Ad

Ad

28 October 2014

ຍົກລະດັບວຽກຄຸ້ມຄອງການເງິນຈຸລະພາກ



    ສະມາຄົມ​ການ​ເງິນ​ຈຸ​ລະ​ພາກ (ສມກຈ MFA) ຮ່ວມ​ກັບກົມ​ຄຸ້ມ​ຄອງ​ສະ​ຖາ​ບັນ​ການ​ເງິນທະນາຄານ​ແຫ່ງ ສປປ ລາວ ​ແລະ ສະມາຄົມ​ການ​ເງິນ​ຈຸ​ລະ​ພາກກຳປູ​ເຈຍ, ໄດ້ຈັດຕັ້ງການອົບຮົມຍົກລະດັບການ​ບໍ​ລິ​ຫານ​ຫ້ອງການ, ການ​ພັດທະ​ນາ​ທັກ​ສະການ​ເປັນ​ຜູ້ນຳ, ການຄຸ້ມຄອງ​ພາຍ​ໃນ ແລະ ການກວດ​ສອບຄັ້ງທີ II ແຕ່​ວັນ​ທີ 27 ​​ຕຸລາຫາວັນທີ 8 ພະ ຈິກ 2014 ຢູ່ຕະ ຫລາດຫລັກ​ຊັບ, ນະຄອນຫລວງ​ວຽງຈັນ. ໂດຍ​ເປັນ​ປະທານ​​ຂອງທ່ານ ອາຄົມ ປຣະ​ເສີດ ຫົວໜ້າກົມ​ຄຸ້ມ​ຄອງສະ​ຖາ​ບັນ​ການ​ເງິນທະນາຄານ​ແຫ່ງ ສປປ ລາວ ​ແລະ ທ່ານນາງ ວັນ​ສີ ຈິນດາ​ວົງ ປະທານສະມາຄົມ​ການ​ເງິນ​ຈຸ​ລະ​ພາກ, ມີບັນດາ​ສຳ​ມະ​ນາກ​ອນ​ຈາກພາກທຸລະກິດຕ່າງໆເຂົ້າ​ຮ່ວມ.
     ທ່ານຫົວໜ້າກົມ​ຄຸ້ມ​ຄອງສະ​ຖາ​ບັນ​ການ​ເງິນ ກ່າວ​ວ່າ: ການ​ຝຶກ​ອົບຮົມ​ໃນ​ຄັ້ງນີ້ ແມ່ນມີ ​​3 ຫົວ ຫລັກ​ຂໍ້ຄື ການ​ຈັດ​ການ​ບໍລິຫານ​ຫ້ອງການ, ການ​ພັດທະນາ​ທັກ ສະການ​ເປັນ​ຜູ້ນຳ, ການ​ຄຸ້ມ​ຄອງ ​ແລະ ການກວດ​ສອບ ເພື່ອ​ຮອງ​ຮັບ​ການ​ເປີດ AEC ​ໃນ​ປີ 2015. ພ້ອມ​ທັງໃຫ້​ຜູ້​ເຂົ້າຮ່ວມ​ໄດ້​ຮຽນຮູ້ ​ແລະ ​ເຂົ້າ​ໃຈ​ຂຶ້ນກວ່າ​ເກົ່າ ກ່ຽວກັບການ​ຈັດ​ການ​ບໍລິຫານ​ຫ້ອງການ, ບາດກ້າວ​​ໃນ​ການ​ກາຍ​ເປັນ​ຜູ້​ຈັດການ​ຫ້ອງການ, ການ​ກະກຽມ​ເອກະສາ​ນທຸລະ​ກິດ​ແບບ​​ມື​ອາຊີບ, ການ​ບໍລິຫານ​ຊັບ​ສິນ​ຂອງ​ສະ​ຖາ​ບັນ​ຢ່າງ​ມີ​ປະສິດທິ​ຜົນ, ການ​ພັດທະນາ​ການ​ຮັກສາ​ສຸຂະພາບ​, ຄວາມ​ປອດ​ໄພຂອງພະນັກງານແບບ​​ມື​ອາຊີບ.

     ສຳລັບການ​ພັດທະນາ​ທັກສະການ​ເປັນ​ຜູ້ນຳ, ຜູ້​ເຂົ້າ​ຮ່ວມຈະ​ໄດ້ຮຽນຮູ້​ບັນຫາ​ທີ່​ຈຳ​ເປັນ​ໃນ​ການ​ກາຍ​ເປັນ​ຜູ້ນຳ​ທີ່​ດີ​ໄດ້, ຮູ້ ຈັກ​ການ​ປະ​ເມີນ​ຜົນ​ຄວາມ​ສາມາດ​ຂອງ​ຜູ້​ບໍລິຫານ-ຜູ້ນຳພາ ແລະ ຮູ້​ກ່ຽວກັບ​ການ​ມອບ​ວຽກ​ໃຫ້​ບຸກຄົນ​ທີ່​ມີ​ຄວາມ​ຊຳ​ນິ​ຊຳ ນານ. ສ່ວນການ​ຄຸ້ມ​ຄອງ ​ແລະ ການກວດ​ສອບຜູ້​ເຂົ້າຮ່ວມຈະ​ໄດ້​ຮູ້​​ເຖິງ​ຫລັກການ​ຄວາມ​ໂປ່​ງ​ໃສ ​ແລະ ຄວາມ​ຖືກຕ້ອງ​ໃນ​ອົງ​ກອນ ​ແລະ ຮຽນຮູ້​ກ່ຽວກັບ​ຂອບເຂດໜ້າວຽກຂອງ​ການ​ບໍລິຫານ​ຄວາມສ່ຽງ​ຕົ້ນຕໍ​ຂອງ​ສະຖາບັນ​ການ​ເງິນ​ຈຸ​ລະ​ພາກ ​ແລະ ​ຄວາມ​ເຂົ້າ​ໃຈ​ເຖິງ​ຂັ້ນຕອນ, ລະບົບ​ການ​ຄຸ້ມ​ຄອງ​ການ​ກວດກາ​ພາຍ​ໃນນຳອີກ.

No comments:

Post a Comment