Ad

Ad

9 April 2014

ເບຍລາວມອບເງິນ 170 ກວ່າລ້ານກີບ ໃຫ້ກົມຈະລາຈອນເພື່ອປ້ອງກັນອຸປະຕິເຫດໄລຍະປີໃໝ່ລາວ



      ໃນວັນທີ 8 ເມສານີ້ ຢູ່ກົມ ໃຫຍ່ຕຳຫຼວດກະຊວງປ້ອງກັນຄວາມສະ ຫງົບໄດ້ ມີພິທີມອບ-ຮັບ ເຄື່ອງອຸປະຖຳຈາກບໍລິສັດ ເບຍ ລາວເພື່ອຊຸກຍູ້ໃນງານປ້ອງກັນ ອຸປະຕິເຫດໃນຊ່ວງບຸນປີໃໝ່ລາວ ທີ່ກຳລັງຈະມູນວຽນມາຄົບອີກ ວາລະໜຶ່ງຊຶ່ງ ກ່າວມອບໂດຍ ທ່ານ ບຸນກັນ ກຸລະບຸດ ຫົວໜ້າ ຝ່າຍປະຊາສຳພັນກິດຈະກຳ ເພື່ອ ສັງຄົມບໍລິສັດເບຍລາວ ຈຳກັດ ແລະ ທ່ານ ພົນ ຈັດຕະວາ ສີສະຫວາດ ແກ້ວ ມາລາວົງ ຫົວໜ້າ ກົມໃຫຍ່ກະຊວງປ້ອງກັນຄວາມສະຫງົບຊຶ່ງມີມູນຄ່າກ່ວາ 170 ລ້ານກີບ.   ທ່ານ ພັນໂທ ຄຳຖະຫວາຍ ເພັດອຸໄທ ຫົວໜ້າກົມຕຳຫຼວດ ຈະລາຈອນ ກ່າວວ່າ: ໃນໂອ ກາດບຸນປີໃໝ່ລາວເຈົ້າ ໜ້າທີ່ໄດ້ມີ ການຈັດແຂ່ງຂັນໃຫ້ທຸກແຂວງ ໄດ້ເພີ່ມທະວີສະກັດກັ້ນອຸປະຕິ ເຫດຊຶ່ງຈະໄດ້ມອບລາງວັນໃຫ້ ແກ່ແຂວງທີ່ມີຕົວ ເລກເກີດ ອຸປະຕິເຫດໜ້ອຍທີ່ສຸດ ແລະ ມີຜູ້ເສຍ ຊີວິດໜ້ອຍທີ່ສຸດຊຶ່ງຈະມອບລົດ ຈັກໂຄລາວໜຶ່ງຄັນເພື່ອເປັນລາງວັນ,
ຂະນະດຽວ ກັນກໍໄດ້ມີການຈັດກິດຈະໂຄສະນາເພື່ອປູກຈິດສຳນຶກໃຫ້ສັງຄົມມີສະຕິໃນ ການຂັບຂີ່ຊຶ່ງຈາກສະພາບປັດຈຸບັນ ເຫັນວ່າການ ເກີດອຸປະຕິເຫດແມ່ນມີຈຳນວນເພີ່ມຂຶ້ນສະນັ້ນ ໃນໄລຍະບຸນປີໃໝ່ລາວຈຶ່ງ ຕ້ອງເລັ່ງສະກັດກັ້ນໃຫ້ອຸປະຕິ ເຫດຫຼຸດລົງ.   ທ່ານ ບຸນກັນ ກຸລະບຸດ ກ່າວ ວ່າ: ໂຄງການຂອງເຈົ້າໜ້າທີ່ ໃນໂຄງການປູກຈິດສຳນຶກຂັງຂີ່ປອດໄພຫຼຸດ ຜ່ອນອຸປະຕິເຫດ ຂອງ ກົມຕຳຫຼວດຈະລາຈອນ ກໍຄືໃນທົ່ວປະເທດ ແລະ ຍ້ອນ ຄວາມຕື່ນຕົວຮັບຜິດຊອບຕໍ່ສັງ ຄົມຊຶ່ງ ບໍ່ແມ່ນພາກສ່ວນໃດພາກ ສ່ວນໜຶ່ງຈະສະກັດກັ້ນ ແລະ ແກ້ ໄຂໃຫ້ຫຼຸດລົງໄດ້ພຽງແຕ່ຜູ້ດຽວມັນຕ້ອງແມ່ນທຸກ ພາກສ່ວນໃນ ສັງຄົມ ສະນັ້ນ ບໍລິສັດ ເບຍລາວ ຈຳກັດມີຄວາມເປັນຫ່ວງເປັນໃຍ ໃນຄວາມປອດໄພໃນການສັນ ຈອນຢາກໃຫ້ສັງຄົມມີ ຄວາມປອດໄພ,ໃນການ ໃຊ້ລົດໃຊ້ຖະໜົນຢ່າງມີສະຕິ, ເຄົາລົບ ແລະ ປະຕິບັດກົດລະບຽບການສັນ ຈອນຢ່າງເຂັ້ມງວດ ເພື່ອຫຼີກລ່ຽງການສູນເສຍ ດ້ານຊັບສິນຊີວິດ ແລະ ສຸຂະພາບຈຶ່ງໄດ້ມອບວັດຖຸ, ອຸປະກອນຈຳນວນໜຶ່ງມາມອ ບໃຫ້ເຈົ້າໜ້າທີ່ໄດ້ມີຄວາມຕັ້ງໃຈປະຕິບັດ ວຽກງານສະກັດກັ້ນອຸປະຕິເຫດໃນໄລຍະບຸນປີໃໝ່ລາວໃຫ້ມີປະສິດທິຜົນ.

No comments:

Post a Comment