Ad

Ad

9 April 2014

ຍ້ອນ​ຫຍັງໃບປະ​ກາ​ສະ​ນີຍະ​ບັດ​ປອມຈຶ່ງມີ​​ແຜ່​ຫລາຍ ?



    ນັບ​ວ່າ​ເປັນ​ເລື່ອງ​ສະ​ເທືອ​ນວົງ​ການ​ການ​ສຶກສາລາ​ວບໍ່​ໜ້ອຍ, ຕໍ່​ກໍລະນີກະຊວງ​ສຶກສາ​ທິການ ແລະ ກິລາ ​ໄດ້​ກວດ​ພົບ​ວ່າມີ​ນັກ ສຶກສາຈຳນວນ​ບໍ່​ໜ້ອຍ​ໄດ້​ນຳ​ໃຊ້​ໃບ​ປະກາສະນີຍະບັດ​ຈົບ​ຊັ້ນມັດ ທະຍົມ​ຕອນ​ປາຍປອມ​​ເພື່ອ​ເຂົ້າ​ຮຽນ​ຕໍ່​ຕາມ​ສະ​ຖາ​ບັນ​ການ​ສຶກ ສາ​ພາກ​ລັດ ​ແລະ ​ເອກະ​ຊົນ ຫລາຍ​ແຫ່ງ​ໃນ​ຫລາຍ​ສົກຮຽນ​ຜ່ານ​ມາ​ ແລະ ກະຊວງ​ສຶກສາ​ຕ້ອງໄດ້ສັ່ງ​ລຶບລ້າງ​ໃບ​ປະ ກາສະນີຍະບັດ​ປອມດັ່ງກ່າວທັງ​ໝົດ, ເຊິ່ງພາຍ​ຫລັງຂ່າວ​ດັ່ງ​ກ່າວ​ຖືກ​ເຜີຍ​ແຜ່​ຜ່ານ​ສື່ຕ່າງໆ ໄດ້​ສ້າງ​ຄວາມ​ສົນ​ໃຈ​ຈາກ​ສັງຄົມ​ບໍ່​ໜ້ອຍ ວ່າ:​ ພາກສ່ວນ​ກ່ຽວຂ້ອງ​ຈະ​ມີ​ວິທີ​ການ​ແກ້​ໄຂ​ບັນຫາດັ່ງກ່າວ​ແນວ​ໃດ ​ເພື່ອ​ໃຫ້​ເກີດ​ຄວາມ​ເປັນ​ທຳ​ກັບ​ທຸກ​ຝ່າຍ​ໂດຍ​ສະ​ເພາະ​ແມ່ນ​​ນັກ​ສຶກສາ, ເນື່ອງ​ຈາກ​ນັກ​ສຶກສາ​ຈຳນວນ​ໜຶ່ງ​ກໍ​ພວມ​ສຶກ ສາຮ່ຳຮຽນ​ຢູ່ ​ແລະ ມີຈຳນວນ​ບໍ່​ໜ້ອຍ​ກໍ​​ແມ່ນຈົບ​ໄປ​ແລ້ວຫລາຍ​ປີ ​ແລະ ​ໄດ້​ໄປ​ປະກອບອາຊີບ​ວຽກ​ງານ​ນຳ​ອົງການ​ລັດ ​ແລະ ຫົວ ໜ່ວຍ​ທຸລະ​ກິດ​ຕ່າງໆກໍມີ,​ ເຊິ່ງ ບັນຫານີ້ຄື​ຈຸດ​ສຳຄັນ​ທີ່​ພາກສ່ວນ​ກ່ຽວຂ້ອງ​ຕ້ອງ​ຫາ​ວິທີ​ແກ້​ໄຂ​ຢ່າງ​ເໝາະ​ສົມ.  ບັນຫາ​ປອມ​ແປງ​​ເອກະສານຢູ່ໃນສັງຄົມແມ່ນພົບເຫັນ ຫລາຍ, ​ເວົ້າ​ສະ​ເພາະການ​ປອມ​ແປງໃບ​ປະກາສະ​ນີຍະ​ບັດ​ນີ້ ​ຍິ່ງ​ເປັນ​ບັນ ຫາ​ຊຳ​ເຮື້ອ​ມາ​ດົນ​ນານ ​ແລະ ເປັນ​ສິ່ງ​ທີ່​ກວດກາ​ໄດ້​ລຳບາກ ຫລາຍ  ​ເພາະວ່າ​ພວກເຮົາຍັງ ບໍ່ ມີອຸປະກອນ​​ເຄື່ອງມື​ກວດ​ສອບ ແລະ ລະບົບການ​ເຊື່ອມ​ໂຍງ​ຂໍ້​ມູນ​ຕ່າງໆລະຫວ່າງ​
ກະຊວງ​ສຶກ ສາກັບ​ສະ​ຖາ​ບັນ​ການ​ສຶກສາ​​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ຍັງ​ບໍ່​ທັນ​ດີເທົ່າທີ່ຄວນ ເຊິ່ງບັນຫານີ້​ເຮັດ​ໃຫ້​​ເກີດມີ​ຊ່ອງ​ຫວ່າງ​ໃຫ້​ແກ່​ຜູ້​ມີ​ແນວ​ຄິດ​ບໍ່​ດີ​ວິ້ງ​ເຕ້ັນຫາ​ທຸກ​ວິທີ​ທາງ ​ເພື່ອ​ໃຫ້​ໄດ້​ມາ​ແກ່​ຜົນ​ປະ​ໂຫຍ​ດຕົນເອງດ້ວຍ​ການ​ສວຍ​ໂອກາດປອມ​ແປງເອກ​ກະສາ​ນທີ່​ບໍ່​ຖືກຕ້ອງ​ຂຶ້ນມາ​ຫລອກສະ​ຖາ​ບັນການ​ສຶກສາ​ເພື່ອ​ຮ່ຳຮຽນ​ຕໍ່,​ຫລອກການ​​ຈັດຕັ້ງ​ເພື່ອ​ເຂົ້າ​ເຮັດ​ວຽກຕ່າງໆ ໂດຍ​ບໍ່​ຄຳນຶງວ່າ ການກະທຳ​ນັ້ນ​ແມ່ນ​ບໍ່​ຖືກຕ້ອງ​ຕາມ​ລະບຽບກົດໝາຍ ​ແລະ ໃນເມື່ອ​ກວດກາ​ພົບ​ເຫັນແລ້ວ ກໍ​ສ້າງ​ຄວາມ​ຫຍຸ້ງຍາກ​ໃຫ້​ກັບ​ການຈັດຕັ້ງ​ໃນ​ການ​ແກ້​ໄຂ ​ແລະ ກາຍເປັນປະກົດ​ການ​ຫຍໍ້​ທໍ້​ໃຫ້​ແກ່ຂະແໜງການ, ສົ່ງຜົນສະທ້ອນຕໍ່ຄຸນນະ ພາບການສຶກສາຂອງປະເທດເຮົາ​.

No comments:

Post a Comment