Ad

Ad

28 October 2014

ນະຄອນຫລວງວຽງຈັນອອກຂໍ້ຫ້າມໃນງານບຸນນະມັດສະການພະທາດຫລວງ



     ຄືດັ່ງທີ່ພວກເຮົາໄດ້ໃຫ້ຂ່າວ ໄປແລ້ວງານບຸນນະມັດສະການພະທາດຫລວງ ປະຈຳປີ 2014, ຈະເລີ່ມການຄົບງັນແຕ່ ວັນທີ 31 ຕຸລາ-6 ພະຈິກນີ້ ແລະ ເພື່ອໃຫ້ ປາງບຸນໃຫຍ່ດັ່ງກ່າວໄດ້ດຳເນີນ ໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ ແລະ ຮັບປະ ກັນໄດ້ຄວາມສະຫງົບປອດໄພ ຄະນະຈັດງານ ຈຶ່ງໄດ້ອອກຂໍ້ ຫ້າມຕ່າງໆຄື ຫ້າມມີການໂຄສະນາທຸກຮູບແບບທີ່ຜິດ ຕໍ່ກົດ ໝາຍຂອງ ສປປ ລາວ; ຫ້າມຂາຍ ຫລື ນຳເອົາອາວຸດທຸກປະເພດລວມທັງ ງ້າວ, ໜ້າ, ກະຖຸນ, ສະນັບມື ແລະ ອື່ນໆ ເຂົ້າໄປ ໃນງານໂດຍເດັດຂາດ, ເວັ້ນເສຍແຕ່ເຈົ້າໜ້າທີ່ທີ່ໄດ້ຮັບອະນຸຍາດ; ຫ້າມຂາຍ ແລະ ນຳເອົາ ຢາເສບຕິດ, ທາດເບື່ອ, ສານເຄມີ ທີ່ອອກລິດຕໍ່ລະບົບປະສາດທຸກຊະນິດ, ຫ້າມຈູດ ແລະ ນຳເອົາບັ້ງກະໂພກ ເຂົ້າມາ ວາງຂາຍພາຍໃນງານຢ່າງ ເດັດຂາດ; ຫ້າມນຳເອົາຜະລິດຕະ ພນທີ່ລອກຮຽນແບບຜ້າສິ້ນລາວນຳເຂົ້າມາວາງຂາຍ; ຫ້າມຂາຍ ເຄື່ອງເກີນອອກມາໜ້າ ຮ້ານທີ່ ຄະນະກຳມະການຈັດງານຕະຫລາດນັດກຳນົດໄວ້; ຫ້າມຂາຍ ແລະ ນຳເອົາ ຜະລິດຕະພັນວັດທະນະທຳທີ່ລາມົກ ແລະ ເຊື່ອມ ຊາມຕ່າງໆເຂົ້າມາໃນງານ; ຫ້າມຫລິ້ນການພະນັນທຸກປະ ເພດ; ຫ້າມ ຂາຍເຄື່ອງຊະຊາຍ ໂດຍບໍ່ໄດ້ຮັບອະນຸ ຍາດຈາກຄະ ນະກຳມະການຈັດງານ; ຫ້າມມີການອາລະວາດຕີກັນ; ຫ້າມດື່ມ ສິ່ງຂອງມຶນເມົາເກີນຂອບເຂດຖ້າ ຫາກ
ຜູ້ໃດລະເມີດຈະຖືກ ເຈົ້າໜ້າທີ່ກ່າວເຕືອນ ຫລື ນຳຕົວໄປ ພັກຜ່ອນ; ຫ້າມບຸກຄົນ, ວັດ, ສຳນັກງານອົງການ ແລະ ອຳນາດ ການປົກຄອງບ້ານ ກີດຂວາງການຈັດສັນສະຖານທີ່ວາງສະແດງຂາຍສິນຄ້າຂອງຄະນະກຳມະການຈັດງານຕະຫລາດນັດ; ສຳລັບນັກສະແດ ງສິລະປະຢູ່ໃນງານຕະຫລາດນັດສາກົນແຕ່ລະຈຸດຕ້ອງແຕ່ງກາຍ ແລະ ນຸ່ງ ເຄື່ອງສຸພາບຮຽບຮ້ອຍຖືກ ຕ້ອງຕາມ ຮີດຄອງ ປະເພນີລາວ; ຫ້າມ ຕອກເຫລັກ ຫລື ສິ່ງຂອງຕ່າງໆ ໃສ່ພື້ນເດີ່ນສະໜາມຫລວງຢ່າງ ເດັດຂາດ ແລະ ຫ້າມຖີ້ມຂີ້ເຫຍື້ອ ຊະຊາຍທີ່ເຮັດໃຫ້ບໍ່ມີຄວາມສະອາດຈົບງາມສົ່ງຜົນກະທົບຕໍ່ສິ່ງແວດລ້ອມ.
   ທັງນີ້ກໍເພື່ອເຮັດໃຫ້ງານບຸນ ນະມັດສະການພະທາດຫລວງ ດຳເນີນໄປດ້ວຍບັນຍາກາດເບີກບານມ່ວນ ຊື່ນ ແລະ ຟົດຟື້ນ, ຮັບ ປະກັນໄດ້ຄວາມສະຫງົບປອດ ໄພ ແລະ ຍັງເປັນການສົ່ງເສີມ ອະນຸລັກຮັກສາຮີດຄອງປະເພນີ ແລະ ສາມາດດຶງ ດູດນັກທ່ອງ ທ່ຽວທັງພາຍໃນ ແລະ ຕ່າງປະ ເທດເຂົ້າມາລາວເຮົາຫລາຍຂຶ້ນ ແລະ ອີກເທື່ອໜຶ່ງ ທ່ານ ສາຍ ທອງ ແກ້ວ ດວງດີ ຮອງເຈົ້າຄອງນະຄອນຫລວງວຽງຈັນ ໃນນາມຄະນະກຳມະການຈັດງານບຸນນະມັດສະການພະທາດ ຫລວງໄດ້ ຮຽກຮ້ອງອີກເທື່ອໜຶ່ງຕໍ່ບັນຫາຊັ້ນຄົນຕ່າງໆທີ່ດຳລົງຊີວິດຢູ່ໃນນະຄອນຫລວງວຽງຈັນ ຈົ່ງພ້ອມກັນຍົກສູງສະຕິ ຄວາມ ເປັນເຈົ້າການໃນການຮັບປະກັນຄວາມເປັນລະບຽບຮຽບຮ້ອຍໃນງານບຸນ ແລະ ສ້າງໃຫ້ນະຄອນຫລວງວຽງຈັນ ມີສະຖຽນລະພາບທາງດ້ານການເມືອງ ແລະ ຄວາມສະຫງົບປອດໄພຢ່າງໜັກແໜ້ນ.

No comments:

Post a Comment