Ad

Ad

8 April 2014

ຕຳຫຼວດຈະລາຈອນຈະເພີ່ມທະວີສະກັດກັ້ນອຸປະຕິເຫດໃນໄລຍະປີໃໝ່ໃຫ້ຮັບປະກັນດີ



         ໃນວັນທີ 7 ເມສານີ້ ທ່ານ ພັນໂທ ຄຳຖະຫວາຍ ເພັດອຸໄທ ຫົວໜ້າກົມຕຳຫຼວດ ຈະລາ ຈອນ ໄດ້ຖະແຫຼງຂ່າວຕໍ່ສື່ ມວນຊົນ ໃນການປ້ອງກັນ ແລະ ສະກັດກັ້ນສະພາບອຸປະຕິເຫດ ໃນໄລຍະບຸນປີໃໝ່ລາວ ວ່າ: ທາງເຈົ້າໜ້າທີ່ຕຳຫຼວດຈະລາຈອນຈະເລັ່ງຄວບຄຸມການສັນຈອນ ບົນ ທ້ອງຖະໜົນໃຫ້ດີທີ່ສຸດ ໂດຍກຳນົດ 7 ວັນ, ນັບແຕ່ວັນທີ 12 ຫາ 17 ເມສາ, ຊຶ່ງຈະ ຈັດ ກຳລັງເຈົ້າໜ້າທີ່ລົງປະຈຳການ ແລະ ກວດກາທາດມືນເມົາຂອງຜູ້ຂັບຂີ່ຢ່າງເຂັ້ມງວດຖ້າພົບ ເຫັນຈະດຳເນີນຕາມລະບຽບກົດໝາຍ.
         ຫົວໜ້າກົມຕຳຫຼວດ ຈະລາ ຈອນ ກ່າວວ່າ: ປັດຈຸບັນສະພາບການເກີດອຸປະຕິເຫດ ເປັນປາກົດການຫຍໍ້ທໍ້ໜຶ່ງທີ່ພົ້ນເດັ່ນສະເພາະ 3 ເດືອນຜ່ານມາທົ່ວປະ ເທດມີອຸປະຕິເຫດເກີດ ຂຶ້ນ 1.500 ກ່ວາກໍລະນີ, ມີຜູ້ເສຍຊີວິດ 200 ກວ່າຄົນ ແລະ ສະເພາະໄລຍະ 7 ວັນ ຂອງບຸນປີໃໝ່ລາວ 2013 ຜ່ານມາທົ່ວ ປະເທດມີອຸປະຕິເຫດເກີດຂື້ນ 237 ກໍລະນີ ມີຜູ້ເສຍຊີວິດ 28 ຄົນທຽບໃສ່ປີ 2012 ຫຼຸດລົງ 4 ຄົນ, ໂດຍສາເຫດສ່ວນ ໃຫຍ່ທີ່ພາໃຫ້ເກີດອຸປະຕິເຫດແມ່ນມາຈາກດື່ມສິ່ງມືນເມົາ ແລ້ວ ຂັບຂີ່ລົດ ແລະ ອື່ນໆ. ແນວ ໃດກໍດີຈາກສະພາບອຸປະ
ຕິເຫດທີ່ເກີດຂຶ້ນຫຼາຍໃນປັດຈຸບັນ, ທາງ ເຈົ້າໜ້າທີ່ຈຶ່ງໄດ້ເລັ່ງຈັດກຳລັງ ປ້ອງກັນລົງພາກສະໜາມໃຫ້ຮັບປະກັນ ແລະ ອອກ ຄຳສັ່ງແນະ ນຳຕ່າງໆ, ພ້ອມໄດ້ຈັດຕັ້ງກຳ ລັງລົງໂຄສະນາໃຫ້ກ້ວາງຂາວງ ທົ່ວເຖິງ, ຈັດສັນຄວາມເປັນລະບຽບຮ້ອຍຕາມຊຸມ ຊົນ, ສະຖານທີ່ຫົດສົງນ້ຳເພື່ອລະບາຍ ແລະ ກວດກາສະພາບບໍ່ໃຫ້ລົດ ອັ່ງອໍ ແລະ ອອກກວດກາຕາມເສັ້ນ ທາງຫ້າມບໍ່ໃຫ້ມີ ການຫົດນ້ຳ ແຄມທາງເພື່ອປ້ອງກັນອຸປະຕິ ເຫດ ແລະ ລົງປະຈຳຕາມ ປ້ອມ ເພື່ອອຳນວຍຄວາມສະດວກໃຫ້ ແກ່ການສັນ ຈອນຕາມທ້ອງຖະ ໜົນ, ຈັດຕັ້ງໜ່ວຍສະເພາະເພື່ອ ຕັ້ງດ່ານກວດກາຄົງທີ່ ແລະ ເຄື່ອນທີ່ຕາມເສັ້ນທາງຫຼວງ ແລະ ຈຸດສຳ ຄັນເພື່ອເນັ້ນກວດ ກາທາດມືນເມົາຂອງນັກຂັບຂີ່ ແລະ ຈັບຄວາມໄວ ເພື່ອສາມາດສະກັດກັ້ນຜູ້ຂັບຂີ່ລະເມີດລະບຽບຈະ ລາຈອນໃຫ້ຫຼູດຜ່ອນລົງ, ພ້ອມນັ້ນກໍໄດ້ກຳນົດຂໍ້ແຂ່ງຂັນ ສຳລັບແຂວງຕ່າງໆທີ່ສາ ມາດຮັບປະກັນໄດ້ອຸປະຕິເຫດບໍ່ເກີດ ຂຶ້ນໃນໄລຍະບຸນປີໃໝ່ລາວນີ້ ກໍຈະໄດ້ຮັບການຍ້ອງຍໍສັນລະເສີນ ແລະ ຂໍຮຽກຮ້ອງໃຫ້ ປະຊາຊົນຈົ່ງມີສະຕິໃຫ້ການກິນດື່ມ ແລະ ສະເຫຼີມສະເຫຼີມສະຫຼອງປີໃໝ່ໃຫ້ມີຄວາມ ເບີກບານມ່ວນຊື່ນ ແລະ ຮັກສາໄດ້ຮີດ ຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງຊາດ.

No comments:

Post a Comment