Ad

Ad

28 October 2014

ລາວຈະເພີ່ມມາດຕະການຮັບມືໄພພິບັດທຳມະຊາດ



    ສປປ ລາວ ຈະເພີ່ມມາດຕະການເພື່ອຮັບມືໄພພິບັດທຳມະຊາດໃຫ້ທັນສະໄໝ ແລະ ຊ່ວຍ ເຫລືອຜູ້ປະສົບໄພໄວກວ່າເກົ່າ, ຫລັງຈາກເຫັນວ່າຫລາຍປີຜ່ານມາບັນຫາໄພພິບັດທາງທຳມະຊາດໄດ້ສ້າງຄວາມສູນເສຍໃຫ້ ແກ່ຊີວິດ ແລະ ຊັບສີນ ລວມ ທັງພື້ນຖານໂຄງລ່າງຖືກທຳລາຍຢ່າງຫລວງຫລາຍ, ຂະນະ ທີ່ສົກປີ 2013-2014 ຄາດຄະເນ ຄວາມເສຍຫາຍຈາກໄພ ທຳມະຊາດຫລາຍກວ່າ 100 ຕື້ກີບ.
     ບັນຫາດັ່ງກ່າວໄດ້ມີການຫາ ລືຢູ່ກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນຕຸລາ 2014 ໂດຍການເປັນປະທານ ຂອງທ່ານນາຍົກລັດຖະມົນຕີ ທອງສິງ ທຳມະວົງ ຊຶ່ງໃນນັ້ນ, ກອງປະຊຸມມີຄວາມເອກກະພາບໃຫ້ພາກສ່ວນກ່ຽວຂ້ອງດຳ ເນີນການຄົ້ນຄວ້າບັນດາມາດຕະການຮັບມືກັບໄພພິບັດດີຂຶ້ນກວ່າເກົ່າ ໂດຍສະເພາະແມ່ນການນຳ ໃຊ້ເຄື່ອງມືອຸປະກອນ ທີ່ທັນສະໄໝໃນການພະຍາກອນສະພາບອາກາດເພື່ອແຈ້ງເຕືອນປະຊາຊົນໄດ້ຮັບຮູ້ລ່ວງໜ້າທັນການ, ການຄຸ້ມຄອງສິ່ງປຸກ ສ້າງບໍ່ໃຫ້ໄປທຳລາຍສິ່ງແວດລ້ອມ ແລະ ຕັນແລວທາງຂອງນ້ຳ, ສຶກສາອົບຮົມການເມືອງແນວຄິດໃຫ້ປະຊາຊົນ, ໃນການ ຢຸດຕິຕັດໄມ້ທຳລາຍປ່າ, ຖາງປ່າເຮັດໃຫ້ ແລະຄຽງຄູ່ກັນນັ້ນກໍຈະຕ້ອງໄດ້ຊຸກຍູ້ໃຫ້ບັນດາຂະແໜງການຕ່າງໆທີ່ມີເງື່ອນໄຂ ໃນການອົບຮົມ, ເຝິກແອບການຕອບໂຕ້ໄພພິບັດຕ່າງໆໃຫ້ມີຄວາມຊຳນິຊຳນານຂຶ້ນ.

No comments:

Post a Comment