Ad

Ad

8 April 2014

ກະຊວງກະສິກຳແລະປ່າໄມ້ຕອບໂທລະສັບສາຍດ່ວນຈາກປະຊາ ຊົນເຖິງກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VII (ວັນທີ 09-27 ທັນວາ 2013) ທີ່ກ່ຽວພັນເຖິງຄວາມຮັບຜິດຊອບຂອງຕົນ



        ເມື່ອມໍ່ໆມານີ້ກະຊວງກະສິກຳ ແລະປ່າໄມ້, ໄດ້ຄົ້ນຄວ້າ ຄໍາສະເໜີຂອງປະ ຊາຊົນຜ່ານ ສາຍດ່ວນຂອງສະພາແຫ່ງຊາດ ໃນຊ່ວງໄລຍະດໍາເນີນກອງປະຊຸມສະ ໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ່ VII ທີ່ ພົວພັນເຖິງຄວາມຮັບຜິດ ຊອບ ຂອງກະຊວງກະສິກຳ ແລະ ປ່າໄມ້, ຈິ່ງຂໍໃຫ້ຄວາມກະຈ່າງ ແຈ້ງໂດຍສັງລວມ ດັ່ງນີ້:
    1. ຕໍ່ກັບຂໍ້ສະເໜີໃຫ້ມີມາດ ຕະການຕໍ່ການບຸກລຸກ, ທໍາລາຍ ປ່າໄມ້, ການລັກ ລອບຕັດໄມ້, ການຂົ່ນສົ່ງເຄື່ອນຍ້າຍໄມ້ຜິດ ກົດໝາຍລວມທັງເຄື່ອງປ່າຂອງດົງ ນັ້ນກະຊວງກະສິກຳ ແລະ ປ່າໄມ້ ຂໍສະ ແດງຄວາມຂອບອົກຂອບໃຈຕໍ່ປະຊາຊົນທຸກທ່ານ ທີ່ໄດ້ໃຫ້ຂໍ້ມູນອັນສະແດງເຖິງຄວາມເປັນເຈົ້າຂອງປະຊາຊົນຕໍ່ຊັບພະຍາ ກອນປ່າໄມ້ ແລະ ກໍໄດ້ເຮັດພັນ ທະໜ້າທີ່ຢ່າງສົມ ກຽດຂອງຕົນຕາມທີ່ໄດ້ລະບຸໄວ້ໃນມາດຕາ 4 ຂອງກົດໝາຍວ່າດ້ວຍ ປ່າໄມ້ທີ່ ລະບຸວ່າ “ປ່າໄມ້ທຳມະຊາດ ແລະ ທີ່ດິນປ່າໄມ້ ເປັນກຳມະສິດ ຂອງວົງຄະນະຍາດແຫ່ງຊາດ”. ສໍາລັບວຽກງານຄຸ້ມ
ຄອງ ແລະ ປົກປັກຮັກສາປ່າໄມ້ລັດຖະບານ ໄດ້ມີຄວາມ ພະຍາຍາມຢ່າງຕັ້ງໜ້າໂດຍໄດ້ອອກເປັນກົດໝາຍ, ດໍາລັດ, ຄໍາສັ່ງ ຫຼາຍສະບັບ, ສະ ເພາະກະຊວງກະສິກໍາ ແລະ ປ່າ ໄມ້ເອງກໍ ໄດ້ອອກຄໍາແນະນຳຈັດຕັ້ງປະຕິບັດເພື່ອເປັນບ່ອນ ອີງໃຫ້ແກ່ ພະແນກກະສິກໍາ ແລະ ປ່າໄມ້ປະຈໍາແຂວງ, ນະຄອນຫຼວງ, ຫ້ອງ ການກະສິກໍາ ແລະ ປ່າໄມ້ ປະຈໍາເມືອງເພື່ອສົມທົບກັບອົງ ການປົກຄອງເມືອງ ແລະ ບ້ານພ້ອມກັນກວດກາລາດຕະເວນ, ແກ້ ໄຂປາກົດການຫຍໍ້ທໍ້ຕ່າງໆດ້ານປ່າໄມ້ໄດ້ຮັບການແກ້ໄຂ. ເຖິງວ່າໄດ້ມີຄວາມພະຍາຍາມແກ້ໄຂຢ່າງຕໍ່ເນື່ອງແລ້ວກໍຕາມ, ແຕ່ ປະກົດການລະເມີດລະບຽບ ກົດໝາຍກໍຍັງມີແຜ່ລາມກະ ຈາຍທົ່ວທຸກພາກຂອງປະເທດ. ສະນັ້ນ, ຈິ່ງຮຽກຮ້ອງໃຫ້ອົງການ ປົກຄອງທ້ອງຖິ່ນທຸກຂັ້ນຈົ່ງຊ່ວຍເຜີຍແຜ່ສຶກສາອົບຮົມລະ ບຽບ ກົດໝາຍຕ່າງໆຂອງລັດວາງ ອອກໃຫ້ປະຊາຊົນຮັບຮູ້ເຂົ້າໃຈ ແລະເຂົ້າຮ່ວມຢ່າງເປັນເຈົ້າການ ໃນວຽກງານປົກປັກຮັກ ສາປ່າ ໄມ້ຕື່ມອີກ. ສະເພາະກະຊວງກະ ສິກຳ ແລະ ປ່າໄມ້ເອງກໍຈະ ໄດ້ຊຸກຍູ້ຊີ້ນຳໃຫ້ກົມກວດກາປ່າໄມ້, ກອງກວດກາປ່າໄມ້ແຂວງ, ໜ່ວຍງານກວດກາປ່າໄມ້ເມືອງ ເພີ່ມທະວີຄວາມຮັບຜິດ ຊອບໜ້າທີ່ການເມືອງໂດຍປະສານສົມທົບກັບອົງການປົກຄອງທ້ອງຖິ່ນທຸກຂັ້ນໃຫ້ແຂງແຮງກວ່າເດີມເພື່ອສະກັດກັ້ນປາ ກົດການດັ່ງກ່າວໃຫ້ຫຼຸດນ້ອຍຖອຍລົງ.
         2.ສຳລັບການສະເໜີຂອງປະຊາຊົນບ້ານວັງນາ, ເມືອງ ສັງທອງ, ນະຄອນຫຼວງວຽງຈັນ ກ່ຽວກັບການຂາດເຂີນຊົນ ລະປະທານເພື່ອຮັບໃຊ້ເຂົ້າໃນການປູກຝັງ-ລ້ຽງສັດນັ້ນ, ຕາມກົດໝາຍ ວ່າດ້ວຍຊົນລະປະທານເລກທີ 26/ສພຊ, ລົງວັນທີ 14 ທັນວາ 2012 ແລ້ວ ໄດ້ແບ່ງຂັ້ນໃນການ ຄຸ້ມຄອງກິດຈະການຊົນລະປະ ທານ (ການສຶກສາໂຄງການ, ການສຳຫຼວດ- ອອກແບບເຕັກນິກກໍ່ສ້າງ, ການກໍ່ສ້າງໂຄງການ, ການນຳໃຊ້ ແລະ ຟື້ນຟູສ້ອມ ແປງ) ດັ່ງນີ້:ກະຊວງກະສິກຳ  ແລະ ປ່າໄມ້ ຄຸ້ມຄອງການສຶກສາ, ສຳຫຼວດ-ອອກແບບເຕັກນິກ ແລະ ກໍ່ສ້າງໂຄງການຊົນລະປະທານຂະໜາດໃຫຍ່ (ສະໜອງນ້ຳ ໃຫ້ເນື້ອ ທີ່ການຜະລິດໄດ້ຫຼາຍກວ່າ 1.000 ເຮັກຕາຂຶ້ນໄປ); ສ່ວນພະແນກກະສິກຳ ແລະ ປ່າໄມ້ປະຈຳແຂວງ, ນະຄອນຫຼວງ ຄຸ້ມຄອງການ ສຶກສາ, ສຳຫຼວດ- ອອກແບບເຕັກນິກ ແລະ ກໍ່ສ້າງໂຄງການຊົນລະປະທານຂະໜາດກາງ (ຫຼາຍກວ່າ 100 - 1.000 ເຮັກຕາ) ແລະ ໂຄງການ ຊົນລະປະທານຂະໜາດນ້ອຍທີ່ ສະໜອງນ້ຳແຕ່ 10 - 100 ເຮັກ ຕາ); ສຳລັບຫ້ອງການ ກະສິກຳ  ແລະ ປ່າໄມ້ ປະຈຳເມືອງຄຸ້ມ ຄອງການສຳຫຼວດ-ອອກແບບເຕັກນິກ ແລະ ກໍ່ສ້າງໂຄງການຊົນ ລະປະທານປວງຊົນ (10 ເຮັກ ຕາລົງມາ) ແລະ ການຟື້ນຟູສ້ອມ ແປງ. ໂດຍປະຕິບັດຕາມກົດ ໝາຍຄືດັ່ງກ່າວ, ກະຊວງກະສິກ ຳ ແລະ ປ່າໄມ້ຈະ ໄດ້ຊີ້ນຳໃຫ້ ກົມຊົນ ລະປະທານສົມທົບກັບຂະແໜງຊົນລະປະທານນະຄອນຫຼວງວຽງຈັນ ແລະ ອົງການປົກ ຄອງເມືອງສັງ ທອງເພື່ອລົງຕິດຕາມກວດກາເບີ່ງເຂດພື້ນທີ່ດັ່ງ ກ່າວວ່າຕົກຢູ່ໃນຄວາມຮັບຜິດຊອບຂອງຂັ້ນໃດແທ້, ຫຼັງຈາກນັ້ນຈິ່ງຊຸກຍູ້ໃຫ້ ອົງການປົກຄອງບ້ານ ສະເໜີຫາເຈົ້າເມືອງໂດຍຜ່ານຫ້ອງການກະສິກຳ ແລະ ປ່າໄມ້ເມືອງເພື່ອເອົາເຂົ້າແຜນ.
