Ad

Ad

28 October 2014

ນັກສະແດງສາມພັນກວ່າຄົນກຽມພ້ອມຮັບໃຊ້ອຸດົມໄຊເກມ



       ບັນດານັກສະແດງຈຳນວນ 3.250 ຄົນ ເຊິ່ງເປັນນັກຮຽນທີ່ ໄດ້ຮັບການຄັດ ເລືອກມາຈາກໂຮງຮຽນມັດທະຍົມສົມ ບູນ 5 ແຫ່ງພວມເລັ່ງຝຶກຊ້ອມຢ່າງຫ້າວ ຫັນເພື່ອກຽມຄວາມພ້ອມ ໃນການຮັບໃຊ້ມະຫະກຳກິລາແຫ່ງຊາດຄັ້ງທີ X ຫລື ອຸດົມ ໄຊເກມເຊິ່ງຈະຈັດຂຶ້ນຢ່າງເປັນທາງການແຕ່ວັນທີ 13-21 ເດືອນທັນວາ 2014 ນີ້ ຢູ່ແຂວງອຸດົມໄຊ.
         ທ່ານ ບຸນໄຊ ລາສີ ຫົວໜ້າ ກອງສິລະປະກອນແຂວງທັງ ເປັນຄະນະກຳ ມະການຮັບຜິດຊອບພິທີເປີດ-ປິດ ອຸດົມໄຊ ເກມ ໃຫ້ສຳພາດຕໍ່ຜູ້ສື່ຂ່າວ ຂປລ ເມື່ອ ບໍ່ດົນມານີ້ວ່າ: ພາຍຫລັງທີ່ໄດ້ ຮັບການແຕ່ງຕັ້ງ ແລະ ມອບ ໝາຍໜ້າທີ່ຈາກຂັ້ນເທິງຄະນະ ກຳມະການຮັບຜິດຊອບພິທີເປີດ-ປິດກໍໄດ້ມີການຄັດເລືອກ ເອົານັກສະແດງ ຈາກ 5 ໂຮງຮຽນ ຄື: ມສ ແຂວງ, ມສ ເມືອງໄຊ, ມສ ຫ້ວຍຂຸມ, ມສ ດອນໄຊ ແລະ ມສ ບ້ານບໍ່ ຈຳນວນ
3.250 ຄົນ ເພື່ອ ເຂົ້າຮ່ວມການຝຶກ ຊ້ອມເຊິ່ງ ແບ່ງເປັນ 4 ເດີ່ນຊ້ອມຄື: ເດີ່ນ ພະແນກຖະແຫລງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງ, ເດີ່ນ ມສ ແຂວງ, ເດີ່ນໂຮງຮຽນຊົນເຜົ່າ ແລະ ເດີ່ນພະ ແນກສາທາລະນະສຸກແຂວງ ໂດຍເນັ້ນໃສ່ 7 ລາຍການສະ ແດງ, ໃນນັ້ນ ຈະສະແດງໃນພິທີເປີດ 5 ລາຍການຄື ບົດຟ້ອນ “ ຍິນດີຕ້ອນຮັບສູ່ອຸດົມໄຊເກມ ” ເຊິ່ງສະແດງເຖິງປະຊາຊົນບັນ ດາເຜົ່າທົ່ວ ແຂວງອຸດົມໄຊ ມີຄວາມພາກພູມໃຈ ແລະ ຍິນດີຕ້ອນຮັບບັນດາແຂກທີ່ມາ ຮອດມາເຖິງ, ມາທ່ຽວແຂວງອຸດົມໄຊໃນໂອກາດ ອຸດົມໄຊເກມດ້ວຍຄວາມຈິງໃຈ; ບົດຟ້ອນ “ສຽງ ກອງໄຊໃນງານບຸນ ເຜົ່າລື້” ສະ ແດງເຖິງສີສັນວັດທະນະທຳ ຂອງເຜົ່າລື້ ຢູ່ແຂວງອຸດົມໄຊ ໂດຍສະເພາະສິລະປະການຕີກອງຫລວງ, ກອງໄຊ ແລະ ກອງຕ່າງ; ບົດຟ້ອນ “ສຽງດົນ ຕີໄມ້ໄຜ່ເທິງ ພູດອຍ” ສະແດງ ເຖິງສີສັນວັດທະນະທຳຂອງເຜົ່າກຶມມຸຢູ່ແຂວງ ອຸດົມໄຊ ເຊິ່ງເປັນ ດົນຕີທີ່ຜະລິດ ແລະ ສ້າງຂຶ້ນ ຈາກໄມ້ ໄຜ່-ໄມ້ເຮ້ຍມາເຄາະ, ມາຕີກັນໃຫ້ກາຍເປັນສຽງດົນຕີ; ບົດຟ້ອນ “ດອກຄາຍ ແລະ ສຽງແຄນເທິງພູສູງ” ສະແດງເຖິງ ສີສັນວັດທະນະທຳຂອງເຜົ່າມົ້ງ ຢູ່ແຂວງອຸດົມໄຊ ເຊິ່ງດອກຄາຍຄືສັນ ຍາລັກຂອງເຜົ່າມົ້ງ ແລະ ສຽງແຄນເປົ່າກ້ຽວສາວ ຂອງເຜົ່າມົ້ງ ແລະ ບົດຟ້ອນ “ອຸດົມໄຊດິນແດນແຫ່ງໄຊຊະນະ” ໝາຍເຖິງມູນເຊື້ອຄວາມພິລະ ອາດຫານໃນການຕໍ່ສູ້ກູ້ຊາດ ແລະ ໄດ້ຮັບໄຊຊະນະ ຂອງແຂວງອຸດົມໄຊເຊິ່ງຈະໃຊ້ນັກ ສະແດງຈຳນວນ 2.600 ຄົນ ແລະ ສະແດງໃນພິທີປິດ 2 ລາຍ ການຄື ໝາກຂ່າງຫັນສາ ແລະ ໜ້າເກັກມີໄຊ ທັງສອງລາຍການນີ້ ແຂວງອຸດົມໄຊ ມີຈິນຕະນາການຢາກສົ່ງເສີມກິລາພື້ນ ເມືອງຂອງແຂວງກໍຄືຂອງຊາດໃຫ້ຍືນຍົງ ຄົງຕົວໂດຍສະເພາະໝາກຂ່າງ ແລະ ໜ້າເກັກ ທີ່ເຄີຍໃຊ້ໃນການແຂ່ງຂັນກິລາມາ ແຕ່ດຶກດຳບັນເຊິ່ງຈະໃຊ້ນັກສະແດງ ທັງໝົດ 3.000 ກວ່າຄົນ.
               ທ່ານ ບຸນໄຊ ລາສີ ຍັງໃຫ້ ຮູ້ຕື່ມວ່າ: ການຝຶກຊ້ອມດັ່ງກ່າວໂດຍຄູຝຶກມາຈາກສູນກາງສົມທົບກັບແຂວງ ເລີ່ມ ຝຶກຊ້ອມມາ ແຕ່ວັນທີ 7 ເດືອນຕຸລາ ປີ 2014 ພ້ອມທັງຢືນຢັນວ່າຈະສຳເລັດກ່ອນວັນເປີດພິທີ ແລະ ທັນກັບການຊ້ອມ ໃຫຍ່ ສະແດງເໝືອນຈິງໃນວັນທີ 7, 9 ແລະ 11 ເດືອນ ທັນວາ 2014 ຢ່າງແນ່ນອນ. ພ້ອມນັ້ນ ທ່ານຍັງໄດ້ເຊີນຊວນບັນດາ ແຂກກໍຄືປະຊາຊົນທັງພາຍໃນ ແລະ ຕ່າງປະເທດ ຫາ ໂອກາດຍາດເວລາມາທ່ຽວຊົມທຳມະຊາດ ແລະ ອາກາດສົດ ໄສໃນ ມະຫະກຳກິລາແຫ່ງຊາດ ຄັ້ງທີ X ຫລື ອຸດົມໄຊເກມ.

No comments:

Post a Comment