Ad

Ad

9 April 2014

ສະຫລອງ​ປີ​ໃໝ່​ໃຫ້​ພໍດີ​ພໍງາມ ແລະ ຊ່ວຍກັນປະຢັດນ້ຳປະປາ



    ຄື​ດັ່ງ​ຮູ້​ນຳ​ກັນ​ວ່າ: ປັດຈຸບັນ​, ພວມ​ກ້າວ​ເຂົ້າ​ສູ່​ໄລຍະ​ການສະ​ເຫລີ​ມສະຫລອງເທດສະການ ບຸນປີ​ໃໝ່ລາວ ພສ 2557 ​ແລະ ປາກົດ​ວ່າຫລາຍ​ຫົວໜ່ວຍ​ທຸລະ​ກິດ, ບໍລິສັດ​ຫ້າງ​ຮ້ານ ​ແລະ ອົງ ການ​ຈັດຕັ້ງຈຳນວນໜຶ່ງກໍ​ໄດ້​ຈັດ​ພິທີ​ສະ​ເຫລີ​ມສະ ຫລອງກັນ​ໄປ​ເປັນ​ທີ່​ຮຽບຮ້ອຍ​ແລ້ວ ​ເຊິ່ງກໍ​ເຫັນ​ວ່າ​ຫລາຍ​ບ່ອນ​ແມ່ນ​ຮັກສາ​ໄດ້​ຕາ​ມຮີດຄອງ​ປະ​ເພນີ, ມີຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ສະຫງົບ​ປອດ​ໄພ ​ແລະ ສິ່ງ​ສຳຄັນ​ແມ່ນ ສາມາດປະຕິ​ບັດ​ໄດ້ບົນ​ຈິດ​ໃຈ​ປະ ຢັດ​ມັດທະຍັດ, ແຕ່​ແນວ​ໃດ​ກໍ​ຕາມ, ຄຽງຄູ່ກັນນັ້ນ ກໍຍັງ​ມີ​ອີກ​ຫລາຍ​ບ່ອນທີ່​ພວມ​ກະກຽມ​ສະຫລອງ​ເທດສະການ​ດັ່ງ ກ່າວພາຍ​ໃນທິດ​ນີ້ ​ເຊິ່ງ​ເປັນ​ທິດ ສຸດ​ທ້າຍ​ຂອງ​ການ​ເຮັດ​ວຽກ​ງານ, ຫລັງຈາກນັ້ນ ກໍ​ຈະ​ໄດ້ພັກ ຜ່ອນມ່ວນຊື່ນຢູ່ກັບຄອບຄົວ, ຍາດພີ່ນ້ອງເປັນ​ເວລາ​ຍາວ​ຫລາຍ​ວັນ, ສະນັ້ນ ກໍຄືດັ່ງທຸກປີ ຜ່ານມາ, ການຈັດງານສັງສັນ ມ່ວນຊື່ນຊຸມແຊວໃນໂອກາດດັ່ງກ່າວກໍຄວນໃຫ້ມີຄວາມເໝາະ ສົມພໍດີພໍ ງາມຕາມເງື່ອນໄຂເສດຖະກິດຂອງຄອບຄົວ, ບໍລິສັດ, ຫ້າງຮ້ານຈົນຮອດອົງການຈັດ ຕັ້ງຕ່າງໆ ແລະ ຕ້ອງເປັນເຈົ້າ ການ ປະຢັດມັດທະຍັດ, ຫລີກລ່ຽງສະພາບຫລີ້ນກິນຟູມເຟືອຍ ເກີນຂອບເຂດ ແລະ ການປະພຶດ ທີ່ລະເມີດຕໍ່ຂໍ້ຫ້າມ ແລະ ຄຳສັ່ງ ຕ່າງໆ ຂອງຂັ້ນເທິງວາງອອກໃຫ້ເຂັ້ມງວດ.  ໃນໂອກາດດຽວກັນ, ລັດວິສາ ຫະກິດນ້ຳປະປານະຄອນຫລວງກໍໄດ້ຮຽກ
ຮ້ອງໃຫ້ສັງ ຄົມຊ່ວຍ ກັນປະຢັດນ້ຳປະປາພາຍຫລັງ ເຫັນວ່າໄລຍະນີ້ສະພາບອາກາດຮ້ອນອົບເອົ້າຫລາຍອັນເປັນສາ ເຫດໃຫ້ການຊົມ ໃຊ້ນ້ຳປະປາ ເພີ່ມຂຶ້ນຫລາຍເທົ່າຕົວ, ໃນຂະນະການສະໜອງນ້ຳປະປາຂອງນະຄອນຫລວງວຽງຈັນ ປະຕິບັດໄດ້ພຽງ 180.000 ແມັດກ້ອນຕໍ່ມື້ ເທົ່າກັບປະມານ 50% ຂອງຄວາມຕ້ອງການຈຶ່ງເຮັດໃຫ້ບາງເຂດໂດຍສະ ເພາະເຂດທີ່ສູງ ນ້ຳບໍ່ສາ ມາດໄປຮອດໄປເຖິງ ແລະ ຂາດນ້ຳໃຊ້ ແລະ ເພື່ອແກ້ໄຂບັນ ຫາດັ່ງກ່າວໜ່ວຍງານສະເພາະກິດນ້ຳປະ ປາໄດ້ລົງກວດກາລະ ບົບ ທໍ່ເພື່ອຫາວິທີສົ່ງນ້ຳ ຫລື ແບ່ງປັນນ້ຳຈາກເຂດອື່ນມາຊ່ວຍ ແລະ ໄດ້ກຽມຕິດຕັ້ງຈັກ ສູບນ້ຳຂຶ້ນໄປຫາເຂດດັ່ງກ່າວ ເພື່ອແກ້ ໄຂສະເພາະໜ້າຈົນກວ່າການກໍ່ສ້າງໂຮງງານຜະລິດນ້ຳ ປະປາດົງໝາກຄາຍຈະ ສຳເລັດໃນປີ 2015 ແລະ ພ້ອມດຽວກັນນີ້ ກໍ ຮຽກຮ້ອງມາຍັງຜູ້ຊົມໃຊ້ຈົ່ງ ໃຊ້ນ້ຳຢ່າງປະຢັດ, ບໍ່ຟູມເຟືອຍ ແລະ ບໍ່ນຳໃຊ້ນ້ຳປະປາໄປເຮັດ ແນວອື່ນຖ້າພົບເຫັນທໍ່ນ້ຳຮົ່ວ ໄຫລໃຫ້ແຈ້ງໄປຫາບໍລິສັດນ້ຳປະປາດ່ວນເພື່ອແກ້ໄຂ.

No comments:

Post a Comment