Ad

Ad

28 October 2014

ສ້າງຄວາມເຂັ້ມແຂງດ້ານວິຊາຊີບການບັນຊີ ແລະ ກວດສອບ



   ອົງການຈັດຕັ້ງວິຊາຊີບການບັນຊີລາວຮ່ວມກັບສະຫະພັນນັກບັນຊີອາຊຽນ ແລະ ສະມາຄົມນັກຊ່ຽວຊານບັນຊີທີ່ໄດ້ຮັບ ອະນຸຍາດຂອງສະຫະຣາຊະອານາຈັກອັງກິດ, ໄດ້ຮ່ວມປະຊຸມວິຊາການຫົວຂໍ້ “ການເສີມສ້າງ ຄວາມເຂັ້ມແຂງດ້ານ ວິຊາຊີບ ການບັນຊີໃນການເຊື່ອມຈອດເຂົ້າພາກພື້ນ ແລະ ສາກົນ” ຂຶ້ນໃນວັນທີ 25 ຕຸລານີ້. 
           ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີຊ່ວຍວ່າການກະຊວງການເງິນ, ໄດ້ຍົກໃຫ້ເຫັນ ເຖິງຄວາມສຳຄັນຂອງ ວຽກງານການບັນຊີ ແລະ ກວດສອບ ເອກະລາດຕໍ່ກັບການຄຸ້ມຄອງ ການເຄື່ອນໄຫວທຸລະກິດ ແລະ ຄຸ້ມຄອງການເກັບລາຍ ຮັບຂອງລັດຖະບານໃຫ້ມີຄວາມໂປ່ງໃສ, ມີປະສິດທິພາບ ແລະ ປະສິດທິ ຜົນດີຂຶ້ນກວ່າເກົ່າເຊິ່ງຈະເປັນການປະກອບສ່ວນ ສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງລາວໃຫ້ບັນລຸຕາມເປົ້າໝາຍທີ່ພັກ ແລະ ລັດຖະ ບານໄດ້ວາງອອກໃນ ແຕ່ລະໄລຍະ, ພ້ອມຮຽກຮ້ອງໃຫ້ນັກວິຊາຊີບການບັນຊີ ແລະ ກວດສອບເອກະລາດຈົ່ງປະຕິບັດຕາມມາດຕະຖານສາກົນ ດ້ານການບັນຊີ ແລະ ກວດສອບເອກະລາດ, ນັບຖືຈັນຍາບັນທາງດ້ານວິຊາຊີບ ແລະ ປະຕິບັດຕາມລະບຽບກົດໝາຍທີ່ ກ່ຽວຂ້ອງຢ່າງເຄັ່ງຄັດ ແລະ ພັດທະນາຕົນເອງໃຫ້ກາຍ ເປັນນັກວິຊາຊີບການບັນຊີ ແລະ ກວດສອບເອກະລາດແບບ ມືອາຊີບທີ່ສາກົນຍອມຮັບ ແລະ ສາມາດແຂ່ງຂັນກັບພາກພື້ນ ແລະ ສາກົນໄດ້. 

          ໃນກອງປະຊຸມໄດ້ຮັບຟັງ ການບັນຍາຍຈາກຜູ້ຕາງໜ້າທະນາຄານໂລກ ແລະ ຜູ້ຊ່ຽວ ຊານອາວຸໂສຈາກອົງການຈັດ ຕັ້ງສາກົນອື່ນໆທັງພາຍໃນ ແລະ ຕ່າງປະເທດ ໃນຫົວຂໍ້ທີ່ສຳຄັນ ຕ່າງໆເຊັ່ນ: ຜົນກະທົບຂອງ ການເຊື່ອມຈອດສາກົນ ຫລື ການເຊື່ອມຈອດພາກພື້ນຕໍ່ວິຊາຊີບການບັນຊີ;ສະຖານະພາບ ຂອງວິຊາຊີບການບັນຊີ ແລະ ກວດສອບໃນບັນດາປະເທດອາ ຊຽນ, ພາກປະຕິບັດຕົວຈິງທີ່ດີສຸດໃນການຮັບຮອງ ແລະ ຈັດ ຕັ້ງປະຕິບັດມາດຕະຖານສາກົນດ້ານບັນຊີ ແລະ ກວດສອບ, ບົດ ບາດຂອງວິຊາຊີບການບັນຊີໃນທ່າມກາງບັນຍາກາດທາງດ້ານເສດຖະກິດ-ສັງຄົມຂອງອາຊຽນ, ການພັດທະນາຊັບພະ ຍາກອນມະນຸດ ແລະ ຫົວຂໍ້ອື່ນໆທີ່ສຳຄັນຈຳນວນໜຶ່ງ.   

No comments:

Post a Comment