Ad

Ad

9 April 2014

ເປີດສູນກວດກາຄື້ນຄວາມຖີ່ແຫ່ງຊາດ



      ວັນທີ 8 ເມສານີ້ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານໄດ້ ຈັດພິທີເປິດສູນກວດກາຄື້ນຄວາມຖີ່ແຫ່ງ ຊາດ ຂຶ້ນຢູ່ສູນດັ່ງກ່າວ ຕັ້ງຢູ່ບ້ານດົງ ໂພສີເມືອງຫາຍຊາຍຟອງ ນະ ຄອນຫຼວງວຽງຈັນ, ໂດຍການ ເຂົ້າຮ່ວມຂອງທ່ານ ພົນໂທ ດວງ ໃຈ ພິຈິດ, ກຳມະການກົມການ ເມືອງສູນກາງພັກ, ຮອງນາຍົກ ລັດ ຖະມົນຕີ, ລັດຖະມົນຕີວ່າ ການກະຊວງປ້ອງກັນປະເທດ, ຜູ້ຊີ້ນ້ຳວຽກງານໂທລະ ຄົມມະ ນາຄົມ ແລະ ການສື່ສານ, ທ່ານ ຫຽມພົມມະຈັນ, ລັດຖະມົນຕີວ່າ ການກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ, ທ່ານ ເລນາມຖັງ ລັດຖະມົນຕີ ຊ່ວຍວ່າການ (ຜູ້ປະຈຳ ການ) ກະຊວງກະຊວງຖະແຫຼ່ງຂ່າວ ແລະ ການສື່ສານ ສສ ຫວຽດນາມ, ພ້ອມດ້ວຍຜູ້ຕ່າງໜ້າພາກສ່ວນ ກ່ຽວຂ້ອງທັງ ສອງຝ່າຍເຂົ້າຮ່ວມເປັນຈຳນວນຫຼາຍ.
       ທ່ານ ລັດຖະມົນຕີວ່າການ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານກ່າວ ວ່າ: ສູນກວດກາຄື້ນຄວາມ
ຖີ່ແຫ່ງຊາດແມ່ນໝາກຜົນແຫ່ງການຮ່ວມມືຂອງສອງລັດຖະບານລາວ ແລະ ຫວຽດນາມ, ໂດຍແມ່ນກະຊວງໄປສະນີ, ໂທ ລະຄົມມະນາຄົມ ແລະ ການສື່ສານຂອງລາວ ແລະ ກະຊວງຖະແຫຼ່ງຂ່າວ ແລະ ການສື່ສານ ຂອງ ສສ ຫວຽດນາມເປັນ ຜູ້ຈັດ ຕັ້ງປະຕິບັດ ແລະ ໄດ້ເລີ່ມກໍ່ສ້າງມາແຕ່ຕົ້ນປີ 2013  ແລະ ມາຮອດ ປັດຈຸບັນໄດ້ສຳເລັດການກໍ່ສ້າງ ສົມບູນແລ້ວ, ໂດຍລັດ ຖະບານ ໄດ້ລົງທຶນໃສ່ການກໍ່ສ້າງອາຄານເຕັກນຶກໃນມູນຄ່າ 18 ຕື້ກີບ, ສ່ວນອຸປະກອນກວດກາຄື້ນ ຄວາມຖີ່ ແມ່ນລັດຖະບານຫວຽດນາມໃຫ້ການຊ່ວຍເຫຼືອໃນມູມ ຄ່າ 58 ຕື້ດົງ (ປະມານ 22 ຕື້ ກີບ), ສະຖານີກວດກາຄື້ນຄວາມຖີ່ ແຫ່ງຊາດມີ ຄວາມສຳຄັນຫຼາຍຕໍ່ການພັດທະນາເສດຖະກິດສັງຄົມ, ໂດຍສະເພາະຕໍ່ຂະແໜງ ການໂທລະຄົມມະນາຄົມ, ຕາມນະໂຍບາຍ ຫັນເປັນອຸດສາຫະກຳ ແລະ ທັນສະໄໝຂອງລັດຖະບານ.
     ທ່ານລັດຖະມົນຕີວ່າການກະ ຊວງໄປສະນີ້ໂທລະຄົມມະນາຄົມ ແລະ ການສື່ສານກ່າວວ່າ: ຄື້ນຄວາມຖີ່ແມ່ນຊັບພະຍາ ກອນທຳມະຊາດທີ່ມີຈຳນວນຈຳກັດ, ໂດຍການກຳນົດໃຫ້ຈາກອົງ ການໂທລະຄົມມະນາຄົມສາກົນເພື່ອແຕ່ລະປະເທດສາ ມາດນ້ຳໃຊ້ ແລະ ຄຸ້ມຄອງຄື້ນຄວາມຖີ່ ດັ່ງກ່າວໃຫ້ເກີດຜົນປະໂຫຍດ ສຸດ ແລະ ປະກອບສ່ວນສຳຄັນ ເຂົ້າລາຍຮັບແຫ່ງຊາດ ແລະ ອຳນວຍຄວາມສະດວກໃຫ້ແກ່ຜູ້ໃຊ້ບໍລິການ, ຜ່ານມາເຖິງວ່າກະຊວງໄປສະນີ, ໂທລະຄົມມະນາ ຄົມ ແລະ ການສື່ ສານຈະມີອຸປະກອນທີ່ທັນສະໄໝເພື່ອກວດກາ ແລະ ຄຸ້ມຄອງການນຳໃຊ້ຄື້ນ ຄວາມຖີ່ໃຫ້ຖືກຕາມລະບຽບ ການ, ລວມທັງ ການກວດກາຄື້ນ ຄວາມຖີ່ຈາກປະເທດໃກ້ຄຽງແຕ່ກໍຍັງເກີດມີຊ່ອງຫວ່າງຕ່າງໆ ຫຼາຍອັນ, ດັ່ງນັ້ນສູນກວດກາຄື້ນ ຄວາມຖີ່ ແຫ່ງຊາດນີ້ຈຶ່ງມີຄວາມ ສຳຄັນສູງເພື່ອຈຳກັດຊ່ອງ ຫວ່າງຕ່າງໆເຫຼົ່ານັ້ນ ແລະ ໃນຕໍ່ ໜ້າກະຊວງໄປສະນີ, ໂທລະຄົມມະນາ ຄົມ ແລະ ການສື່ສານຍັງມີແຜນຈະກໍ່ສ້າງສູນກວດກາຄື້ນຄວາມຖີ່ອີກສອງແຫ່ງຢູ່ພາກ ເໜືອ ແລະ ພາກໃຕ້ລາວຕື່ມອີກ.
      ໃນໂອກາດດຽວກັນນີ້ທັງ ສອງຝ່າຍລາວ-ຫວຽດນາມຍັງ ໄດ້ເຊັນບົດບັນທຶກມອບ-ຮັບອຸປະກອນກວດກາຄື້ນຄວາມ ຖີ່ທີ່ ຫວຽດນາມໃຫ້ການຊ່ວຍເຫຼື້ອ, ຊຶ່ງພິທີໄດ້ມີຂື້ນລະຫ່ວາງທ່ານ ເລນາຖັງ, ລັດຖະມົນຕີຊ່ວຍວ່າ ການ (ຜູ້ປະຈຳການ) ກະຊວງຖະແຫຼ່ງຂ່າວ ແລະ ການສື່ສານ ສສ ຫວຽດນາມ ແລະ ທ່ານ ທັນສະໄໝ ກົມມະສິດ, ລັດຖະມົນຕີ ຊ່ວຍວ່າການ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ສປປ ລາວ.

No comments:

Post a Comment