Ad

Ad

9 April 2014

ກອງປະຊຸມມົນຕີປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 11



       ກອງປະຊຸມມົນຕີປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 11 ໄດ້ຈັດ ຂຶ້ນໃນວັມທີ 4 ເມສາ 2014 ຢູ່ນະຄອນ ຫລວງ ເນປີດໍ ແຫ່ງສາທາລະນະລັດສະ ຫະພາບມຽນມາ. ກອງປະຊຸມໄດ້ຮັບຟັງລາຍ ງານກ່ຽວກັບວຽກງານບູລິມະ ສິດໃນ ປີ 2014 ພາຍໃຕ້ການເປັນປະທານອາຊຽນຂອງມຽນມາ ເປັນຕົ້ນແມ່ນວຽກງານ ການຄຸ້ມຄອງໄພພິບັດ, ການປ່ຽນແປງດິນຟ້າອາກາດ, ການປົກປ້ອງແຮງງານ, ການສ້າງຖານຂໍ້ມູນ ເພື່ອການຮຽນຮູ້ອາຊຽນຜ່ານ ອິນເຕີເນດ.  ກອງປະຊຸມຍັງໄດ້ຮັບຟັງບົດລາຍງານຈາກກອງເລຂາອາຊຽນກ່ຽວກັບການປະເມີນຜົນ ການປະຕິບັດແຜນງານກໍ່ສ້າງປະ ຊາຄົມວັດທະນະທຳ-ສັງຄົມອາ ຊຽນ 2009-2015, ລາຍງານ ການປະຕິບັດຖະແຫລງການ ຕ່າງໆໃນຂົງເຂດວັດທະ ນະ ທຳ-ສັງຄົມນັບແຕ່ປີ 2009 ເຖິງປັດ ຈຸບັນ. ກອງປະຊຸມຍັງແລກປ່ຽນ ຄຳຄິດຄຳເຫັນກ່ຽວກັບການກຳນົດວິໄສທັດອາ
ຊຽນຫລັງ 2015. ກອງປະຊຸມດຳເນີນຂຶ້ນ ພາຍໃຕ້ ການເປັນປະທານຂອງທ່ານ ອາເຢ ມິນ ກຽວ ລັດຖະມົນຕີກະ ຊວງວັດທະນະທຳແຫ່ງສາທາ ລະນະລັດສະຫະພາບ ມຽນມາ ໂດຍການເຂົ້າຮ່ວມຂອງບັນດາ ທ່ານລັດຖະມົນຕີທີ່ຮັບຜິດ ຊອບ ວຽກງານວັດທະນະທຳ-ສັງຄົມ ຈາກປະເທດອາ ຊຽນ ແລະ ຮອງ ເລຂາທິການໃຫຍ່ອາຊຽນ.    ທ່ານ ສຈ ດຣ ບໍ່ແສງຄຳ ວົງດາລາ, ລັດຖະມົນຕີວ່າການກະຊວງຖະແຫລງ ຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ນຳ ພາຄະນະຜູ້ແທນ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມ.   ໃນກອງປະຊຸມມົນ ຕີປະຊາຄົມວັດທະນະທຳ-ສັງຄົມ ຄັ້ງທີ 11 ນີ້,  ທ່ານ ສຈ ດຣ ບໍ່ແສງຄຳ ວົງດາລາ ລັດຖະມົນຕີວ່າການ ກະຊວງຖະແຫລງ ຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວໄດ້ປະກອບຄຳເຫັນໂດຍ ໄດ້ຢັ້ງຢືນການປະກອບສ່ວນຢ່າງຕັ້ງໜ້າຂອງ ສປປ ລາວ ໃນ ການກໍ່ສ້າງປະຊາຄົມວັດທະນະທຳ-ສັງຄົມ ເຊິ່ງ ມີຄວາມກ້າວ ໜ້າໃນຫລາຍ ດ້ານ ເປັນຕົ້ນແມ່ນອະນຸລັກ ແລະ ສົ່ງ ເສີມວັດ ທະນະທຳ, ດ້ານການ ລຶບລ້າງຄວາມທຸກຍາກ, ການ ສົ່ງເສີມແມ່ ແລະ ເດັກ, ການສົ່ງ ເສີມການສຶກສາ, ການສະກັດ ກັ້ນພະ ຍາດຕິດແປດ, ການຮັກ ສາສິ່ງແວດລ້ອມ ແລະ ປ້ອງກັນ ໄພພິບັດທາງທຳມະຊາດ. ພ້ອມນີ້ ສປປ ລາວ ຍັງຈະໄດ້ເປັນເຈົ້າ ພາບກອງປະຊຸມລັດຖະມົນຕີສຶກສາອາຊຽນຄັ້ງທີ 8 ແລະ ກອງ ປະຊຸມລັດຖະມົນຕີສິ່ງແວດລ້ອມອາຊຽນບວກສາມຄັ້ງທີ 13 ແລະ ກອງປະຊຸມລະດັບວິຊາການ ອື່ນໆອີກ.  ໃນໂອກາດເຂົ້າຮ່ວມກອງ ປະຊຸມນີ້, ຄະນະລັດຖະມົນຕີບັນດາປະເທດອາ ຊຽນ ແລະ ຮອງເລຂາທິການໃຫຍ່ອາຊຽນຍັງ ໄດ້ເຂົ້າຢ້ຽມຂຳ່ນັບ ທ່ານ ອູ ທຽນ ເຊັນ ປະທານາທິບໍດີ ແຫ່ງສາທາລະນະ ລັດສະຫະພາບມຽນມາ.
   ກອງປະຊຸມມົນຕີປະຊາຄົມ ວັດທະນະທຳ-ສັງຄົມຄັ້ງທີ 12 ຈະຈັັດຂຶ້ນໃນເດືອນກັນຍາ ປີ 2014 ທີ່ສາທາລະນະລັດສະຫະ ພາບມຽນມາ.

No comments:

Post a Comment