   3. ສ່ວນການສະເໜີຂອງປະຊາຊົນບ້ານພູຊາດ, ເມືອງພູຄໍາ, ແຂວງຄໍາມ່ວນ ກ່ຽວກັບການ ຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບ ຜົນກະທົບຈາກໄພນໍ້າຖ້ວມເຮັດໃຫ້ປະຊາຊົນບໍ່ມີທຶນຮອນເພື່ອເຮັດ ການຜະລິດນັ້ນ, ສະເໜີໃຫ້ອົງ ການປົກຄອງບ້ານນຳສະ ເໜີບັນຫາດັ່ງກ່າວຕໍ່ຄະນະນຳຂອງ ເມືອງເພື່ອສະເໜີຕໍ່ໄປຍັງຄະນະກຳມະການປ້ອງກັນໄພພິບັດຂັ້ນແຂວງພິຈາລະນາຫາ ວິທີ ຊ່ວຍເຫຼືອຕົ້ນທຶນຮອນ; ສ່ວນກະຊວງກະສິກໍາ ແລະ ປ່າໄມ້ ຈະໄດ້ຊີ້ນໍາໃຫ້ພະແນກກະສິກໍາ ແລະ ປ່າໄມ້ປະຈໍາແຂວງສົບ ທົບກັບຫ້ອງການກະສິກໍາ ແລະ ປ່າໄມ້ປະຈໍາ ເມືອງເພື່ອຫັນເອົາພະນັກງານວິຊາການລົງຊ່ວຍສ້າງເປັນໂຄງການຜະລິດເພື່ອຂໍ ກູ້ຢືມເງິນຈາກທະນາຄານນະໂຍບາຍ ຫຼື ທະນາຄານສົ່ງເສີມກະສິກຳພ້ອມທັງ ສົ່ງເສີມທາງດ້ານວິຊາການ ຕາມພາລະບົດບາດ ຂອງຕົນ.
         4. ສຳລັບການສະເໜີຂອງປະຊາຊົນບ້ານນ້ຳປຽກໃຕ້, ເມືອງວັງວຽງ, ແຂວງວຽງຈັນ ກ່ຽວກັບບັນຫານ້ຳລິນມີປະລິ ມານໜ້ອຍບໍ່ພຽງພໍກັບການເພີ່ມຂຶ້ນຂອງພົນລະເມືອງ 600 ກວ່າ ຄອບຄົວ. ເຫັນວ່າແມ່ນຄວາມ ຮັບຜິດຊອບຂອງຂະແໜງ ການສາທາລະນະສຸກ; ສະນັ້ນ, ຈິ່ງສະເໜີຫາພາກສ່ວນກ່ຽວຂ້ອງຊ່ວຍໃຫ້ຄຳຕອບແກ່ປະຊາຊົນບ້ານດັ່ງກ່າວດ້ວຍ.
