Ad

Ad

9 April 2014

ນາຍົກລັດຖະມົນຕີອອກຄຳສັ່ງໃຫ້ເລັ່ງປ້ອງກັນການລະບາດຂອງໄຂ້ຫວັດສັດປີກ,ໄຂ້ຍຸງລາຍ ແລະ ພະຍາດຖອກທ້ອງ ໃຫ້ຮັບປະກັນ



        ປັດຈຸບັນ, ໄດ້ມີການລະບາດຂອງພະຍາດໄຂ້ຫວັດສັດ ປີກ H5N1, H7N9  ຢູ່ບັນດາປະ ເທດໃກ້ຄຽງທີ່ມີຊາຍ ແດນຕິດກັບ ສປປ ລາວ. ນອກຈາກນັ້ນ, ຍັງມີການລະບາດຂອງໄຂ້ຍຸງລາຍ ຢູ່ປະເທດມາເລເຊຍ ແລະ ສສ ຫວຽດນາມ ເຊິ່ງເຮັດໃຫ້ປະເທດລາວມີຄວາມສ່ຽງທີ່ຈະເກີດການລະບາດຂອງພະຍາດດັ່ງກ່າວ. ດັ່ງນັ້ນ, ເພື່ອປ້ອງກັນການລະ ບາດຂອງ ພະຍາດຕິດຕໍ່ດັ່ງກ່າວໃຫ້ມີປະສິດທິຜົນເມື່ອມໍ່ໆມານີ້ ທ່ານນາຍົກລັດຖະມົນຕີຈຶ່ງໄດ້ ອອກຄຳສັ່ງແນະນຳຄື :
    1. ໃຫ້ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ບັນດາເຈົ້າແຂວງ ໃນທົ່ວປະເທດເອົາໃຈໃສ່ຊີ້ນຳ- ນຳພາພະແນກຕ່າງໆອ້ອມ ຂ້າງຂອງຕົນກໍຄືອຳນາດການປົກ ຄອງຂັ້ນເມືອງ ແລະ ຂັ້ນບ້ານ ປຸກລະດົມປະຊາຊົນຊັ້ນຄົນ ຕ່າງໆໃນທົ່ວສັງຄົມ ເຂົ້າຮ່ວມ ໃນການຕ້ານ ແລະ ກັນພະຍາດໄຂ້ຫວັດສັດປີກ H5N1, H7N9, ໄຂ້ຍຸງລາຍ, ໄຂ້ຫວັດຕາມລະ ດູການ ແລະ ພະຍາດຖອກ ທ້ອງກະທັນຫັນຢ່າງເປັນເຈົ້າການ.
     2. ໃຫ້ກະຊວງກະສິກຳ ແລະ ປ່າໄມ້ຕິດຕາມ ແລະ ເຂັ້ມງວດ ຕໍ່ການເຄື່ອນຍ້າຍຂອງສັດປີກທີ່ມາຈາກຕ່າງປະເທດ; ກ່ອນທີ່ຈະນຳເຂົ້າສັດປີກ, ຕ້ອງຮັບປະກັນ ໃຫ້ມີການຢັ້ງຢືນການປອດເຊື້ອພະຍາດ ແລະ ແຫລ່ງທີ່ມາຂອງສັດປີກໂດຍ ອົງການລັດທີ່ກ່ຽວ ຂ້ອງຂອງປະເທດຕົ້ນທາງ ແລະ ຂອງລາວ, ຖ້າບໍ່ມີການຢັ້ງຢືນ ດ່ັງກ່າວຫ້າມນຳເຂົ້າສັດປີກ ເຫລົ່ານັ້ນຢ່າງ ເດັດຂາດ.

