ວັນທີ 7 ເມສານີ້, ທີ່ນະຄອນຫລວງວຽງຈັນ
ທ່ານ ແອນດຣິວ ມິແຊນມໍ ຜູ້ບໍລິຫານໃຫຍ່ຂອງ ບໍລິສັດ MMG ໄດ້ມອບແຊັກມູນຄ່າ
91 ລ້ານໂດລາສະຫະ ລັດ ໃຫ້ແກ່ທ່ານ ດຣ. ລຽນ ທິແກ້ວ ລັດຖະມົນຕີວ່າການກະ ຊວງການເງິນ
ເຊິ່ງເປັນງວດສຸດທ້າຍຂອງການປະຕິບັດພັນທະຕໍ່ ສປປ ລາວ ໃນປີ 2013 ຂອງຈຳ ນວນວົງເງິນທັງໝົດ
136 ລ້ານໂດລາສະຫະລັດ ຫລື ປະມານ 1.000 ກວ່າຕື້ກີບ.
ນັບແຕ່ໄດ້ເລີ່ມຂຸດຄົ້ນ ແລະ ຜະລິດແຮ່ທາດໃນປີ
2003 ເປັນຕົ້ນມາ, LXML ໄດ້ປະກອບ ສ່ວນລາຍຮັບໂດຍກົງໃຫ້ແກ່ ສປປ ລາວ ໄດ້ຫລາຍກວ່າ
1.123 ລ້ານໂດລາສະຫະລັດເຊິ່ງລວມ ມີຄ່າພາສີ, ຄ່າພາສີຊັບພະຍາ ກອນແຮ່ທາດ ແລະ
ເງິນປັນຜົນຈາກການຖືຮຸ້ນ 10% ຂອງລັດ ຖະບານລາວ.
ທ່ານ ແອນດຣິວ ກ່າວວ່າ: ໃນຖານະທີ່ເປັນໜຶ່ງໃນບໍລິສັດທີ່ຈ່າຍພາສີລາຍໃຫຍ່ທີ່ສຸດໃນ
ສປປ ລາວ, MMG LXML Sepon ພາກພູມໃຈຫລາຍກັບການສືບຕໍ່ປະກອບສ່ວນຂອງຕົນ ເພື່ອຄວາມກ້າວໜ້າ,
ການພັດທະ ນາເສດຖະກິດ ແລະ ຫລຸດຜ່ອນຄວາມທຸກຍາກ ໂດຍສະເພາະໃນຊຸມຊົນທີ່ຢູ່ອ້ອມຂ້າງບໍ່ແຮ່
ແລະ ປັດຈຸບັນ ບໍລິສັດພວກເຮົາພວມສືບຕໍ່ສຳຫລວດ ແລະ ພັດທະນາທຸລະກິດ ເພື່ອໃຫ້ໄດ້ຮັບສິດທິພິເສດໃນການຂະຫຍາຍບໍ່ຄຳ-
ທອງເຊໂປນ ແລະ ຕໍ່ອາຍຸການບໍ່ແຮ່ອອກຕື່ມອີກ.
ນອກນີ້, ສປປ ລາວ ຍັງໄດ້ຮັບຜົນປະໂຫຍດທາງອ້ອມຫລາຍຮ້ອຍລ້ານໂດລາສະຫະ
ລັດໃນແຕ່ລະປີ ຜ່ານການຈ່າຍເງິນເດືອນໃຫ້ແກ່ພະນັກງານລາວ, ທຸລະກິດທ້ອງຖິ່ນ
ແລະ ບັນດາຜູ້ສະໜອງອື່ນໆ. ພ້ອມນັ້ນ ບໍລິສັດຍັງໄດ້ລົງທຶນຫລາຍລ້ານໂດລາສະຫະລັດເຂົ້າໃນການພັດທະນາຊຸມຊົນເມືອງວິລະບູລີ
ນັບແຕ່ໄດ້ເລີ່ມຕົ້ນເຂົ້າມາຂຸດຄົ້ນ ແລະ ຜະລິດແຮ່ທາດເປັນຕົ້ນມາ ເພື່ອຊ່ວຍຫລຸດຜ່ອນຄວາມທຸກຍາກຂອງປະຊາຊົນ
ແລະ ພວມພັດທະນານັກມືອາຊີບລາວຮຸ່ນຕໍ່ໄປ ໂດຍການເຝິກອົບຮົມວິຊາຊີບ ແລະ
ການບໍລິຫານໃຫ້ແກ່ພະນັກງານຄົນລາວ, ພ້ອມທັງກຳລັງເພີ່ມຈຳນວນພະນັກງານລາວເຂົ້າໃນຕຳແໜ່ງການນຳອາວຸໂສຢ່າງຕໍ່ເນື່ອງ.
ໃນປີ 2014 ນີ້, MMG LXML Sepon ຄາດວ່າຈະຜະລິດທອງໄດ້ແຕ່
88.000-93.000 ໂຕນ ແລະ ປັດຈຸບັນ ກໍພວມສືບຕໍ່ສຳຫລວດ ແລະ ສຶກສາທາງເລືອກເພື່ອຂະຫຍາຍການຜະລິດທອງ
ແລະ ຜະລິດແຮ່ຄຳຜຸຜັງ ແລະ ແຮ່ຄຳເຄົ້າ ເພື່ອຕໍ່ອາຍຸຂອງບໍ່ຄຳ-ທອງເຊໂປນອອກຕື່ມອີກ.
No comments:
Post a Comment