Ad

Ad

28 October 2014

ຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ເຄື່ອນໄຫວຢ້ຽມຢາມພື້ນຖານການຜະລິດສິນຄ້າຢູ່ແຂວງຈຳປາສັກ



     ເມື່ອທ້າຍອາທິດຜ່ານມານີ້, ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກ ລັດຖະມົນຕີ, ຜູ້ຊີ້ ນຳວຽກງານເສດຖະກິດ ການຜະລິດ ແລະ ຈະລາຈອນ ພ້ອມ ດ້ວຍຄະນະໄດ້ເຄື່ອນໄຫວຢ້ຽມ ຢາມ ແລະ ເຮັດວຽກຢູ່ແຂວງ ຈຳປາສັກ ໂດຍມີບັນດາ ການນຳຂອງແຂວງ ແລະ ພາກສ່ວນກ່ຽວຂ້ອງໃຫ້ການຕ້ອນ ຮັບຢ່າງອົບອຸ່ນ ແລະ ໃນໂອກາດດັ່ງ ກ່າວທ່ານຮອງນາຍົກ ລັດຖະມົນຕີໄດ້ ໄປຢ້ຽມຢາມຟາມລ້ຽງໄກ່ ຕົ້ງ ການກະເສດຕັ້ງຢູ່ບ້າ ສວນ ສະຫວັນ, ເມືອງ ປາກເຊ, ແຂວງ ຈຳປາສັກ ແລະ ໄດ້ຮັບຟັງການລາຍງານສະ ພາບການ ຈັດຕັ້ງປະຕິບັດວຽກງານຕ່າງໆຈາກເຈົ້າ ຂອງຟາມດັ່ງກ່າວວ່າ: ຟາມ ແຫ່ງນີ້ ສ້າງຕັ້ງໃນປີ 2009 ໂດຍ ແມ່ນນັກທຸລະກິດຈາກ ສສ ຫວຽດນາມ ລົງທຶນ ຈຳນວນ 23 ຕື້ກີບ. ມາຮອດປັດຈຸບັນ ໄດ້ລົງ ທຶນໄປແລ້ວ 117 ຕື້ກວ່າກີບ, ໃນນັ້ນ 50% ແມ່ນລົງທຶນເຂົ້າໃນ ການກໍ່ສ້າງພື້ນຖານໂຄງລ່າງ ຂອງຟາມ ແລະ 50% ໃຊ້ເຂົ້າໃນ ວຽກບໍລິຫານແຮງງານ, ອາ ຫານສັດ, ແນວພັນໄກ່, ຢາປ້ອງ ກັນພະຍາດ ແລະ ອື່ນໆ. ມີໄກ່ພັນ ໄຂ່ທັງໝົດ 3
ແສນກວ່າໂຕ, ໃຊ້ ຫົວອາຫານປະມານ 3 ໂຕນຕໍ່ມື້, ເຊິ່ງນຳເຂົ້າມາຈາກຕ່າງປະເທດສາມາດໃຫ້ໄຂ່ມື້ໜຶ່ງປະມານ 270 ພັນໜ່ວຍ, ສ່ວນຕະຫລາດ ແມ່ນສົ່ງໄປຂາຍຢູ່ບັນດາແຂວງພາກໃຕ້ ແລະ ສະເລ່ຍລາຄາຕົ້ນ ທຶນໃນການຜະລິດໄຂ່ຕົກຢູ່ປະ ມານ 650 ກີບ/ໜ່ວຍ ແລະ ຂາຍ ສົ່ງໃຫ້ແມ່ຄ້າ ໃນລາຄາ 750- 800 ກີບ/ໜ່ວຍ, ມີແຮງງານເຮັດ ວຽກພາຍໃນຟາມ 70 ກວ່າຄົນ, ເປັນຟາມປິດ-ນຳໃຊ້ລະບົບອຸປະກອນທີ່ທັນສະໄໝເຂົ້າໃນການ ລ້ຽງເປັນຕົ້ນການໃຫ້ອາຫານ, ນ້ຳ, ການປັບອຸນຫະພູມພາຍໃນ ຟາມ ແລະ ອື່ນໆ.
     ໃນວັນດຽວກັນທ່ານຮອງ ນາຍົກກໍໄດ້ໄປຢ້ຽມຢາມໂຮງ ງານຜະລິດທໍ່ຢ່າງພີອີຂອງບໍລິ ສັດ ຫົງຄຳ ກໍ່ສ້າງຕັ້ງຢູ່ເມືອງ ຊະນະສົມບູນ, ແຂວງຈຳປາສັກ. ໂຮງງານໄດ້ເລີ່ມຜະລິດມາແຕ່ ຕົ້ນປີ 2014 ວັດຖຸປ້ອນໂຮງງານ ແມ່ນນຳມາຈາກ ຕ່າງ ປະເທດ, ໃຊ້ວັດຖຸເຄິ່ງສຳເລັດຮູບເພື່ອຜະລິດທໍ່ປະມານ 20 ໂຕນ/ ມື້, ຜະ ລິດທໍ່ຂະໜາດແຕ່ 18-1200 ມິນ ລີແມັດ, ສາ ມາດຮອງຮັບຄວາມດັນໄດ້ 3,2-25 ບາ, ອາຍຸ ໄຊ້ງານປະມານ 50 ປີ, ທໍ່ທີ່ຜະລິດໃນໄລຍະຜ່ານມາສ່ວນໃຫຍ່ແມ່ນຖືກ ນຳໄປໃຊ້ເຂົ້າໃນວຽກງານຊົນລະປະທານ, ນ້ຳລິນ, ນ້ຳປະປາ, ທໍ່ຫຸ້ມສາຍໄຟຟ້າ ແລະ ອື່ນໆ ໂດຍຈຳໜ່າຍຢູ່ບັນດາແຂວງ ພາກໃຕ້ເປັນສ່ວນໃຫຍ່, ໂຮງງານມີແຮງງານປະມານ 50 ຄົນ ເປັນແຮງງານລາວ 100% ແລະ ຮ່ວມມືດ້ານເຕັກນິກກັບ ຊ່ຽວຊານຈາກຕ່າງປະເທດ.

No comments:

Post a Comment