Ad

Ad

10 April 2014

ຈັບ​ຊາວ​ຕ່າງ​ຊາດ​​ກໍ່​ເຫດ​ປຸ້ນ​ຊັບ​ປະຊາຊົນ​ຢູ່​ເມືອງ​ວັງ​ວຽງ​ແຂວງ​ວຽງ​ຈັນ



     ພາຍຫລັງ​ເຈົ້າໜ້າ​ທີ່ ປກສ ເມືອງ​ຫີນ​ເຫີບ ​ແຂວງ​ວຽງ​ຈັນ ໄດ້​ຮັບ​ແຈ້ງວ່າ​ເກີດ​ເຫດ​ຄົນ​ຮ້າຍ​ສອງ​ຄົນ​ປຸ້ນ​ຊັບ​ພົນລະ​ເມືອງ​ຢູ່​ໜ້າ​ຕະຫລາດ​ເມືອງ​ວັງ​ວຽງ ແຂວງ​ວຽງ​ຈັນ ​ໃນ​ວັນ​ທີ 27 ມີນາ 2014 ​ໂດຍ​ຄົນ​ຮ້າຍ​ໄດ້​ໃຊ້​ປືນສັ້ນ ​ແລະ ມີດ​ຈີ່​ຂົ່ມຂູ່​ທ້າວ ອາ​ເຟີ​ຍ ອາຊີບ​ຄ້າຂາຍ ​ໃຫ້​ເອົາ​ເງິນ, ວັດຖຸ​ມີຄ່າ ​ແລະ ກະ​ແຈ​ລົດ​ໃຫ້​ພວກ​ກ່ຽວ ​ແລ້ວ​ຂັບ​ຂີ່​ມຸ່ງ​ໜ້າ​ເຂົ້າມາ​ທາງ​ນະຄອນຫລວງ​ວຽງ​ຈັນ. ຫລັງ​ຈາກ​ນັ້ນ ຈຶ່ງ​ໄດ້​ນຳ​ກຳລັງ​ລົງ​ຕິດຕາມ​ກວດກາ​ຕາມ​ເສັ້ນທາງ​ເລກ 13 ​ເໜືອ ຈົນ​ຮອດ​ເວລາ 20:00 ​ໂມງ ຂອງ​ມື້ດຽວ​ກັນ ຈຶ່ງ​ພົບ​ເຫັນ​ລົດ​ເປົ້າໝາຍ​ສົງ​ໄສ ​ແລະ ​ໄດ້​ລັດ​ກວດກາ ​ເຫັນ​ວ່າ​ຜູ້​ທີ່​ຂັບ​ຂີ່​ມາ​ແມ່ນ​ຖືກ​ກັບ​ເປົ້າ ໝາຍ​ທີ່ ປກສ ​ເມືອງ​ວັງ​ວຽງ​ແຈ້ງ​ມາ ຈຶ່ງ​ໄດ້​ກັກ​ຕົວ​ພວກ​ກ່ຽວ ຄື​ທ້າວ ຈັງ​ຕຸ​ງ ອາຍຸ 28 ປີ ​ແລະ ທ້າວ ​ເຕົາອຸຍ ອາຍຸ 24 ປີ ທັງ​ສອງ​ແມ່ນ​ສັນຊາດ​ຈີນ ​ແລະ ຜ່ານ​ການ​ກວດຄົ້ນລົດ​ທີ່​ພວກ​ກ່ຽວ​ຂີ່​ມາ​ພົບ​ເຫັນ​ມີດ 1 ດວງ, ປືນສັ້ນ ຢາງ 1 ກະບອກ, ​ໂທລະ ສັບ​ມື​ຖື 3 ໜ່ວຍ, ​ເງິນສົດ​ຈຳ ນວນ 100 ລ້ານ​ກວ່າ​ກີບ, 3.500 ກວ່າ​ໂດ​ລາ​ສະຫະລັດ, 19.000 ກວ່າ​ບາດ ​ແລະ ສະກຸນ​ເງິນຕາ​ປະ​ເທດ​ອື່ນໆ​ຈຳນວນ​ໜຶ່ງ.

No comments:

Post a Comment