Ad

Ad

27 October 2014

ບຸນນະມັດສະການພະທາດຫລວງປີນີ້ຄົບງັນ 7 ວັນ



     ບຸນນະມັດສະການພະທາດຫລວງປີນີ້, ກໍຄືກັບທຸກໆປີຜ່ານມາແມ່ນເພື່ອແນໃສ່ເສີມຂະ ຫຍາຍ, ມູນເຊື້ອວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາດລາວເຮົາທີ່ເຄີຍສືບ ທອດກັນມາແຕ່ບູຮານນະການໃຫ້ ດຳລົງຄົງຢູ່ກັບຊາວລາວຕະ ຫລອດໄປ ແລະ ເພື່ອ ເຮັດໃຫ້ງານດັ່ງກ່າວເຕັມໄປດ້ວຍບັນຍາກາດເບີກບານມ່ວນຊື່ນ ແລະ ຮັບປະກັນໄດ້ຄວາມ ສະຫງົບ ປອດໄພເຈົ້າຄອງນະຄອນຫລວງວຽງຈັນຈຶ່ງໄດ້ວາງກຳນົດໃຫ້ມີການຄົບງັນ, ວາງສະແດງ ແລະ ຂາຍສິນຄ້າ 7 ວັນ (31 ຕຸລາ-6 ພະຈິກ 2014), ພ້ອມໃຫ້ບັນດາຫົວ ໜ່ວຍທຸລະກິດ, ຫ້າງຮ້ານທີ່ເຂົ້າຮ່ວມງານວາງສະແດງ ແລະ ຂາຍສິນຄ້າຈົ່ງປະຕິບັດລະ ບຽບຫລັກການທີ່ທາງຄະນະກຳມະການກຳນົດໄວ້ຢ່າງເຂັ້ມງວດ.
     ທ່ານ ສາຍທອງ ແກ້ວດວງດີ ຮອງເຈົ້າຄອງນະຄອນຫລວງວຽງຈັນ, ຄະນະກຳມະການຈັດງານບຸນນະມັດສະການປະ ທານຫລວງປະຈຳປີ 2014 ໄດ້ກ່າວ ໃນງານຖະແຫລງຂ່າວ, ໃນວັນ ທີ 24 ພະຈິກນີ້ວ່າ: ງານບຸນນະມັດສະການພະທາດ ຫລວງປີນີ້ ຈະເປັນໂອກາດດີໃຫ້ແກ່ການສົ່ງເສີມການຜະລິດສິນຄ້າຄອບຄົວຕົວແບບທີ່ໄດ້ຮັບກາໝາຍເປັນ ສິນຄ້າໂອດອບ (ODOP) ຂອງ ນະຄອນຫລວງວຽງຈັນ ແລະ ບັນດາວິສາຫະກິດຂະໜາດນ້ອຍ-ກາງ ໄດ້ມາວາງສະແດງ ແລະ ຂາຍສິນຄ້າ ຢູ່ໃນງານດັ່ງກ່າວໄດ້ຢ່າງກວ້າງຂວາງພ້ອມທັງເປັນການແລກປ່ຽນບົດຮຽນ ແລະ ປະສົບການຕ່າງໆນຳກັນ. ດັ່ງນັ້ນ, ທາງຄະ
ນະກຳມະການຈຶ່ງໄດ້ກຳນົດສະຖານທີ່ຈັດງານຢ່າງລະອຽດດັ່ງນີ້: ຂອບເຂດກົມມະລຽນເດີ່ນພະທາດຫລວງເປັນສະຖານທີ່ ທ່ຽວຊົມຂອງມວນຊົນ, ເປັນບ່ອນສັກກະລະບູຊາກາບໄຫວ້ພະທາດຫລວງ, ເປັນບ່ອນເຮັດພິທີທາງສາດສະໜາ ແລະ ຮີດຄອງປະເພນີ ແລະ ນອກກົມມະລຽນດ້ານນອກແມ່ນມີການວາງສະແດງສິນຄ້າໂອດອບຂອງນະຄອນຫລວງວຽງຈັນ, ອົງການຈັດຕັ້ງສາກົນລວມທັງເວທີສົກມວຍລາຍລາວ ແລະ ເຄື່ອງຫລິ້ນຕ່າງໆຕາມແຜນຜັງຂອງຄະນະກຳມະການກຳນົດໄວ້, ໃນນີ້ ດ້ານຕາເວັນອອກຂອງຫໍສະພາແຫ່ງຊາດ (ເດີ່ນຫຍ້າ), ຈັດໃຫ້ມີເວທີກາງແຈ້ງ ແລະ ທາງປະຕູເຂົ້າເບື້ອງຂວາມືເຖິງແຈ ສະຖານີໄຟຟ້າຈັດເປັນບ່ອນຂາຍສິນຄ້າພາຍໃນ ແລະ ຕ່າງປະເທດ. ຂອບເຂດອະນຸສາ ວະລີແມ່ນຈັດເປັນບ່ອນຝາກລົດ, ແຕ່ ສະເພາະວັນທີ 5 ພະຈິກ 2014 ແມ່ນບໍ່ອະນຸຍາດໃຫ້ຈັດກິດຈະກຳໃດໆໃນຂອບເຂດດັ່ງກ່າວ ແລະ ກຳນົດເອົາສູນການຄ້າ ລາວໄອເຕັກເປັນສະຖານທີ່ວາງສະແດງ  ແລະ ຂາຍສິນຄ້າຫັດຖະກຳ, ອຸດສາຫະກຳ ແລະ ເຄື່ອງໃຊ້ສອຍທົ່ວໄປຈາກພາຍໃນ ແລະ ຕ່າງປະເທດ.
     ສຳລັບກິດຈະກຳທາງສາສະໜາເລີມແຕ່ວັນທີ 4-6 ພະຈິກ 2014, ໃນນີ້, ວັນທີ 4 ພະຈິກ ເວລາ 16 ໂມງ ຈະມີພິທີກາບ ໄຫວ້ພະທາດຫລວງ ແລະ ຟັງ ທຳມະເທດສະໜາ, ເວລາ 14 ໂມງຂອງວັນທີ 5 ຈະມີພິທີແຮ່ ພະສາດເຜີ້ງ ແລະ ເວລາ 7 ໂມງ ເຊົ້າຂອງວັນທີ 6 ຈະມີພິທີຕັກ ບາດຖວາຍສັງຄະທານ, ເວລາ 14 ໂມງ, ຈະມີພິທີແຮ່ ແລະ ແຂ່ງ ຂັນຕີຄີ ແລະ ໃນຄືນ ສຸດທ້າຍເວ ລາ 20 ໂມງ ມີພິທີວຽນທຽນ ແລະ ຈູດທູບທຽນບູຊາພະທາດຫລວງ. ສ່ວນຫົວໜ່ວຍການຜະລິດທີ່ຈະເຂົ້າ ຮ່ວມວາງສະແດງຢູ່ເດີ່ນພະທາດຫລວງປະກອບມີ: ສິນຄ້າຄອບຄົວຕົວແບບ, ຫົວ ໜ່ວຍການຜະລິດ-ທຸລະກິດ-ກະສິກຳ-ປ່າໄມ້, ໂຮງງານອຸດສາຫະກຳ-ຫັດຖະກຳ, ບັນດາບໍລິສັດ-ລັດວິສາຫະກິດ, ຕົວແທນຈາກ ບັນດາແຂວງ, ກະຊວງ, ເມືອງ ແລະ ຂະແໜງການຕ່າງໆທີ່ກ່ຽວຂ້ອງ ແລະ  ຮ້ານວາງສະແດງຂອງສະຖານທູດຕ່າງໆ ແລະ ອົງການຈັດຕັ້ງສາກົນປະຈຳລາວ ລວມມີທັງໝົດ 367 ຫົວໜ່ວຍ, ສ່ວນຢູ່ສູນການຄ້າລາວໄອເຕັກຈະມີບັນດາຫົວໜ່ວຍທຸລະກິດຕ່າງໆເຂົ້າວາງສະແດງ 450 ຫົວໜ່ວຍນຳກັນ.  

No comments:

Post a Comment