Ad

Ad

8 April 2014

ປກສ ນະຄອນຫລວງ​ຮຽກຮ້ອງ​ທົ່ວ​ສັງຄົມ​ເພີ່ມ​ທະວີ​ຮັກສາ​ຄວາມ​ສະຫງົບ​ໃນ​ໄລຍະ​ສະ​ເຫລີ​ມສະຫລອງ​ປີ​ໃໝ່​ລາວ



    ​ເພື່ອ​ໃຫ້ການ​ສະ​ເຫລີ​ມສະ ຫລອງບຸນປີ​ໃໝ່​ລາວ ປະຈຳ​ປີ 2014 ຮັບປະກັນ​ໄດ້ 3 ຄາດໝາຍ​ໃຫຍ່ ຄື​ປົກ​ປັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ມູນ​ເຊື້ອວັດທະນະທຳ ແລະ ຮີດຄອງ​ປະ​ເພນີ​ອັນ​ດີງາມ​ຂອງ​ຊາດ​ລາວ; ຕິດ​ພັນ​ກັບ​ການ​ຜະລິດ​ສິນຄ້າ, ການ ທ່ອງທ່ຽວ​ວັດທະນະທຳ, ທຳ​ມະ​ຊາດ ​ແລະ ປະຫວັດສາດ; ຮັບປະກັນ​ສະ ຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບ ຮ້ອຍ​ທາງ​ດ້ານ​ສັງຄົມ​ຮອບ ດ້ານ, ສ້າງ​ບັນຍາກາດ​ແຫ່ງ​ສັນຕິ, ມີ​ຄວາມ​ເບີກບານ​ມ່ວນ​ຊື່ນ, ສະ ອາດ, ຈົບງາມ. ກອງ​ບັນຊາ​ການ ປກສ ນະຄອນຫລວງ​ວຽງ​ຈັນ ໄດ້​ອອກ​ແຈ້ງ​ການເນັ້ນຕື່ມວ່າ: ແຕ່ລະຄົນ, ​ແຕ່​ລະ​ຄອບຄົວ, ​ແຕ່​ລະ​ບ້ານ, ສຳນັກງານ​ອົງການ, ໂຮງ​ຈັກ, ​ໂຮງງານ, ​ໂຮງຮຽນ, ໂຮງໝໍ, ​ເລົ້າສາງ, ກົມ​ກອງ​ທະ ຫານ, ກົມ​ກອງ​ຕຳຫລວດ, ການຈັດຕັ້ງສາ ກົນ ​ແລະ ສັງຄົມ ໃຫ້​ມີ​ສະຕິ​ເຄົາລົບ ​ແລະ ປະຕິບັດ​ຕາມ​ລັດຖະທຳ​ມະນູນ, ກົດໝາຍ, ​ເຂົ້າຮ່ວມ​ຈັດຕັ້ງປະຕິບັດ​ຢ່າງ​ເຂັ້ມງວດ​ຕາມ​ລະບຽບການ​ທີ່​ອຳ ນາດ​ການ​
ປົກຄອງ​ວາງ​ອອກ; ຍົກ​ສູງ​ສະຕິ​ລະວັງ​ຕົວ, ປົກ​ປັກ​ຮັກສາ​ຊັບ​ສົມບັດ​ຂອງ​ຕົນ​ໃຫ້​ດີ, ມີ​ສະຕິ​ໃນ​ການ​ກວດກາ​ຟືນ​ໄຟ​ຢູ່​ຕາມ​ສະຖານ​ທີ່​ເຮືອນ​ຊານ, ເຄ ຫາ​ສະຖານ, ບ່ອນຢູ່​ອາ​ໄສ ​ເພື່ອ​ຮັບປະກັນ​ບໍ່​ໃຫ້​ມີ​ຊ່ອງ​ຫວ່າງ​ພາ​ໃຫ້​ເກີດ​ອັກຄີ​ໄພ ຫລື ພວກ​ຄົນ​ບໍ່​ດີ​ເຄື່ອນ​ໄຫວ​ກໍ່​ອາດຊະຍາ​ກຳ (ປຸ້ນ​ຈີ້, ຊີງ​ຊັບ, ລັກ​ຊັບ...); ​ເອົາ​ໃຈ​ໃສ່​ເຮັດ​ໜ້າ​ທີ່​ປ້ອງ​ກັນ​ເວນ ຍາມ​ສຳນັກງານ​ອົງການ, ກຸ່ມ​ບ້ານ, ກວດກາ​ລາດຕະ​ເວນ ​ເພື່ອ​ຄົ້ນ ພົບ, ​ເລີກ​ຮື້, ​ແກ້​ໄຂ​ປາກົດການ​ຫຍໍ້​ທໍ້​ທາງ​ສັງຄົມ, ຮັບປະ ກັນ​ຄວາມ​ສະຫງົບ​ປອດ​ໄພ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຢູ່​ພາຍ​ໃນ​ເຂດ​ຄວບ​ຄຸມ​ຂອງ​ຕົນ; ການ​ໃຊ້​ລົດ, ​ໃຊ້​ຖະໜົນ​ຕ້ອງ​ມີ​ສະຕິ​ເຄົາລົບ ​ແລະ ປະຕິບັດ​ຕາມ​ກົດ​ລະບຽບ​ຈາລະ​ຈອນ​ຢ່າງ​ເຂັ້ມ ງວດ, ຮັກສາ​ມາລະຍາດ​ທີ່​ດີ, ຮູ້​ໃຫ້​ກຽດ, ​ໃຫ້​ອະ​ໄພ​ເຊິ່ງກັນ ​ແລະ ກັນ, ​ເປັນ​ເຈົ້າຕົນ​ເອງ​ໃນ​ການ​ຄຸ້ມ​ຄອງ​ຊະ​ຕາ​ກຳ​ຊີວິດ, ຊັບ​ສິນ ເພື່ອ​ຫ່າງ​ໄກ​ຈາກ​ອຸປະຕິ​ເຫດ​ທ້ອງ​ຖະໜົນ ​ເຊິ່ງພວມ​ເປັນ​ປາ ກົດການ​ທີ່​ພົ້ນ​ເດັ່ນ, ຂົ່ມຂູ່, ລ້າງ ຜານ​ຊີວິດ, ຊັບ​ສິນ​ຂອງ​ພົນລະ​ເມືອງ. ຂະນະ​ດຽວ​ກັນ ກໍ​ຫ້າມ​ນຳ​ໃຊ້​ທາດ​ລະ​ເບີດ, ທາດ​ແຕກ, ທາດ​ເບື່ອ​ເຄມີ, ທາດ​ກຳ​ມະ​ລັງສີ ​ແລະ ວັດຖຸ​ອອກ​ລິດ​ຕໍ່​ສຸຂະພາບ​ຈິດ, ​ເປັນ​ຜົນ​ລົບ​ຕໍ່​ຄວາມ​ສະ ຫງົບ, ຄວາມ​ເປັນ​ລະບຽບ​ຮຽບ ຮ້ອຍ​ທາງ​ສັງຄົມ; ບໍ່​ໃຫ້​ໃຊ້​ນ້ຳ​ເປິະ​ເປື້ອນ, ນ້ຳສີ, ນ້ຳຄັນ​ຄາຍ, ນ້ຳກ້ອນ​ໃສ່​ຖົງ​ຢາງ​ຫົດ, ​ແກ່ວ​ງ​ໃສ່​ກັນ, ບໍ່​ໃຫ້​ນຸ່ງ​ເຄື່ອງ​ຍົ້ວຍວນ, ສັ້ນ​ເຂີນ, ຫລິ້ນການ​ພະນັນ ​ແລະ ຫລິ້ນທ່ຽວ​ແບບ​ລາມົກ​ອານາ​ຈານ​ຢ່າງ​ເດັດຂາດ; ບັນດາ​ຮ້ານ​ທຸລະ​ກິດ​ບັນ​ເທີ​ງ, ກິນ​ດື່ມ​ຕ້ອງ​ບໍລິການ​ໃນ​ຂອບ​ເຂດ​ອະນຸຍາດ​ເຖິງ​ເວລາ 23:00 ​ໂມງ ຕ້ອງຢຸດ​ເຊົາ​ການ​ບໍລິການ​ຢ່າງ​ເດັດ ຂາດ; ​ເດັດຂາດ​ບໍ່​ລົງ​ຫລິ້ນຢູ່​ຫາດ​ຊາຍ, ນ້ຳຂອງ​ທີ່​ບໍ່​ໄດ້​ຮັບ​ອະນຸຍາດ​ຈາກ​ທາງ​ການ ຫລື