  5. ສ່ວນການສະເໜີຂອງປະ ຊາ ຊົນບ້ານຫ້ວຍຄູນ, ເມືອງສົບເບົາ, ແຂວງຫົວພັນກ່ຽວກັບບັນຫາ ການນໍາໃຊ້ຢາຂ້າຫຍ້າ ຢູ່ ເຂດຍອດນໍ້ານັ້ນ, ກະຊວງກະສິກຳ ແລະ ປ່າໄມ້ຂໍສະແດງຄວາມຂອບໃຈຕໍ່ປະຊາຊົນທີ່ໄດ້ໃຫ້ແຫຼ່ງຂ່າວຂໍ້ມູນ ຊຶ່ງສະແດງ ເຖິງ ຄວາມເປັນຫວ່ງເປັນໄຍຕໍ່ສິ່ງແວດ ລ້ອມ, ຊີວິດ ແລະ ສຸຂະພາບຂອງຄົນ, ສັດ ແລະ ພືດ. ຕໍ່ກັບການຄຸ້ມຄອງຢາປາບສັດຕູ ພືດຊຶ່ງຕິດພັນກັບການປົກປັກຮັກສາສິ່ງແວດລ້ອມນີ້, ລັດຖະບານກໍໄດ້ມີຄວາມພະຍາຍາມຢ່າງຕັ້ງ ໜ້າໂດຍໄດ້ອອກກົດໝາຍ ວ່າດ້ວຍກະສິກຳ, ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ, ກົດໝາຍວ່າດ້ວຍການປ້ອງກັນພືດ, ດຳລັດແນະນຳປະ ຕິບັດກົດໝາຍວ່າດ້ວຍການປ້ອງກັນພືດ ແລະ ນິຕິກໍາໃຕ້ກົດໝາຍອື່ນອີກຫຼາຍສະບັບ, ສະເພາະກະ ຊວງກະສິກຳ ແລະ ປ່າ ໄມ້ເອງ ກໍໄດ້ອອກຂໍ້ຕົກລົງຂອງລັດຖະມົນຕີວ່າດ້ວຍການຄຸ້ມຄອງຢາປາບສັດຕູພືດໃນ ສປປ ລາວ, ຄໍາ ສັ່ງ ແລະ ຄໍາແນະນໍາ ລວມທັງປຶ້ມຄູ່ມືການນໍາໃຊ້ຢາປາບສັດຕູພືດ, ໃນປຶ້ມຄູ່ມື ໄດ້ອະທິບາຍລະອຽດອັນໃດຫ້າມເດັດຂາດ ? ແລະ ອັນໃດໃຫ້ໃຊ້ ແຕ່ຕ້ອງຖືກຕາມວິທີຢ່າງເຂັ້ມງວດ ?, ແຕ່ເຖິງຢ່າງໃດກໍຕາມຍັງມີຫຼາຍທ້ອງຖິ່ນບໍ່ທັນໄດ້ປະຕິບັດຕາມນິຕິກໍາດັ່ງກ່າວຢ່າງ ເຂັ້ມ ງວດ, ການນຳເຂົ້າຕາມດ່ານສາກົນ ແລະ ດ່ານປະເພນີຍັງມີລັກສະ ນະຊະຊາຍ ແລະ ນຳໃຊ້ບໍ່ຖືກຕ້ອງຕາມວິທີທີ່ວິຊາ ການໄດ້ ແນະນຳ. ທັງໝົດນີ້ ດ້ານໜຶ່ງກໍ ຍ້ອນການໂຄສະນາເຜີຍແຜ່ໃຫ້ ປະຊາຊົນບໍ່ທົ່ວເຖິງຈິ່ງເກີດມີປະກົດການດັ່ງກ່າວຢ່າງຕໍ່ເນື່ອງ.
          ເພື່ອແກ້ໄຂບັນຫາດັ່ງກ່າວ ຈິ່ງຂໍຮຽກຮ້ອງມາຍັງອົງການ ປົກຄອງທ້ອງຖິ່ນທຸກຂັ້ນຈົ່ງສືບຕໍ່ຊ່ວຍເຜີຍແຜ່ສຶກສາອົບ ຮົມໃຫ້ປະຊາຊົນຮັບຮູ້ເຂົ້າໃຈ, ເອົາໃຈໃສ່ຄຸ້ມຄອງການນຳເຂົ້າ, ການຈຳໜ່າຍ ແລະ ນຳໃຊ້ຢ່າງເຂັ້ມງວດ. ສະເພາະກະຊວງກະ ສິກຳ ແລະ ປ່າໄມ້ ກໍຈະໄດ້ຊີ້ນຳ ພະແນກກະສິກຳ ແລະ ປ່າໄມ້ປະຈຳແຂວງ, ຫ້ອງການກະສິກຳ ແລະ ປ່າໄມ້ປະຈຳເມືອງເພື່ອ ສົມທົບກັບອົງການປົກຄອງທ້ອງຖິ່ນສືບຕໍ່ໂຄສະນາເຜີຍແຜ່ໃຫ້ປະຊາຊົນໄດ້ຮັບຮູ້ເຂົ້າໃຈ ແລະ ເຂົ້າຮ່ວມປະຕິບັດແຂງແຮງ ກວ່າເກົ່າ.

No comments:

Post a Comment