Ad

Ad

8 April 2014

ປະດັບຫລຽນໄຊອິດສະຫລະຊັ້ນ II ໃຫ້ທ່ານຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ທີ່ມີຜົນງານດີເດັ່ນໃນວຽກ ງານຊາຍແດນ



    ໃນວັນທີ 7 ເມສານີ, ຢູ່ກະຊວງການຕ່າງປະເທດ, ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ມອບໝາຍໃຫ້ທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະ ມົນຕີ ລັດຖະມົນຕີວ່າ ການກະຊວງການຕ່າງປະເທດ ໃຫ້ກຽດຂຶ້ນປະດັບ ຫລຽນ ໄຊອິດສະຫລະຊັ້ນ II ໃຫ້ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກ ລັດຖະ ມົນຕີຜູ້ຊີ້ນໍາວຽກງານເສດຖະກິດທີ່ມີຜົນງານດີເດັ່ນໃນການຊີ້ນໍາໆພາການສໍາ ຫລວດ, ປັກຫລັກໝາຍ ແລະ ການແກ້ໄຂ ຂໍ້ຄົງຄ້າງກ່ຽວກັບຊາຍແດນ ລາວ ກັບປະເທດໃກ້ ຄຽງໃນລະຫວ່າງປີ 2000-2006 ການປະດັບ ຫລຽນ​ໄຊໃນຄັ້ງນີ້,​ ເພື່ອເປັນ​ການ​ຍ້ອງ​ຍໍ​ຊົມ​ເຊີຍ​ຕໍ່ຜົນສຳ​ເລັດ​ໃນ​ການ​ປະຕິ ບັດ​ໜ້າ​ທີ່​ກ່ຽວ​ກັບ​ວຽກ​ງານ​ຊາຍ​ແດນລາວ ແລະ ປະ​ເທດ​ໃກ້​ຄຽງຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີໃນ​
ຕະຫລອດ​ໄລຍະ​ທີ່​ຜ່ານມາທັງເປັນການສະ ແດງເຖິງຄວາມເອົາໃຈໃສ່ຂອງພັກ ແລະ ລັດຖະບານທີ່ມີຕໍ່ວຽກງານຊາຍແດນ, ແນໃສ່ສ້າງຊາຍແດນ ລາວກັບປະເທດໃກ້ຄຽງໃຫ້ເປັນຊາຍແດນສັນຕິພາບ, ມິດຕະພາບ ແລະ ການຮ່ວມມືຢ່າງ ຍາວນານ, ປະກອບສ່ວນອັນສໍາ ຄັນເຂົ້າໃນການເສີມສ້າງສັນຕິພາບ, ສະຖຽນລະພາບ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ  ແລະ ກັນລະຫວ່າງລາວກັບປະ ເທດໃກ້ຄຽງ.

No comments:

Post a Comment