Ad

Ad

10 April 2014

ສະພາບການສັນຈອນບົນທ້ອງຖະໜົນແອອັດຂຶ້ນຕື່ມ



     ຄືດັ່ງຮູ້ນຳກັນແລ້ວວ່າ: ໄລຍະຫລາຍປີມານີ້, ສະພາບເສດຖະກິດຂອງປະເທດ ເຮົາໄດ້ຂະຫຍາຍຕົວໄວອັນໄດ້ເຮັດໃຫ້ພື້ນຖານໂຄງລ່າງຂອງປະເທດມີການພັດທະ ນາເປັນກ້າວໆ ແລະ ການເພີ່ມຂຶ້ນຂອງພາຫະນະໃນ ແຕ່ລະປີນັ້ນກໍແມ່ນຜົນມາ ຈາກການເຕີບໃຫຍ່ທາງເສດຖະກິດຍ້ອນປະຊາຊົນມີເສດຖະກິດດີຂຶ້ນກໍມີຄວາມ ສາມາດຊື້ພາຫະນະຫລາຍຂຶ້ນ. ຂະນະທີ່ຫລາຍບໍລິສັດຈຳໜ່າຍລົດລາຍໃຫຍ່ພາຍ ໃນປະເທດຕ່າງກໍແຂ່ງຂັນກັນອອກຍຸດທະສາດສົ່ງເສີມການຂາຍດ້ວຍການໃຫ້ ລູກຄ້າຈ່າຍຜ່ອນໄລຍະຍາວເຊິ່ງກໍເຮັດໃຫ້ຫລາຍຄົນທີ່ມີລາຍຮັບປານກາງກໍມີຄວາມສາມາດເອົາລົດມາຂີ່ອັນເປັນສາເຫດຕົ້ນ ຕໍພາໃຫ້ພາຫະນະເພີ່ມຂຶ້ນຢ່າງໄວວາໂດຍກອງຄຸ້ມຄອງພາຫະນະໃຫ້ຮູ້ວ່າ: ໃນປີ 2012 ຢູ່ນະຄອນຫລວງກໍມີພາຫະນະ 1,2 ລ້ານຄັນ ແລະ ແຕ່ລະປີມີພາຫະນະມາຂຶ້ນທະບຽນປະມານ 50 ພັນ ຄັນ. ຈາກບັນຫາດັ່ງກ່າວຈຶ່ງສົ່ງຜົນສະທ້ອນຕໍ່ສະພາບ
ການສັນຈອນບົນທ້ອງຖະໜົນໃນຕົວເມືອງແອອັດສັບສົນຂຶ້ນນັບມື້ໂດຍສະເພາະໃນຊົ່ວໂມງເລັ່ງດ່ວນຍິ່ງມີສະພາບລົດຕິດແອ ອັດໃນຫລາຍເສັ້ນທາງເປັນຕົ້ນຖະໜົນລ້ານຊ້າງ, ຖະໜົນ 23 ສິງຫາ, ໂພນເຄັງ, ແຄມຂອງ ແລະ ອື່ນໆ ເຖິງວ່າພາກສ່ວນ ກ່ຽວຂ້ອງຈະພະຍາຍາມແກ້ໄຂບັນຫາດັ່ງກ່າວດ້ວຍການປັບລະບົບການສັນຈອນໃນຫລາຍເສັ້ນທາງແຕ່ປາກົດວ່າບໍ່ເຮັດໃຫ້ສະ ພາບຄວາມແອອັດຂອງພາຫະນະຫລຸດຜ່ອນລົງໄດ້. ນອກຈາກນີ້ການຈອດລົດຊະຊາຍບໍ່ເປັນລະບຽບກໍແມ່ນສາເຫດທີ່ພາໃຫ້ ການສັນຈອນມີຄວາມຫຍຸ້ງຍາກສັບສົນ ແລະ ອາດກໍ່ໃຫ້ເກີດອຸປະຕິເຫດໄດ້. ສະນັ້ນ ການເຄົາລົບກົດລະບຽບການສັນ ຈອນຢ່າງເຂັ້ມງວດຈຶ່ງແມ່ນວິທີທີ່ຈະສາມາດຫລຸດຜ່ອນສະພາບຄວາມແອອັດຂອງພາຫະນະ ແລະ ອຸປະ ຕິເຫດໄດ້.

No comments:

Post a Comment