     3. ໃຫ້ກະຊວງການເງິນ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງກະສິກຳ ແລະ ປ່າໄມ້ ແລະ ກະຊວງສາທາລະນະ ສຸກທີ່ມີທີມງານປະຕິບັດໜ້າທີ່ຢູ່ບັນ ດາດ່ານສາກົນ ແລະ ດ່ານປະເພນີຕ່າງໆໃນທົ່ວປະເທດເອົາໃຈໃສ່ເຂັ້ມງວດຕໍ່ການ ນຳເຂົ້າ ສັດປີກເຊິ່ງຕ້ອງໄດ້ຜ່ານການກວດກາ ແລະ ຢັ້ງຢືນໂດຍເຈົ້າໜ້າທີ່ ສັດຕະວະແພດປະຈຳດ່ານກ່ອນທຸກຄັ້ງ.
      4. ໃຫ້ກະຊວງສາທາລະນະ ສຸກເອົາໃຈໃສ່ການເຝົ້າລະວັງພະຍາດ  ແລະ   ລາຍງານກໍລະນີຄົນເຈັບທີ່ມີໝວດອາການ ອັກ ເສບລະບົບຫາຍໃຈຮຸນແຮງ, ອາ ການຄ້າຍຄືໄຂ້ຫວັດ ແລະ ຖອກທ້ອງກະທັນຫັນ; ສືບຕໍ່ສ້າງຄວາມເຂັ້ມແຂງດ້ານການ ບົ່ງມະຕິພະຍາດ ແລະ ການຄຸ້ມຄອງກໍລະນີໂດຍໃຫ້ບັນດາແຂວງທີ່ມີຄວາມສ່ຽງຕໍ່ການລະບາດເອົາໃຈໃສ່ເຝິກອົບຮົມ ໃຫ້ ທ່ານໝໍຢູ່ຂັ້ນແຂວງ, ເມືອງ ແລະ ສຸກສາລາໃຫ້ມີຄວາມຮັບຮູ້ ແລະ ກຽມພ້ອມໃນການປິ່ນປົວຢ່າງທັນເວລາ, ພ້ອມກັນນັ້ນ ກໍເອົາໃຈໃສ່ກະກຽມສະຖານທີ່, ພາຫະນະ, ອຸປະກອນການແພດ, ຢາ ແລະ ເຄມີເພື່ອຮັບມືກັບການລະບາດຂອງ ພະຍາດ ເຫລົ່ານີ້.
       5. ໃຫ້ກະຊວງສາທາລະນະ ສຸກສົມທົບກັບກະຊວງກະສິກຳ ແລະ ປ່າໄມ້ເພື່ອຕິດຕາມການລະບາດຂອງພະຍາດໄຂ້ ຫວັດສັດປີກ ແລະ ພະຍາດຕິດຕໍ່ຈາກສັດສູ່ຄົນອື່ນໆຢ່າງໃກ້ຊິດ. ສືບຕໍ່ປັບປຸງທີມງານຕອບໂຕ້ດ່ວນພ້ອມທັງສ້າງແຜນງົບປະ ມານເພື່ອຈັດຕັ້ງປະຕິບັດວຽກງານຢ່າງທັນການໃນເວລາມີການລະບາດເກີດຂຶ້ນ.
        6. ໃຫ້ກະຊວງຖະແຫລງ ຂ່າວ, ວັດທະນະທຳ ແລະ ທ່ອງ ທ່ຽວສົມທົບກັບກະຊວງກະ ສິກຳ ແລະ ປ່າໄມ້, ກະ ຊວງອຸດສາຫະກຳ ແລະ ການຄ້າ ແລະ ກະຊວງສາທາລະນະສຸກໂຄສະນາເຜີຍແຜ່ທາງໂທລະພາບ, ວິທະຍຸ ແລະ ອື່ນໆ ໃຫ້ຄວາມຮູ້ແກ່ ປະຊາຊົນໃນການກັນພະຍາດ ໂດຍສະເພາະເອົາໃຈໃສ່ປະຕິບັດ ມາດຕະການອະນາໄມສາມສະອາດ. 
          7. ໃຫ້ບັນດາເຈົ້າຄອງນະ ຄອນຫລວງ, ເຈົ້າແຂວງ ແລະ ບັນດາກະຊວງຈົ່ງພ້ອມກັນຜັນ ຂະຫຍາຍ ແລະ ຈັດຕັ້ງ ປະຕິບັດຄຳສັ່ງສະບັບນີ້ລົງສູ່ພາກປະຕິ ບັດໂຕຈິງຢ່າງເຂັ້ມງວດ ແລະ ທັນການ.
  8. ຄຳສັ່ງສະບັບນີ້ ມີຜົນສັກ ສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

No comments:

Post a Comment