້າງ ເຂື່ອນ ໄຟຟ້ານ້ຳຫີນບູນ. ໂດຍການ ຕ້ອນຂອງ ທ່ານ ສາຍສະນິດ ພູນ ສະຫວັດ ຫົວຫນ້າຝ່າຍກໍ່ສ້າງ ເຂື່ອນ ລັດວິສາ ຫະກິດ ໄຟຟ້າ ລາວ ພ້ອມບໍລິສັດຜູ້ຮັບເຫມາົດກໍ່ ສ້າງໂຄງການ ແລະ ພະນັກງານ ວິຊາການທີ່ກ່ຽວຂ້ອງຂອງໂຄງ ການໄດ້ ຕ້ອນຮັບ.
     ໂຄງການກໍ່ສ້າງເຂື່ອນໄຟຟ້າ ນ້ຳຫີນບູນ ແມ່ນຕັ້ງຢູ່ ເມືອງຄຸດ ຄຳ ແຂວງຄຳມ່ວນ, ໃນມູນຄ່າ ການກໍ່ສ້າງທັງຫມົດ
89,70 ລ້ານ ໂດລາສະຫະລັດມີກຳລັງຕິດຕັ້ງ 30 ເມກາວັດ  ສາມາດຜະລິດໄຟ ຟ້າໄດ້ 155,25 ລ້ານກິໂລວັດ ໂມງ/ປີ ແລະ ມີລະ ບົບສາຍສົ່ງ 115 ກິໂລໂວນ ຍາວ 21,5 ກິໂລ ແມັດ ເພື່ອເຊື່ອມຕໍ່ເຂົ້າສະຖານີ ໄຟຟ້າຄອນເສົ່ງ, ພ້ອມກັນນັ້ນຍັງ ເປັນ ໂຄງການຫນຶ່ງທີ່ສະຫນອງ ນ້ຳໃຫ້ປະຊາຊົນເຮັນາໃນລະດູ ແລ້ງໃນເນື້ທີ່ 5000-7000 ເຮັກ ຕາ. ປັດຈຸບັນໂຄງການແມ່ນໄດ້ ສຸມໃສ່ ບັນດາຫນ້າວຽກຫລັກ ເຊັ່ນ % ກໍ່ສ້າງເຂື່ອນກັ້ນນ້ຳ, ກໍ່ ສ້າງປະຕູນ້ຳລົ້ນ, ເຮືອນຈັກ, ລະ ບົບສາຍສົ່ງ 115 ກິໂລໂວນ ແລະ ວຽກງນສິ່ງແວດລ້ອມ-ສັງຄົມ. ຄວາມຄືບຫນ້າຂອງໂຄງການ ມາຮອດປັດຈຸບັນສຳເລັດ 42% ຂອງແຜນການ. ໂຄງການດ່ັງ ກ່າວແມ່ນເປັນໂຄງການຫນຶ່ງ ຂອງລັດວິສາຫະກິດໄຟຟ້າລາວ 100% ເພື່ອພັດທະນາພະລັງງານໄຟຟ້າໃຫ້ພຽງພໍ ກັບການ ຂະຫຍາຍໂຕຂອງເສດຖະກິດ- ສັງຄົມຂອງສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ ຕາມ ແຜນນະໂຍບາຍ ຂອງ ພັກ-ລັດຖະບານ ເພື່ອປະກອບສ່ວນຍົກ ລະດັບຊີວິດການເປັນຢູ່ຂອງປະ ຊາຊົນບັນດາເຜົ່າໃຫ້ມີຊີວິດການ ເປັນຢູ່ໃຫ້ດີຂຶ້ນ.

No comments:

Post a Comment