Ad

Ad

8 April 2014

ກະຊວງ​ສຶກສາສັ່ງລຶບລ້າງໃບ​ປະກາສະ​ນີຍະ​ບັດປອມ​ຈຳນວນ​ຫລາຍ



      ກະຊວງ​ສຶກສາ​ທິການ ​ແລະ ກິລາ ​ໄດ້​ມີ​ໜັງສື​ແຈ້ງ​ຫາ​ສະ​ຖາ​ບັນ​ການ​ສຶກສາ​ພາກ​ເອກະ​ຊົນ 7 ແຫ່ງ ​ແລະ ພາກ​ລັດອີກ 3 ​ແຫ່ງ ເພື່ອໃຫ້​ລຶບລ້າງ​ລາຍ​ຊື່​ນັກຮຽນ​ຈຳນວນ​ໜຶ່ງ​ທີ່​ພວມສຶກສາ​ຮ່ຳ​ຮຽນ​ຢູ່​ໃຫ້​ອອກ​ຈາກ​ສະ​ຖາ​ບັນ ການ​ສຶກສາ​ຂອງ​ຕົນ, ພາຍ ຫລັງກວດ​ເຫັນ​ວ່າ​ມີ​ນັກ​ສຶກສາ​ຈຳ ນວນນັ້ນ​ນຳ​ໃຊ້​ໃບ​ປະກາສະນີຍະບັດ​ຈົບ​ຊັ້ນມັດ​ທະ​ຍົມ​ຕອນ​ປາຍ​ປອມ​ແປງ​ເພື່ອ​ເຂົ້າຮຽນ​ຕໍ່​ວິຊາ​ຊີບ​ຕ່າງໆ.
     ສະ​ຖາ​ບັນ​ການ​ສຶກສາ​ດັ່ງ ກ່າວປະກອບ​ມີ: ວິທະຍາ​ໄລ​ເຕັກ ນິກ​ປາກ​ປ່າ​ສັກ, ຊັບ​ພະ​ວິຊາ, ຄອມ​ເຊັນ​ເຕີ, ທິບ​ວາລີ, ລັດ ຕະນະ, ບຸດ​ວິ​ເສດ, ລາວ-ອາ​ເມ​ລິ​ກາ, ​ໄຊ​ພັດທະນາ, ສຸກ​ສະຫວັດ ​ແລະ ມະຫາວິທະຍາ​ໄລ​ແຫ່ງ​ຊາດ ມີ​ທັງ​ໝົດ 116 ຄົນ ​ແມ່ນ​ບໍ່​ມີ​ລາຍ​ຊື່​ໃນ​ປຶ້ມບັນທຶກ​ການ​ສອບ​ເສັງ​ຈົບ​ຊັ້ນມັດທະຍົມ​ສຶກສາ​ຕອນ​ປາຍ ແລະ ປັດ​ຈຸ​ບັນນັກ​ສຶກສາ​ທີ່​ນຳ​ໃຊ້​ໃບ​ປະ ກາດ​ປອມ​​ເຫລົ່ານີ້ພວມ​ສຶກ ສາ​ຮ່ຳຮຽນ​ຢູ່ ​ແລະ ອີກ​ຈຳນວນ​ໜຶ່ງ​ພວມ​ສອບ​ເສັງ​ຈົບ​ຊັ້ນສູງ, ປະລິນຍາ​ຕີ ​ແລະ ​ໂທ.
     ກະຊວງ​ສຶກສາ ​ໃຫ້​ຮູ້​ວ່າ: ນີ້​ເປັນ​ການ​ກວດກາ​ເທື່ອ​ທຳ​ອິດ ແລະ ຈະ​ສືບຕໍ່​ກວດກາ​ເລື້ອຍໆ​​ໄປ​ ນັບ​ທັງ​ຢູ່​ສະ​ຖາ​ບັນ​ການ​ສຶກ ສາ​ພາກ​ເອກະ​ຊົນ ​ແລະ ພາກ​ລັດ ທັງ​ຢູ່​ສູນ​ກາງ ​ແລະ ​ແຂວງ​ຕ່າງໆ ​ເພື່ອ​ຮັບປະກັນ​ໃຫ້​ລະບົບ​ການ​ສຶກສາລາ​ວມີ​ຄວາມ​ຖືກ ຕ້ອງ ແລະ ຮັບປະກັນ​ຄຸນ​ນະພາ​ບ.

      ຕໍ່​ບັນຫາ​ດັ່ງກ່າວ, ຜູ້​ບໍລິຫານ​ສະ​ຖາ​ບັນ​ການ​ສຶກສາ​ຫລາຍ​ແຫ່ງ​ມີ​ຄຳ​ເຫັນ​ເອກະ​ພາບ​ວ່າ: ການ​ກວດກາ​ດັ່ງກ່າວ​ແມ່ນ​ເປັນ​ສິ່ງ​ທີ່​ດີ ​ເພື່ອ​ເຮັດ​ໃຫ້ການ​ສອບ​ເສັງ​ຈົບ​ຊັ້ນມີ​ຄວາມ​ປອດ​ໃສ  ແລະ ສາມາດ​ຍົກ​ສູງ​ຄຸນ​ນະພາ​ບ ການ​ສຶກສາ​ຂອງ​ລາວ​ດີ​ຂຶ້ນກວ່າ​ເກົ່າ.

No comments:

Post a Comment