Ad

Ad

10 April 2014

ສິ່ງ​ທີ່​ຕຳຫລວດ​ຫ້າມ​ປະ​ພຶດ​ໃນ​ປີ​ໃໝ່



     ປກສ ນະຄອນຫລວງ​ວຽງ​ຈັນ ​ໄດ້​ມີ​ຫລາຍ​ຂໍ້​ຫ້າມ​ບໍ່​ໃຫ້​ສັງຄົມ​ປະພຶດ​ໃນ​ໄລຍະ​ສະຫລອງ​ເທດສະການ​ປີ​ໃໝ່​ນີ້, ຫລັງ​ຈາກ​ແຕ່ລະ​ປີຜ່ານມາ​ເຫັນ​ວ່າ​ຍັງ​ປາກົດ​ເຫັນ​ຄົນ​ຈຳນວນ​ໜຶ່ງ​ມີ​ການ​ປະພຶດ​ບໍ່​ເໝາະ​ສົມ​ເຮັດ​​ໃຫ້​ເສື່ອ​ມ​ເສຍ​ຕໍ່​ຮີດຄອງ​ປະ​ເພນີ, ຊັບ​ສິນ ແລະ ຊີວິດ.
     ສຳລັບ​ຂໍ້​ຫ້າມ​ມີ​ຄື ຫ້າມ​ນຳ​ໃຊ້​ທາດ​ລະ​ເບີດ, ທາດ​ແຕກ, ທາດ​ເບື່ອ​ເຄມີ, ທາດ​ກຳ​ມະ​ລັງສີ ​ແລະ ວັດຖຸ​ອອກ​ລິດ​ຕໍ່​ສຸຂະພາບ​ຈິດ ແລະ ​ເປັນ​ຜົນ​ລົບ​ຕໍ່​ຄວາມ​ສະ ຫງົບ​ເປັນ​ລະ ບຽບ​ຮຽບຮ້ອຍ​ທາງ​ສັງຄົມ, ບໍ່​ໃຫ້​ໃຊ້​ນ້ຳ​ເປິ​ະ​ເປື້ອນ, ນ້ຳສີ, ນ້ຳຄັນ​ຄາຍ, ນ້ຳ ກ້ອນ​ໃສ່​ຖົງ​ຢາງ​ຫົດ ຫລື ​ແກ່ວ​ງ​ໃສ່​ກັນ, ບໍ່​ໃຫ້​ນຸ່ງ​ເຄື່ອງ​ຍົ້ວຍວນ​ສັ້ນ​ເຂີນ, ຫລິ້ນການ​ພະນັນ ​ແລະ ຫລິ້ນ ທ່ຽວ​ແບບ​ລາມົກ​ອານາ​ຈານ​ຢ່າງ​ເດັດຂາດ, ບັນດາ​ຮ້ານ​ທຸລະ​ກິດ​ບັນ​​ເທີ​ງ-ກິນ​ດື່ມຕ້ອງ​ບໍລິການ​ໃນ​ຂອບ​ເຂດ​ອະນຸຍາດ​ເຖິງ​ເວລາ 23:00 ​ໂມງ ຕ້ອງ​ປິດ​ບໍລິການ​ຢ່າງ​ເດັດຂາດ ​ແລະ ເດັດຂາດ​ບໍ່​ລົງ​ຫລິ້ນຢູ່​ຫາດ​ຊາຍ​ນ້ຳຂອງ​ທີ່​ບໍ່​ໄດ້​ຮັບ​ອະນຸຍາດ​ຈາກ​ທາງ​ການ ຫລື ບ່ອນ​ທີ່​ບໍ່​ມີ​ເຈົ້າໜ້າ​ທີ່​ປ້ອງ​ກັນ​ຮັກສາ​ຄວາມ​ສະຫງົບ-ປອດ​ໄພ, ທັງ​ນີ້ກໍ​ເພື່ອ​ຫລີກ​ເວັ້ນຕໍ່​ສິ່ງ​ບໍ່​ເພິ່ງ​ປາດ​ຖະໜາ​ເກີດ​ຂຶ້ນ.
ນອກຈາກ​ນີ້ ກໍ​ຫ້າມ​ຂັບ​ຂີ່​ລົດ​ເປັນ​ພຶງ​ເປັນ​ແພ, ​ແລ່ນ​ລົດ​ໄວ​ເກີນ​ຂອບ​ເຂດ, ຫ້າມ​ດື່ມ​ສິ່ງ​ມຶນ​ເມົາ​ແລ້ວ​ຂັບ​ຂີ່​ພາຫະນະ​ທຸກ​ປະ​ເພດ​ຕາມ​ຖະ ໜົນ, ຫ້າມ​ໃຊ້​ລົດ​ໃຫຍ່​ບັນຈຸ​ຖັງ​ນ້ຳ, ຄຸນ້ຳ​ເລາະ​ຫົດ​ຕາມ​ເສັ້ນທາງ ​ແລະ ຫ້າມ​ໃຊ້​ທໍ່​ຢາງ​ຕໍ່​ນ້ຳອອກ​ມາ​ຈາກ​ເຮືອນ ເພື່ອ​ຫົດ​ຕາມ​ແຄມ​ທາງ. ນອກ ຈາກ​ນີ້ ກໍ​ຫ້າມ​ຫົດ​ນ້ຳ​ໃສ່​ເຈົ້າໜ້າ​ທີ່​ພວມ​ປະຕິບັດ​ໜ້າ​ທີ່​ຈັດ​ສັນ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຕາມ​ເສັ້ນທາງ ​ແລະ ສະຖານ​ທີ່​ຕ່າງໆ ​ເຊິ່ງຜູ້​ໃດ​ຫາກ​ລະ​ເມີດ​ຂໍ້​ຫ້າມ​ທີ່​ກ່າວ​ມານີ້​ແມ່ນ​ຈະ​ຖືກ​ສຶກສາ​ອົບຮົມ ​ແລະ ດຳ​ເນີນ​ມາດ​ຕະການ​ດ້ານ​ລະບຽບ​ກົດໝາຍ​ຕາມ​ສະຖານ​ຄວາມ​ຝ່າຝືນ.

1 comment:

  1. ອ່ານທຳອິດຄິດວ່າແມ່ນສິ່ງທີ່ຫ້າມບໍ່ໃຫ້ຕຳຫລວດປະພຶດ - -'

    ReplyDelete