Ad

Ad

10 April 2014

ມີ​ສະພາບ​ໂກງ​ຕາຊິງຕາມ​ທ້ອງ​ຕະຫຼາດ



     ພາຍຫຼັງມີແຈ້ງ​ການ​ກ່ຽວ​ກັບ​ການ​ກຳນົດ​ລາຄາ​ສິນຄ້າ​ຕາມ​ທ້ອງ​ຕະຫຼາດ ​ແລະ ​ເມື່ອ​ບໍ່​ດົນ​ມາ​ນີ້ ທ່ານ​ນາຍົກລັດຖະມົນຕີ ທອງ​ສິງ​ ທຳ​ມະ​ວົງ ​ໄດ້​ລົງ​ພົບ​ປະ​ໂອ້​ລົມ​​​ແມ່​ຄ້າ​ຊາວ​ຂາຍ​ທີ່​ຕະຫຼາດ​ໜອງຈັນ, ເພື່ອຮຽກຮ້ອງ​ບໍ່ໃຫ້​ສວຍ​ໂອກາດ​ຂື້ນ​ລາຄາ​ສິນ ຄ້າ​ໃນ​ໄລຍະ​ປີ​ໃໝ່​ນີ້, ໂດຍລຳພັງອັນ​ຈະສົ່ງ​ຜົນ​ກະ ທົບຕໍ່​​ຜູ້​ບໍລິ​ໂພ​ກ ແລະ ເປັນການ ປັບປ່ອນລາຄາ ສິນຄ້າ ແລະ ປັດຈຸບັນກໍ​ເຫັນ​ວ່າ ລາຄາ​ສິນຄ້າ​ຫຼາຍ​ປະ​ເພດ​ຢູ່​ໃນ​ເກນ​ປົກະຕິ ແລະ ມີ​ບາງ​ປະ​ເພດ​ມີ​ການ​ເໜັງ​ຕີງເລັກໜ້ອຍ. ເນື່ອງ​ຈາກ​ວ່າ​ມີ​ແມ່​ຄ້າ​ຈຳ ນວນ​ໜຶ່ງສວຍ​ໂອກາດ​ປັບ​ຕາຊິງ​ໃຫ້ອ່ອນ​ລົງເຮັດ​ໃຫ້​ບໍ່​​ເຕັມ​ກິ​ໂລ. ຕົວຢ່າງ: ຊື້​ຊີ້ນ​ໝູ 1 ກິໂລ, ແຕ່ຕົວຈິງມີ​ພຽງ​ແຕ່ 7-8 ກຼາມ ເທົ່າ​ນັ້ນ, ຖ້າ​ຫາກວ່າ​ຊື້​ຊີ້ນ​ໝູ​ໃນ​ລາຄາສູງທີ່ເຂົາເຈົ້າກຳນົດກໍ​ຈະ​ໄດ້ເຕັມຕາມນ້ຳໜັກ ຕົວຈິງ​ຕໍ່​ບັນ​ຫາ​ດັ່ງກ່າວຈຶ່ງຂໍຮຽກຮ້ອງ ໃຫ້ ພາກສ່ວນ​ກ່ຽວຂ້ອງ​ລົງ​ກວດກາ​​​ດ່ວນ​ເພື່ອ​ບໍ່​ສົ່ງຜົນກະທົບຕໍ່ຜູ້ບໍລິໂພກ ແລະ ບໍ່ຄວນປະປ່ອຍໃຫ້ສະພາບນີ້ແກ່ຍາວ, ຖ້າພົບ ເຫັນກໍຕ້ອງມີມາດຕະການແກ້ໄຂໃຫ້ໄວ.
      ​ປັດຈຸບັນ​ນີ້​ ລາຄາ​ຊີ້ນ​ໝ​ູຢູ່ ຕາມຕະຫຼາດຕ່າງໆ​ແມ່ນ 42-45.000 ກີບ/ກິ​ໂລ, ຊີ້ນ​ງົວ 75-80.000 ກີບ/ກິ​ໂລ, ປາ​ນິນ 22-23.000 ກີບ/ກິ​ໂລ, ​ໄກ່ 42-45.000 ກີບ/ກິ​ໂລ, ໝາກ​ເພັດ 18-20.000 ກີບ/ກິ​ໂລ, ໝາກ​ນາວ 18-20.000 ກີບ/ກິ​ໂລ.

No comments:

Post a Comment