Ad

Ad

9 April 2014

ລົດ​ບັນທຸກ​ຫີນ​-ຊາຍ ຍັງ​ເປັນ​ຕົ້ນ​ເຫດ​ສ້າງ​ຄວາມ​​ເປີະເປື້ອນ​ໃຫ້​ແກ່​ເສັ້ນທາງ



            ປັດຈຸບັນຖະໜົນ​ຫົນທາງ​ຢູ່ ປະເທດເຮົາສ່ວນໃຫຍ່ແມ່ນໄດ້ ຮັບການ​ຍົກ​ລະດັບ​ ແລະ ປົວ ແປງດີຂຶ້ນ​ດ້ວຍ​ການ​ປູຢາງ​ ຫຼື ເບ​ຕົ້ງ ທີ່​ມີ​ຄວາມ​ແໜ້ນໜາທົນ​ທານ​​ໄດ້​ມາດ​ຕະຖານ​,​ ແຕ່​ການຮັກ ສາຄວາມສະອາດແມ່ນຍັງເຮັດ ໄດ້ໜ້ອຍຍ້ອນ​ລົດ​ບັນທຸກ​ໜັກ​ຂະໜາດ​ຕ່າງໆນັບ​ແຕ່ 6 ລໍ້- 10 ລໍ້​ຫາ 12 ລໍ້, ​ແຂ່ງ​ກັນບັນທຸກ​ຫີນ​ຊາຍ, ດິນ​ແດງ ​ແລະ ​ອື່ນໆ ແລ່ນ​ເຂົ້າ​ອອກ​ຈາກ​ບໍ່​ດິນ, ບໍ່​ຫີນ​ ແລະ ສະໜາມ​ກໍ່ສ້າງຢູ່​ຫຼາຍແຫ່ງ​ຂອງ​ໃຈກາງ​ນະຄອນຫຼວງ​ວຽງ​ຈັນ ໄດ້​ທຸກ​ເວລາ​ທັງໆ​ທີ່​ທາງການ ກໍໄດ້ມີ ຂໍ້ຫ້າມເຖິງຜູ້ປະກອບການຂົນສົ່ງດັ່ງກ່າວ ແຕ່ກໍບໍ່ມີໃຜເອົາ ຫົວຊາສົ່ງ​ຜົນ​ໃຫ້​ເກີດ​ມີ​ເສັ້ນທາງ​ເປິະ​ເປື້ອນຈາກ​ຫີນ, ຊາຍ, ດິນ ແດງ ​ແລະ ຕົມ​ ທີ່ຟົ້ງ​ອອກ​ຈາກ​ລົດ​ລົງ​ສູ່​ທາງ​ແຕ່ລະ​ເສັ້ນ ໂດຍ​ບໍ່​ເວັ້ນ​ແຕ່​ລະ​ວັນ ແລະ ກາຍເປັນ​ສິ່ງ​ທ້າ​ທາຍ​ຕໍ່ການ ຈັດຕັ້ງປະຕິ ບັດຄຳຂັວນ ສ ສະອາດ ຊຶ່ງ​ແມ່ນ ໜຶ່ງ​ໃນ​ຈຳນວນ 6 ສ ທີ່​ນະຄອນ ຫຼວງ​ໄດ້ວາງອອກ. ຂະນະທີ່ສັງ ຄົມຮຽກ
ຮ້ອງໃຫ້ມີ​ການຈັດ​ສັນ​ເສັ້ນທາງ​ແລ່ນ​ລົດ​ບັນທຸກ​ດັ່ງ ກ່າວ ແລະ  ຈະ​ຈັດ​ລົດຂະໜາດ​ສາມາດບັນທຸກ​ດິນ, ຊາຍເຂົ້າ​ອອກ​ຕົວ​ເມືອງໄດ້ ແລະ ດີທີ່ສຸດ ຄວນກຳນົດໂມງເວລາທີ່ເໝາະ ສົມເພື່ອ​ຫຼີກ​ເວັ້ນການ​ເປີະ​ເປື້ອນ​ໃນຍາມ​ຝົນ​ມີ​ຕົມ, ຍາມ​ແລ້ງ​ມີ​ຂີ້ ຝຸ່ນໃຫ້ລົດ ຂົນດິນ, ຂົນຊາຍ ເຂົ້າອອກຕົວເມືອງ, ຊຶ່ງຜ່ານ ມາກໍມີການກຳນົດແລ້ວແຕ່ປະຕິບັດໄດ້ໜ້ອຍ, ລົດບັນທຸກສ່ວນ ຫຼາຍຕ່າງກໍ ພາກັນແລ່ນຊິງບັນ ທຸກດິນຊາຍເຂົ້າອອກຈາກໂຄງ ການກໍ່ສ້າງດ້ວຍຄວາມໄວສູງ ນອກຈາກສົ່ງຜົນໃຫ້ເສັ້ນທາງ ເປີະເປື້ອນ ແລ້ວຍັງມີຄວາມສ່ຽງພາໃຫ້ເກີດອຸປະຕິເຫດຕາມມາ. ນອກຈາກນີ້ສັງຄົມຍັງຂໍຮ້ອງ ໃຫ້ຂະແໜງກ່ຽວຂ້ອງຈົ່ງມີ ມາດ ຕະການ ເຂັ້ມງວດກັບຜູ້ປະກອບ ການຂົນສົ່ງດັ່ງກ່າວ ແລະ ປຸກລະດົມໃຫ້ເຂົາເຈົ້າຫັນມາມີສ່ວນ ຮ່ວມຕໍ່ການບົວ ລະບັດຮັກສາ ຄວາມສະອາດໃນຕົວເມືອງ. ທຸກຄັ້ງກ່ອນຈະອອກເຂດໂຄງການຕ້ອງອະນາໄມຕີນລົດໃຫ້ມີ ຄວາມສະອາດ.

No comments:

Post a Comment