ບ່ອນ​ທີ່​ບໍ່​ມີ​ເຈົ້າໜ້າ​ທີ່​ປ້ອງ​ກັນ​ຮັກສາ​ຄວາມ​ສະຫງົບ, ຮັກສາ​ຄວາມ​ປອດ​ໄພ, ທັງ​ນີ້ກໍ​ເພື່ອ​ຫລີກ​ເວັ້ນຕໍ່​ສິ່ງ​ທີ່​ບໍ່​ເພິ່ງ​ປາດ​ຖະໜາ​ອາດ​ຈະ​ເກີດ​ຂຶ້ນ; ຫ້າມ​ຂີ່​ລົດ​ເປັນ​ພຶງ​ເປັນ​ແພ, ​ແລ່ນ​ລົດ​ໄວ​ເກີນ​ຂອບ​ເຂດ, ​ເວລາ​ຂັບ​ຂີ່​ພາຫະນະ​ປະ​ເພດ​ຕ່າງໆ​ສັນ ຈອນ​ຕາມ​ຖະໜົນ, ຜູ້​ຂັບ​ຂີ່​ຕ້ອງ​ປະຕິບັດ​ດັ່ງນີ້: ຫ້າມ​ດື່ມ​ສິ່ງ​ມຶນ​ເມົາ​ແລ້ວ​ຂັບ​ຂີ່​ພາຫະນະ​ທຸກ​ປະ​ເພດ​ຕາມ​ຖະໜົນ ​ເຊິ່ງຈະ​ພາ​ໃຫ້​ເກີດ​ອຸປະຕິ​ເຫດ, ການ​ຂັບ​ຂີ່​ພາ ຫະນະ​ທຸກ​ປະ​ເພດ​ເຊັ່ນ: ລົດ​ຕຸກໆ, ຈຳ​ໂບ້, ລົດຈັກ, ລົດ​ເກງ, ລົດ​ກະ ບະ, ລົດ​ບັນທຸກ​ໃຫ້​ປະຕິບັດ​ຕາມ​ປ້າຍ​ສັນ​ຍານ​ຈະລາຈອນ​ຢ່າງ​ເຄັ່ງ​ຂັດ; ຫ້າມ​ໃຊ້​ພາຫະນະ (ນັບ​ທັງ​ລົດຈັກ, ລົດ​ເອກະ​ຊົນ) ບັນຈຸ​ຖັງ​ນ້ຳ, ຄຸນ້ຳ​ເລາະ​ຫົດ​ຕາມ​ເສັ້ນ ທາງ​ຕ່າງໆ; ຫ້າມ​ໃຊ້​ທໍ່​ຢາງ​ຕໍ່​ນ້ຳ ອອກ​ມາ​ຈາກ​ເຮືອນ ​ເພື່ອ​ຫົດ​ນ້ຳ ຕາມ​ຖະໜົນ​ຢ່າງ​ເດັດຂາດ ​ເພາະ​ຈະ​ສ້າງ​ຄວາມ​ແອ​ອັດ, ກີດຂວາງ​ການ​ສັນຈອນ; ຫ້າມ​ຫົດ​ນ້ຳ​ໃສ່​ເຈົ້າໜ້າ​ທີ່​ທີ່​ພວມ​ປະຕິບັດ​ໜ້າ​ທີ່​ຈັດ​ສັນ​ຄວາມ​ເປັນ​ລະບຽບ​ຮຽບ ຮ້ອຍ​ຕາມ​ເສັ້ນທາງ ​ແລະ ສະ ຖານ​ທີ່​ຕ່າງໆ. ສຳລັບ​ທຸກ​ພຶດຕິ​ກຳ, ການ​ກະທຳ, ການ​ເຄື່ອນ​ໄຫວ​ທີ່​ຖື​ວ່າ​ເປັນ​ການລະ​ເມີດ​ຂໍ້​ຫ້າມ​ໃນ​ຄຳ​ສັ່ງ​ແນະນຳ​ຂອງ​ເຈົ້າ ຄອງສະບັບ​ເລກທີ 003/ ຈນວ, ລົງ​ວັນ​ທີ 20 ມີນາ 2014 ກໍ​ຄື​ບັນ ດາ​ຂໍ້​ຫ້າມ​ໃນ​ແຈ້ງ​ການ​ສະບັບ​ນີ້ ດ້ວຍ​ເຈດ​ຕະນາ ຫລື ບໍ່​ເຈດ​ຕະ ນາ​ລ້ວນ​ແຕ່​ໄດ້​ຖືກ​ສຶກສາ​ອົບຮົມ, ກ່າວ​ເຕືອນ ຫລື ດຳ​ເນີນ​ມາດ​ຕະ ການ​ທີ່​ສົມ​ຄູ່​ກັບ​ສະຖານ​ະການ ລະ​ເມີ​ດຝືນ​ດື້ຂອງ​ສ່ວນ​ບຸກຄົນ, ກຸ່ມ​ຄົນ, ນິຕິບຸກຄົນ.

No comments:

Post a Comment