Ad

Ad

28 October 2014

ນະຄອນຫລວງວຽງຈັນພຽງ 7 ວັນ ມີອຸປະຕິເຫດເກີດຂຶ້ນ 28 ກໍລະນີ ,ເພີ່ມຂຶ້ນຈາກອາທິດກ່ອນ 4 ກໍລະນີ ມີຜູ້ເສຍຊີວິດ 7 ຄົນ



     ນັບແຕ່ວັນທີ 20-26 ຕຸລານີ້, ຢູ່ນະຄອນຫລວງວຽງຈັນ ມີອຸປະຕິເຫດຕາມ ທ້ອງຖະໜົນເກີດຂຶ້ນ 28 ກໍລະນີ ເພີ່ມຂຶ້ນ 4 ກໍລະນີ ເມື່ອທຽບກັບອາທິດກ່ອນ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 7 ຄົນ ເຈົ້າໜ້າ ທີ່ເຫັນວ່າ: ອຸປະຕິເຫດສ່ວນໃຫຍ່ມັກ ເກີດຂຶ້ນໃນຍາມຄ່ຳຄືນຄືໃນເວລາທ່ຽງຄືນຂອງວັນທີ 21 ຜ່ານມາ ຢູ່ບ້ານຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນໄດ້ເກີດ ເຫດລົດໃຫຍ່ຕຳກັບລົດຈັກ, ສົ່ງຜົນເຮັດໃຫ້ຄົນຂັບລົດຈັກເສຍຊີວິດຄາທີ່ 1 ຄົນ, ຕົກມາໃນເວລາຫົວຄ່ຳຂອງ ວັນທີ 22 ຢູ່ບ້ານໂນນຂີ້ເຫລັກ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ໄດ້ເກີດເຫດລົດ ຈັກຕຳກັນຢ່າງຮຸນແຮງເຮັດໃຫ້ຜູ້ຂັບຂີ່ ລົດຈັກຄົນໜຶ່ງເສຍຊີວິດ ແລະ ອີກ ຄົນໜຶ່ງບາດເຈັບສາຫັດ, ສ່ວນໃນວັນທີ 24 ມີອຸປະຕິເຫດເກີດຂຶ້ນພ້ອມກັນ 2 ກໍລະ ນີເຊັ່ນ: ກໍລະນີທີໜຶ່ງເກີດຂຶ້ນຢູ່ ເຂດບ້ານສຳພັນນາເມືອງສັງ ທອງລົດຈັກຕຳກັນຢ່າງແຮງສົ່ງຜົນເຮັດໃຫ້ຜູ້ຊ້ອນທ້າຍອາຍຸປະ ມານ 64 ປີ ເສຍຊີວິດ,  ສ່ວນອີກກໍລະນີໜຶ່ງໄດ້ເກີດ
ຂຶ້ນຢູ່ເຂດບ້ານໂພນມ່ວງ ເມືອງນາຊາຍທອງ  ໃນເວລາ 24:00 ໂມງ ລົດຈັກ ຕຳຄົນຍ່າງ ເຮັດໃຫ້ຄົນຍ່າງ  ເສຍຊີວິດຄາທີ່ ແລະ ເວລາຂ້ອນ ແຈ້ງຂອງວັນທີ 25 ຢູ່ບ້ານ ບຶງຂະຫຍອງ ເມືອງ ສີສັດຕະນາກ, ໄດ້ເກີດເຫດລົດໃຫຍ່ຕຳ ເຮືອນປະຊາຊົນ ເຮັດໃຫ້ຜູ້ໂດຍ ສານທີ່ຂີ່ມານຳເສຍຊີວິດ 2 ຄົນ ແລະ ກໍລະນີສຸດ ທ້າຍເກີດຂຶ້ນຢູ່ບ້ານໜອງສະໂນຄຳ ເມືອງສີໂຄດຕະບອງ ເມື່ອບ່າຍວັນທີ 26 ໄດ້ມີລົດໃຫຍ່ຕຳຄົນຍ່າງອາຍຸ ປະມານ 53 ປີ.
     ເຈົ້າໜ້າທີ່ໃຫ້ເຫດຜົນວ່າ: ການເກີດອຸປະຕິເຫດດັ່ງກ່າວສ່ວນຫລາຍແມ່ນມາຈາກການຂາດສະຕິ, ບໍ່ເຄົາລົບນັບຖືລະ ບຽບຈະລາຈອນ ແລະ ສະພາບແວດລ້ອມຂອງເສັ້ນທາງພ້ອມຂັບຂີ່ລົດແບບປະໝາດ.

No comments:

Post a Comment