Ad

Ad

28 October 2014

ອົງການ​ກວດ​ສອບຝຶກອົບຮົມ​ການ​​ລາຍ​ງານ​ກວດ​ສອບ​ບັນຊີ



   ​ພະນັກງານ​ອົງການ​ກວດ​ສອບ​ແຫ່ງ​ລັດ​ເຊິ່ງປະກອບ​ມີ​ຜູ້ຕາງໜ້າ​ຈາກ​ບັນດາກົມ, ສູນ​ຝຶກ​ອົບ ຮົມ​, ຫົວໜ້າຫ້ອງການ​ອົງການ​ກວດ​ສອບ​​ແຫ່ງລັດ​ປະຈຳ​ພາກ​ກາງ​ເຂົ້າ​ຮ່ວມ​ຝຶກ​ອົບຮົມພາຍ​ໃຕ້ຫົວ​ຂໍ້ “ການ​ຮ່າງ​ບົດ​ລາຍ​ງານ​ການກວດ​ສອບ​ບັນຊີ ​ແລະ ຈົດໝາຍ​ແນະ​ນຳ ​ໃຫ້​ພະນັກງານ​ອົງການ​ກວດ​ສອບ​ແຫ່ງ​ລັດ” ໂດຍ​ການ​ສະໜັບ​ສະໜູນ​ຂອງ​ທະນາຄານ​ພັດທະນາ​ອາຊີ (AD B) ປະຈຳ​ລາວ. ​ໃນ​ວັນ​ທີ 27-28 ​​ຕຸລາ 2014 ທີ່​ອົງການ​ກວດ​ສອບ​ແຫ່ງ​ລັດ ​ພ້ອມ​ກັນນີ້ ຍັງ​ມີພະນັກ ງານ ຫ້ອງການ​ອົງການ​ກວດ​ສອບ​​ແຫ່ງລັດ​ປະຈຳ​ພາກ​​ເໜືອ ແລະ ພາກ​ໃຕ້​ເຂົ້າ​ຮ່ວມ​ໂດຍ​ຜ່ານ​ລະບົບ​ວີ​ດີ​ໂອ​ຄອນ​ເຟີ​ເລັນ.
     ທ່ານ ​ເຄນ ລໍ​ວັນ​ໄຊ ຮອງ​ປະທານ​ອົງການ​ກວດ​ສອບ​ແຫ່ງ​ລັດ ກ່າວ​ວ່າ: ການ​ຝຶກ​ອົບ​ຮົບ​ດັ່ງ ກ່າວ​ ແມ່ນ​ແນ​ໃສ່​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ານ​ວິຊາ​ການ​ໃຫ້​ແກ່​ພະນັກງານ​ອົງການ​ກວດ​ສອບ​ແຫ່ງ​ລັດກ່ຽວ​ກັບ​ການກວດ​ສອບ​ດ້ານ​ການ​ເງິນ, ບັນດາ​ໂຄງການ ເພື່ອ​ຮັບປະກັນ​ໃຫ້​ແກ່​ການ​ສ້າງ​ບົດ​ລາຍ​ງານ​ການກວດ​ສອບ​ບັນດາ​ໂຄງການ​ໃຫ້​ມີ​ຄຸນ​ນະ   ພາ​ບ,
ສາມາດຕີ​ລາຄາ​ຜົນ​ການກວດ​ສອບ​ໄດ້​ຢ່າງ​ຖືກຕ້ອງ​ ສອດຄ່ອງ​ກັບ​ເນື້ອ​ໃນ​ຕົວ​ຈິງ ໂດຍສະ​ເພາະ​ແມ່ນ​ການ​ນຳ​ໃຊ້​ເງິນ​ກູ້​ຢືມ ​ແລະ ​ເງິນ​ຊ່ວຍ​ເຫລືອ​ລ້າ ທີ່​ນຳ​ໃຊ້​ເຂົ້າ​ໃນ​ການ​ພັດທະ ນາ​ໂຄງການ​ຕ່າງໆ​ໃຫ້​ດີ​ຂຶ້ນ​ເປັນ​ກ້າວໆ. ເຊິ່ງອົງ​ການ​ກວດ​ສອບ​ແຫ່ງ​ລັດ​ໄດ້​ຮັບ​ການ ສະໜັບສະໜູນ​ຊ່ວຍ​ເຫລືອຈາກທະນາຄານ ພັດທະນາອາຊີ (ADB) ​ເພື່ອ​ໃຫ້​ຊ່ຽວຊານ​ມາ​​ແນະນຳ ​ແລະ ສິດ ສອນບົດຮຽນ​ກ່ຽວ​ກັບວຽກ​ງານ​ກວດ​ສອບ​ດ້ານ​ການ​ເງິນຂອງ​ບັນດາ​ໂຄງການ ​ເພື່ອ​ໃຫ້​ສອດຄ່ອງ​ກັບ​ເງື່ອນ​ໄຂ​ຕົວ​ຈິງ ​ແລະ ຮັບປະກັນ​ໃຫ້​ວຽກ​ງານ​ກວດ​ສອບ​ດ້ານ​ການ​ເງິນມີ​ຄຸນ​ນະພາ​ບ, ສາມາດ​ຕີ​ລາຄາ​ຜົນ​ການກວດ​ສອບ​ໄດ້​ຢ່າງ​ຖືກຕ້ອງ, ທັງ​ເປັນ​ການ​ປັບປຸງ ​ແລະ ​ເສີມ​ຂະຫຍາຍ​ແບບ​ແຜນ​ວິທີ​ເຮັດ​ວຽກ​ຂອງ​ພະນັກງານ​ອົງການ​ກວດ​ສອບ​ແຫ່ງ​ລັດໃຫ້ມີ​ຄວາມ​ຮູ້, ຄວາມ​ສາມາດ ​ເພື່ອ​ຈະ​ໄດ້​ຈັດຕັ້ງປະຕິບັດ​ວຽກ​ງານ​ໃຫ້​ມີ​ປະສິດທິພາບ​ດີ​ຂຶ້ນ, ທັງ​ສອດຄ່ອງ​ກັບ​ລະບຽບ​ກົດໝາຍ ​ແລະ ລະບຽບ​ການ​ທີ່​ຜູ້​ໃຫ້​ທຶນ​ວາງ​ອອກ.          
     ເຂົ້າຮ່ວມ​ຊຸດ​ອົບຮົມດັ່ງກ່າວ​ມີ​ທ່ານ  ສະຕີ​ເວັນ ສະ​ເຕັບ​ຟານ​ນີ ຮອງ​ຫົວໜ້າຫ້ອງການທະນາ ຄານພັດທະນາອາຊີ (ADB).

No comments:

Post a Comment