Ad

Ad

27 October 2014

ບຸນມະໂຫລານກາເຟລາວຄັ້ງທີ I ໄຂຂຶ້ນທີ່ແຂວງຈຳປາສັກ



     ງານບຸນມະໂຫລານກາເຟ ລາວຄັ້ງທີ I ໄດ້ໄຂຂຶ້ນໃນວັນທີ 24 ຕຸລານີ້, ຢູ່ເມືອງ ປາກເຊ ແຂວງຈຳປາສັກ ໂດຍການເຂົ້າ ຮ່ວມ ແລະ ລັ່ນຄ້ອງ 9 ບາດເປີດງານຂອງ ທ່ານ ສົມ​ສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະ ມົນຕີ, ມີທ່ານ ດຣ ບຸນ​ຖອງ ດີ​ວິ​ໄຊ ​ເຈົ້າແຂວງໆຈຳປາສັກ, ບັນດາລັດຖະມົນຕີ, ທູຕານຸທູດ, ອົງ ການຈັດຕັ້ງສາ ກົນປະຈຳລາວ, ຜູ້ປະກອບການທຸລະກິດ ກາເຟ ແລະ ມວນຊົນເຂົ້າຮ່ວມຢ່າງ ຫລວງຫລາຍ.
      ທ່ານຮອງນາຍົກລັດຖະມົນຕີ ສົມ​ສະຫວາດ ​ເລັ່ງສະຫວັດ ​ກ່າວ ວ່າ: ຕາງໜ້າລັດຖະບານຂໍ​​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່ບັນ ດາ​ນັກທຸ​ລະ​ກິດ, ຜູ້​ຜະລິດ, ຜູ້​ປຸງ​ແຕ່ງ, ບັນດາ​ສະມາຄົມ, ກຸ່ມ ​ແລະ ສະ ຫະກອນ​ຕ່າງໆ​ທີ່​ໄດ້​ສຸມ​ທຶນຮອນ ແລະ ຄວາມ​ພະຍາຍາມ​ເຂົ້າ​ໃສ່​ການ​ພັດທະນາ​ກ​າ​ເຟລາວ​ໃນ​ໄລ ຍະ​ຜ່ານ​ມາ ແລະ ຂໍ​ໃຫ້​ບັນດາ​ຜູ້​ປະກອບ​ການ​ກໍ​ຄື​​ຜູ້​ຜະລິດ​ກາ​ເຟ ຈົ່ງເອົາ​ໃຈ​ໃສ່​ພັດທະນາ​ການ​ປູກ ກາເຟໃຫ້​ມີ​ຄຸນ​ນະພາ​ບດີຂຶ້ນກວ່າເກົ່າ, ປັບປຸງ​ການ​ຕະຫລາດ​ໃຫ້​ໝັ້ນ​ທ່ຽງ, ເພີ່ມ​ທະວີ​ການ​ຄົ້ນຄວ້າ ​ແລະ ພັດທະນາດ້ານ​ວິຊາ​ການ​ເພື່ອ​ເຮັດ​ໃຫ້ກາ​ເຟລາວ​ມີ​ຄຸນ​ນະພາ​ບສູງ​ເປັນ​ທີ່​ນິຍົມ​​ຂອງ​ຜູ້​ບໍລິ​ໂພ​ກທັງ​ພາຍ​ໃນ ແລະ
ຕ່າງ ປະ​ເທດ, ສ້າງ​ຄວາມ​ເຂັ້ມ​ແຂງ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບທາງ​ດ້ານ​ການ​ບໍລິການ ແລະ ຊຸກຍູ້​ການ​ຜະລິດ​ກາ​ເຟ​ໃຫ້​ມີ​ຄວາ​ມກ້າວ ໜ້າ ​ແລະ ຄົ້ນຄວ້າ​ຮູບ​ແບບ​ການ​ຈັດຕັ້ງ​ການ​ຜະລິດ​ທີ່​ແທດ​ເໝາະ ແລະ ສ້າງ​ຍີ່​ຫໍ້​ກາ​ເຟລາວ ເພື່ອກຽມ​ຄວາມ​ພ້ອມ​ດ້ານ​ຕ່າງໆ ເພື່ອສາມາດແຂງ່ຂັນໃນຕະຫຼາດກາເຟໂລກກໍຄືພາກພື້ນ, ນອກຈາກນີ້,​ ກະຊວງ​ກະສິກຳ​-ປ່າ​ໄມ້, ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຕ້ອງ​ເປ​ັນ​ໃຈກາງ​ປະ ສານ​ສົມທົບ​ກັບ​ບັນດາ​ຂະ​ແໜງ​ການກ່ຽວຂ້ອງເພື່ອຄົ້ນຄວ້າ ແລະ ນຳ​ສະ​ເໜີ​ລັດຖະບານເພື່ອ ປະກາດ​ໃຊ້​ບັນດາ​ນະ​ໂຍບາຍ, ນິຕິ​ກຳເພື່ອ​ສ້າງ​ສະພາບ​ແວດລ້ອມ​ອຳນວຍ​ໃຫ້​ຜູ້​ຜະ​ລິດ​ກໍ​ຄື​ຜູ້​ປະກອບ​ການ​ໃນ​ຂົງ​ເຂດ​ກາ​ເຟດີ ກວ່າເກົ່າ.
     ທ່ານ​ເຈົ້າ​ແຂວງໆ​ຈຳປາ​ສັກ ດຣ ບຸນ​ຖອງ ດີ​ວິ​ໄຊ ກ່າວວ່າ: ງານດັ່ງກ່າວນີ້, ແມ່ນເປັນການ ໂຄສະນາເຜີຍແຜ່ແຜນຍຸດ ທະສາດການສົ່ງເສີມກາເຟລາວຮອດປີ 2025 ແລະ  ເຜີຍແຜ່ຊື່ສຽງຂອງກາເຟລາວອອກສູ່ເວທີສາກົນທັງເປັນການໂຄສະ ນາຕົ້ນ ກຳເນີດຂອງກາເຟລາວຢູ່ເຂດພູພຽງບໍລະເວນຂອງແຂວງພາກໃຕ້ຄື ຈຳປາສັກ, ສາລະວັນ ແລະ ເຊກອງໃຫ້ຕ່າງປະ ເທດໄດ້ຮັບຮູ້, ເປັນການສົ່ງເສີມການດື່ມກາເຟລາວ ແລະ ສ້າງ ທັດສະນະຄະ ຕິໃຫ້ຄົນລາວຫັນມານິຍົມດື່ມກາເຟລາວ ຫລາຍຂຶ້ນ, ເປັນເວທີພົບປະແລກປ່ຽນຂໍ້ມູນກ່ຽວກັບການພັດທະນາການຜະລິດ ແລະ ດ້ານການຕະຫລາດຂອງບັນດາ ຜູ້ປະກອບການທຸລະກິດກາເຟ ທັງພາຍໃນ ແລະ ຕ່າງປະເທດ, ນອກຈາກນີ້, ໄດ້ມີກິດຈະກຳ ອື່ນໆເຊັ່ນ: ງານວາງສະແດງ ຜະລິດຕະພັນກາເຟຂອງບັນດາສະມາຊິກສະມາຄົມກາເຟລາວ ແລະ ຕ່າງປະເທດ, ວາງສະ​ແດງ ​ແລະ ຈຳ​ໜ່າຍສິນຄ້າ​ອຸດ ສາຫະກຳ, ກະສິກຳ, ຫັດຖະກຳເຊິ່ງມີ​ທັງ​ໝົດ 178 ຮ້ານ

No comments:

Post a Comment