Ad

Ad

9 April 2014

ມອບ-ຮັບໜ້າທີ່ລັດຖະມົນຕີວ່າການກະຊວງພາຍໃນຄົນໃໝ່



    ໃນວັນທີ 8 ເມສານີ້, ຢູ່ກະ ຊວງພາຍໃນ ໄດ້ຈັດພິທີມອບ​- ຮັບໜ້າທີ່ລະຫວ່າງ ທ່ານ ຄຳ ປານ ພິລາວົງ ລັດຖະມົນຕີວ່າ ການກະຊວງພາຍໃນ ຄົນເກົ່າ ແລະ ທ່ານ ໄຊສີ ສັນຕິວົງ ກຳມະການສູນກາງພັກ, ລັດຖະມົນຕີ ວ່າການກະຊວງພາຍໃນຄົນ ໃໝ່ ໂດຍການເຂົ້າຮ່ວມຂອງທ່ານ ອາຊາງ ລາວລີ  ກຳມະການກົມການເມືອງສູນ ກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳ ວຽກງານວັດທະນະທຳ-ສັງຄົມ, ມີບັນ ດາລັດຖະມົນຕີຊ່ວຍວ່າການ, ຜູ້ຊ່ວຍລັດຖະມົນຕີ, ຫົວໜ້າກົມ ແລະ ພະນັກງານ ຫລັກແຫລ່ງພາຍໃນກະຊວງເຂົ້າຮ່ວມ.
     ການມອບ-ຮັບໜ້າທີ່ດັ່ງກ່າວ, ແມ່ນອີງໃສ່ຄວາມຮຽກຮ້ອງ ຕ້ອງການຂອງໜ້າທີ່ວຽກງານ ແລະ ປະຕິບັດຕາມດຳລັດ ຂອງປະທານປະເທດສະບັບເລກທີ 095/ປປທ, ລົງວັນທີ 3 ມີນາ 2014 ວ່າດ້ວຍການອະນຸມັດໃຫ້ ການນຳຂັ້ນສູງອອກພັກ ການ- ຮັບເບ້ຍບຳນານ ແລະ ອີງຕາມ ດຳລັດຂອງປະທານປະເທດສະ ບັບເລກທີ 103/ປປທ ລົງວັນທີ 17 ມີນາ 2014 ວ່າດ້ວຍ ການແຕ່ງຕັ້ງລັດຖະມົນຕີວ່າການກະຊວງພາຍໃນຄົນໃໝ່.

       ໃນ​ວັນ​ດຽວ​ກັນ, ຢູ່​ອົງການ​ກາ​ແດງ​ລາວ ກໍ​ໄດ້​ຈັດ​ພິທີ​ປະກາດ​ອົງການ​ຈັດຕັ້ງພາຍ​ໃນ​ອົງ ການ​ດັ່ງກ່າວ ​ໂດຍ​ການ​ໃຫ້​ກຽດ​ເຂົ້າຮ່ວມ​ຂອງ ທ່ານ ​ເລົາ​ລີ ​ໄຟ​​ເພັງ​ຢົວ ປະທານ​ອົງການ​ກາ​ແດງ​ລາວ,  ຜູ້ຕາງໜ້າ​ຄະນະ​ຈັດຕັ້ງສູນ​ກາງ​ພັກ, ຕາງໜ້າ​ສຳນັກງານ​ຫ້ອງ​ວ່າການ​ລັດຖະບານພ້ອມ​ດ້ວຍພະນັກງານລັດຖກອນ​ພາ​ຍ​ໃນ​ອົງການ​ກາ​ແດງ​ລາວ​ເຂົ້າຮ່ວມ.
            ​ໃນ​ພິທີ ​ໄດ້​ຜ່ານ​ດຳລັດ​ຂອງ​ນາຍົກລັດຖະມົນຕີ ສະບັບ​ເລກທີ 70/ນຍ ລົງ​ວັນ​ທີ 20/04/2006 ວ່າ​ດ້ວຍ​ລະບອບ​ປະກັນ​ສັງຄົມ​ພາກ​ລັດ​ຕໍ່​ພະນັກງານ​-ລັດຖະ ກອນ, ທະຫານ, ຕຳຫລວດ​ໃນ​ນີ້​ໄດ້​ອະນຸມັດ​ໃຫ້ທ່ານ ດຣ ກິ​ແດງ ທຳ​ມະ​ລັງສີ ​ເລຂາທິການ​ອົງ ການ​ກາ​ແດງ​ລາວ ສັງກັດ​ຢູ່​ອົງ ການ​ກາ​ແດງ​ລາວ ​ແລະ ທ່ານ ດຣ ​ເຕທຳ​ມະ​ວົງ ຮອງ​ປະທານ​ອົງການ​ກາ​ແດງ​ລາວ ທັງ​ເປັນ​ຫົວໜ້າ​ສູນ​ເລືອດ​ ​ແຫ່ງ​ຊາດ ອອກ​ພັກ​ຜ່ອນຮັບ​ເບ້ຍ​ບຳນານ. ພ້ອມ​ນີ້ກໍ​ໄດ້​ຜ່ານ​ດຳລັດ​ຂອງ​ນາ ຍົກລັດຖະມົນຕີ ສະບັບ​ເລກທີ 102/ນຍ ລົງ​ວັນ​ທີ 21/03/2014 ວ່າ​ດ້ວຍ​ການ​ແຕ່ງຕັ້ງຮອງ​ປະ ທານ​ອົງການ​ກາ​ແດງ​ລາວ ຊຶ່ງ​ປະກອບ​ມີ​ສອງ​ທ່ານ​ຄື: ທ່ານ ຮສ.ດຣ ສິງ ​ເມ​ໂນ​ລາດ ​ເປັນ​ຮອງ​ປະທານ​ອົງການ​ກາ​ແດງ​ລາວ ​ແລະ ທ່ານ ທອງ​ພະຈັນ ສອນ​ນະ​ສິນ ​ເປັນ​ຮອງປະທານ​ອົງການ​ກາ​ແດງ​ລາວ. ການ​ປັບ ປຸງ​ອົງການ​ຈັດຕັ້ງ​ໃນ​ຄັ້ງນີ້ ​ເພື່ອ​ອີງ​ໃສ່​ຄວາມ​ຮຽກຮ້ອງ​ຕ້ອງ ການ​ຂອງ​ໜ້າ​ທີ່​ວຽກ​ງານ​ຂອງ​ອົງການ​ກາ​ແດງ​ລາວ.

No comments:

Post a Comment