ເນື່ອງຈາກສະພາບດິນຟ້າອາກາດບໍ່ອຳນວຍຝົນຕົກຊ້າບໍ່ໄປຕາມລະດູການ
ແລະ ກໍເຊົາໄວຜິດເກນປົກກະຕິເຮັດໃຫ້ປະລິມານນ້ຳຝົນມີໜ້ອຍຖ້າທຽບໃສ່ ກັບຫລາຍປີຜ່ານມາຈາກສະ ພາບດັ່ງກ່າວບັນດາອ່າງເກັບນ້ຳຊົນລະປະທານ ລວມໄປເຖິງອ່າງເກັບນ້ຳຢູ່ຕາມເຂື່ອນໄຟຟ້ານ້ຳຕົກຫລາຍແຫ່ງບໍ່ສາມາດ ຮັບນ້ຳໄດ້ເຕັມອັດຕາສ່ວນ, ຈຶ່ງສົ່ງຜົນ
ເຮັດໃຫ້ການຜະລິດ ກະແສໄຟຟ້າບໍ່ບັນ ລຸໄດ້ຕາມແຜນການທີ່ກຳນົດໄວ້ແຕ່ກໍຈະບໍ່ສົ່ງຜົນກະທົບຮ້າຍແຮງຕໍ່ການຈຳໜ່າຍກະແສໄຟຟ້າ.
ຕາມການເປີດເຜີຍຂອງທ່ານ ມັດທະວົງ ສີສຸກລາດ ຮອງພະແນກຜະລິດ
ແລະ ຄວບຄຸມ ເຂື່ອນໄຟຟ້ານ້ຳມັງ 3 ຕໍ່ນັກ ຂ່າວໜັງສືພິມລາວພັດທະນາພວກເຮົາວ່າ: ຕາມທຳມະດາໃນລະ
ດູຝົນແຕ່ລະປີຈະມີນ້ຳໄຫລເຂົ້າສູ່ອ່າງເກັບນ້ຳໜ້າ ເຂື່ອນທີ່ ສາມາດບັນຈຸໄດ້ເຖິງ 49 ລ້ານແມັດກ້ອນ,
ແຕ່ມາໃນປີນີ້ ຝົນຂາດຊ່ວງເຮັດ ໃຫ້ນ້ຳຢູ່ອ່າງເກັບນ້ຳ ມີພຽງ 40, 7 ລ້ານແມັດ ກ້ອນ, ຍ້ອນເຫດ
ຜົນດັ່ງກ່າວ ຈຶ່ງເຮັດໃຫ້ການຜະລິດກະແສໄຟຟ້າບໍ່ບັນລຸໄດ້ຕາມແຜນປະຈຳປີຄື ຄາດໝາຍການຜະລິດກະ
ແສໄຟຟ້າໃຫ້ບັນ ລຸໄດ້ 187 ລ້ານກິໂລວັດໂມງ, ແຕ່ມາຮອດດຽວນີ້ເຂື່ອນສາມາດຜະລິດໄດ້ພຽງ
162 ລ້ານ ກວ່າກິໂລວັດ ໂມງ, ແຕ່ໃນຕົວຈິງການຜະລິດໄຟຟ້າໃນປີອາດຈະບັນລຸປະມານ 177 ລ້ານກວ່າ
ກິໂລວັດໂມງ. ເຖິງຢ່າງໃດກໍດີ ການຜະ ລິດກະແສໄຟຟ້າດັ່ງກ່າວຈະບໍ່ສົ່ງຜົນກະທົບແຮງຕໍ່ການຈຳໜ່າຍກະແສໄຟຟ້າແຕ່ຢ່າງໃດ.
ເຂື່ອນໄຟຟ້ານ້ຳມັງ 3 ຕັ້ງ ຢູ່ເຂດບ້ານນ້ຳຫຍາມ
ເມືອງທຸລະຄົມ ແຂວງວຽງຈັນ, ໄດ້ສຳເລັດການກໍ່ສ້າງ ແລະ ເປີດການ ນຳໃຊ້ ໃນປີ 2005 ມີກຳລັງຕິດຕັ້ງ
40 ເມກາວັດ, ສາມາດຜະລິດກະແສໄຟຟ້າໄດ້ຢ່າງປົກກະຕິ ພ້ອມໄດ້ປະກອບສ່ວນສຳ ຄັນເຂົ້າໃນການຊຸກຍູ້ສົ່ງເສີມການຜະລິດຂອງປະຊາຊົນທີ່ຕັ້ງບ້ານເຮືອນຢູ່ບໍລິເວນອ້ອມຂ້າງເຂື່ອນ
ເພື່ອການປູກຝັງ-ລ້ຽງ ສັດ, ໂດຍສະເພາະແມ່ນການປູກເຂົ້ານາແຊງໃນລະດູແລ້ງແຕ່ລະປີເປັນຈຳນວນຫລາຍກວ່າ
2 ພັນເຮັກຕາ, ໂດຍທີ່ທາງ ເຂື່ອນບໍ່ໄດ້ເກັບເງິນຄ່ານ້ຳແຕ່ຢ່າງໃດໂດຍໄດ້ມອບໃຫ້ຫ້ອງການກະສິກຳ-ປ່າໄມ້ເມືອງທຸລະຄົມເປັນຜູ້ຮັບຜິດຊອບ.

No comments:
Post a Comment